ລາວຈຳໜ່າຍ​ພັນທະບັດ1ຕື້500ລ້ານ​ບາດ​ຢູ່​ໄທ

(GMT+08:00) 2013-05-31 14:33:07     cri
ຕາມ​ຂ່າວCRI: ວັນ​ທີ30ພຶດສະພາ​ນີ້, ລາວ​​ໄດ້​ຈຳໜ່າຍທະ​ບັດ​ໄລຍະກຳນົດ3ປີ​ທີ່ຄິດ​ໄລ່​ເປັນ​ສະ​ກູນເງິນ​ບາດ​ຢູ່​ໄທ, ດອກ​​ເບ້ຍ​ແຕ່ລະ​ປີ​ແມ່ນ4,5%, ມູນ​ຄ່າ​ການຈຳ​ໜ່າຍ​​ແມ່ນ1ຕື້500ລ້ານ​ບາດ, ພັນທະ​ບັດ​ທີ່​ຈຳໜ່າຍ​ເທື່ອ​ນີ້​ຈະ​ຈຳໜ່າຍ​ໃຫ້​ຜູ້​ລົງທຶນ​ຂອງ​ອົງການຕ່າງໆ​ດ້ວຍ​ຮູບ​ການສົມທົບ​​ທຶນ​ຢ່າງ​ບໍ່​ເປັນ​ທາງ​ການ.

ນີ້​ແມ່ນ​ລາວ​ສົມທົບ​ທຶນ ​ດ້ວຍ​ຕະຫຼາດ​ກອງ​ທຶນ​ຕ່າງປະ​ເທດ​​ເປັນຄັ້ງ​ທຳ​ອິດ, ​ໃນ​ເມື່ອ​ກ່ອນລັດຖະບານ​ລາວສ່ວນ​ຫຼາຍ​ສົມທົບ​ທຶນ​ດ້ວຍ​ການ​ຢືມ​ເງິນ​ຈາກ​ທະນາຄານ​ຕ່າງປະ​ເທດ​ແລະ​ອົງການ​ຈັດ​ຕັ້ງສາກົນ.