ເປີດ​ກອງ​ປະຊຸມ​ສົນທະນາລະດັບ​ສູງ​ລະຫວ່າງ​ປະຊາຊົນ​ຈີນ-ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, CRI ຈະຖ່າຍ​ທອດ​ສົດພິທີ​ເປີດ​ກອງ​ປະຊຸມ​ດ້ວຍຫຼາຍພາສາ

(GMT+08:00) 2013-06-01 13:20:20     cri

ຕາມຂ່າວ CRI: ກອງ​ປະຊຸມ​ສົນທະນາລະດັບ​ສູງ​ລະຫວ່າງ​ປະຊາຊົນ​ຈີນ-ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ທີ່​ດຳ​ເນີນ​ເປັນ​ເວລາ​ສອງ​ວັນ ຈະ​ຈັດ​ຂຶ້ນຢູ່​ນະຄອນໜານ​ໜິງ, ​ເທດສະບານ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ​ຈີນ​ໃນ​ວັນ​ທີ 3 ມິຖຸນາ. ນັກ​ການ​ເມືອງ​​ສຳຄັນ ​ແລະ ຜູ້ຕາງໜ້າ​ໃນ​ວົງ​ການ​ຕ່າງໆ​ຂອງ​ຈີນ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເຊັ່ນ: ລາວ, ກຳປູ​ເຈຍ, ມຽນມາ, ຟິລິບ​ປິນ, ​ໄທ, ອິນ​ໂອ​ເນ​ເຊຍ, ຫວຽດນາມ, ມະ​ເລ​ເຊຍ, ສິງກະ​ໂປ, ບຼຸ​ໄນ ​ແລະ ຕີ​ມໍ​ເລັສ​ເຕ ຈ​ະ​ເຂົ້າຮ່ວມ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ "ສັນຕິພາບ​ຊຸກ​ຍູ້​ການ​ພັດທະນາ, ການ​ຮ່ວມ​ມື​ເພື່ອ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍ​ດ--ສຽງ​ຮ່ວ​ມ​ໃນ​ດວງ​ໃຈ ​ແລະ ຄວາມ​ຝັນ​ຮ່ວມ​ຂອງ​ປະຊາຊົນ​ຈີນ​ແລະປະຊາຊົນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້". ອີງ​ຕາມ​ວາລະ​ຂອງ​ກອງ​ປະຊຸມ, ຜູ້​ແທນ​ບັນດາ​ທ່ານ​ຈະ​ປຶກສາ​ຫາລື​ກັນ​ໂດຍ​ປິ່ນ​ອ້ອມ​ສອງ​ຫົວ​ຂໍ້, ຄື: "​ເຕົ້າ​ໂຮມ​ຄວາມ​ເຫັນ​ຂອງ​ປະຊາຊົນ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໃໝ່",  "ມາດ​ຕະການ​ໃໝ່​ໃນ​ການ​ຮ່ວມ​ມື​ທີ່​ແທ້​ຈິງ", ​ແລະ​ຍັງ​ຈະ​ດຳ​ເນີນ​ການ​ສົນທະນາ​ໂດຍ​ສະ​ເພາະ​ ໂດຍປິ່ນ​ອ້ອມ​ຫົວຂໍ້ "ລັດຖະບານ​ແລະ​ປະຊາຊົນ​ເກາະ​ແຂນ​ກັນ-ກ້ອນກຳລັງ​ທີ່ຊຸກ​ຍູ້ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ".

ຮອດ​ເວລາ​ນັ້ນ, ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ຈະ​ຖ່າຍ​ທອດ​ສົດ​ພິທີ​ເປີດ​ປະຊຸມ​ໂດຍຜ່າ​ນທາງ​ອິນ​ເຕີ​ເນັດ. ຍິນ​ດີ​ຕ້ອນຮັບ​ທຸກໆ​ທ່ານ​ເຂົ້າສູ່​ເວັບ​ໄຊ laos.cri.cn ​ເພື່ອ​ຕິດຕາມຮັບ​ຟັງການຖ່າຍ​ທອດ​ສົດ​ຂອງ​ພວກ​ເຮົາ​ໃນ​ເວລາ 9 ​ໂມງ ຂອງ​ວັນ​ທີ 3 ມິຖຸນາ​ທີ່​ຈະ​ມາ​ເຖິງ.

ນອກ​ນີ້, ​ເວັບ​ໄຊ​ພາສາ​ອັງກິດ, ພາສາ​ອິນ​ໂດ​ເນ​ເຊຍ, ພາສາ​ກຳປູ​ເຈຍ, ພາສາ​ໄທ, ພາສາ​ມະ​ເລ​ເຊຍ, ພາສາ​ຫວຽດນາມ, ພາສາ​ມຽນມາ, ພາສາ​ຟິລິບ​ປິນ ​ແລະ ວິ​ທະຍຸລະບົບ FM ຢູ່​ປະ​ເທດ​ຕ່າງໆຂອງ ​CRI ກໍ​ຈະ​ມີ​ການຖ່າຍ​ທອດສົດ​ເຊັ່ນ​ດຽວ​ກັນ.