ນາ​ຍົກ​ລັດຖະມົນຕີ​ຈີນ​ເລີ່​ມຢ້ຽມຢາມເຢຍລະມັນ, ແລະຈະກ່າວຄຳປາ​ໄສ​ຢູ່​ບ່ອນ​ຈັດ​ກອງ​ປະຊຸ​ມປົສດາມ

(GMT+08:00) 2013-05-26 14:21:13     cri
ຕາມ​ຂ່າວ CRI: ຕອນ​ບ່າຍ​ວັນ​ທີ 25 ພຶດສະພາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານຫຼີ​ເຄີ້ຊຽງ, ນາຍົກລັດຖະມົນຕີຈີນ​​​ໄດ້ເດີນ​ທາງ​ໄປຮອດ​ນະຄອນຫຼວງ​​ແບກ​ແລງດ້ວຍ​ເຄື່ອງ​ບິນ, ​ເລີ່​ມດຳ​ເນີນ​ການ​ຢ້ຽມຢາມ​ເຢຍລະ​ມັນ​ຢ່າງ​ເປັນ​ທາງ​ການ​​ເປັນ​ເວລາ 2 ວັນ, ​ເຢຍລະ​ມັນ​ແມ່ນ​ປະ​ເທດສຸດ​ທ້າຍ​ໃນ​ການ​ໄປ​ຢ້ຽມຢາມ​ຕ່າງປະ​ເທດ​​ເທື່ອ​ທຳ​ອິດຫຼັງຈາກ​ທ່ານຫຼີ​ເຄີ້ຊຽງ​ດຳລົງ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີຈີນ​ເປັນ​ຕົ້ນ​ມາ.

​ເຈົ້າ​ໜ້າ​ທີ່​ລັດຖະບານ​ເຢຍລະ​ມັນ​ໄດ້​ໄປ​ຕ້ອນຮັບທ່ານຫຼີ​ເຄີ້ຊຽງ​ພ້ອມ​ດ້ວຍ​ຄະນະຢູ່​ສະໜາມ​ບິນ. ​ໃນ​ເວລາ​ແຈກ​ຢາຍ​ຄຳ​ປາ​ໄສ​ຢູ່​ສະໜາມ​ບິນ, ທ່ານຫຼີ​ເຄີ້ຊຽງ​ກ່າວ​ວ່າ, ​ເຢຍລະ​ມັນ​ແມ່ນ​ປະ​ເທດ​ເອີ​ລົບ​ທຳ​ອິດ​ທີ່​ທ່ານ​ໄປຢ້ຽມຢາມຫຼັງຈາກ​ທ່ານ​ຂຶ້ນຮັບ​ຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີຈີນ​ເປັນ​ຕົ້ນ​ມາ, ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ລັດຖະບານ​ຈີນ​ຊຸດ​ໃໝ່​​ໃຫ້​ຄວາມ​ສຳຄັນ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ເຢຍລະ​ມັນ​ກໍ່​ຄື​ຈີນ​ກັບ​ເອີ​ລົບ​ໃນ​ລະດັບ​ສູງ. ຈີນ​ແລະ​ເຢຍລະ​ມັນລ້ວນ​ແຕ່​ແມ່ນ​ປະ​ເທດ​ທີ່​ມີ​ອິດ​ທິພົນ​ສຳຄັນ​ຕໍ່​​ໂລກ, ການ​ພັດທະນາ​ການຮ່ວມ​ມື​ດ້ວຍ​​ໄມຕີ​ຈິດມິດຕະພາບກັບ​ເຢຍລະ​ມັນ​ແມ່ນ​ການ​ຄັດ​ເລືອກ​ທາງ​ຍຸດ​ທະ​ສາດ​ແລະ​ນະ​ໂຍບາຍ​ຍາວ​ນານ​ຂອງ​ຈີນ. ພວກຂ້າພະ​ເຈົ້າຍິນ​ດີທຳ​ຄວາມ​ພະຍາຍາມຮ່ວມ​ກັບ​ເຢຍລະ​ມັນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເປີດ​ກວ້າງ​ການຮ່ວມ​ມື, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ປະສານ​ງານ​ໃນ​ວຽກ​ງານ​ສາກົນ​ກໍ່​ຄື​ໃນ​ພາກ​ພື້ນ, ຊຸກ​ຍູ້​ໃຫ້ການ​ພົວພັນ​ຄູ່ຮ່ວມ​ມື​ຍຸ​ດທະ​ສາດ​ລະ​ຫວ່າງ​ຈີນ​ກັບ​ເຢຍລະ​ມັນ​ໄດ້ຮັບ​ການ​ພັດທະນາ​ໃໝ່, ພ້ອມ​ກັນ​ນັ້ນ, ປະກອບສ່ວນ​ອັນ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ເອີ​ລົບ.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານຫຼີ​ເຄີ້ຊຽງ​ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ອັນ​ເຈີ​ລາ ​ເມີ​ເຄິ, ນາຍົກລັດຖະມົນຕີ​ເຢຍລະ​ມັນ, ຍັງ​ຈະ​ພົບ​ປະ​ກັບ​ປະທານາທິບໍດີ​ເຢຍລະ​ມັນ​ແລະ​ຜູ້​ນຳ​ພັກ​ການ​ເມືອງ​ສຳຄັນຕ່າງໆ, ທ່ານ​ຍັງ​ຈະ​ກ່າວປາຖະກະຖາໃນ​ງານ​ລ້ຽງ​ອາຫານ​ທ່ຽງ​ທີ່​ຈັດ​ໂດຍ​ວົງ​ການ​ອຸດສາຫະກຳ​ແລະ​ການ​ຄ້າ​ຈີນ​ແລະ​​ເຢຍລະ​ມັນ.