ພັນ​ລະ​ຍາ​ທ່ານ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ນະຄອນຫລວງ​ປັກ​ກິ່ງ​ເປັນ​ເຈົ້າພາບ​ຈັດ​ງານ​ນ້ຳ​ຊາ​ແມ່ຍິງ​ອາ​ຊຽນ

(GMT+08:00) 2013-06-01 15:24:56     cri

 


(ທ່ານ​ນາງ​ຄັດ​ທະ​ອຸ​ດອນ ບຸນ​ຄຸ້ມ​ຕ້ອນ​ຮັບ​ແຂກ​ທີ່​ມາ​ຮ່ວມ​ງານ​ນ້ຳ​ຊາ)

ຕອນ​ບ່າຍ​ວັນ​ທີ 31 ພຶດສະພາ​ຜ່ານ​ມາ​ນີ້, ທ່ານ​ນາງ​ຄັດທະ​ອຸດອນ ບຸນ​ຄຸ້ມ ພັນ​ລະ​ຍາ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ແຫ່ງ​ສາທາລະນະ​ນະ​ລັດ​ປະຊາທິປະ​ໄຕ​ປະຊາຊົນ​ລາວ​ປະຈຳ​ນະຄອນຫລວງ​ປັກ​ກິ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ​ໄດ້​ເປັນ​ເຈົ້າພາບ​ຈັດ​ງານ​ນ້ຳ​ຊາ​ແມ່ຍິງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນເຊິ່ງກິດຈະກຳ​ນີ້​ໄດ້​ເຄີຍ​ປະຕິບັດ​ມາ​ໃນ​ບັນດາ​​ແມ່ຍິງ​ອາ​ຊຽນ​ເຊິ່ງ​ແຕ່ລະ​ເດືອນ​ໄດ້​ຜັດປ່ຽນ​ກັນ​ເປັນ​ເຈົ້າພາບ​ໂດຍ​ລຽງ​ຕາມ​ຕົວ​ອັກສອນ​ພາສາ​ອັງກິດ,ງານ​ນ້ຳ​ຊາ​ຂອງ​ແມ່ຍິງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນຈັດ​ຂຶ້ນ​ເພື່ອ​ເປັນ​ການ​ພົບ​ປະ, ​ແລະ​ປ່ຽນ​ວັດທະນະທຳ​​ແລະ​ຊິ​ມລົດ​ຊາດ​ອາຫານ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ​ທັງ​ເປັນ​ການ​ຮັດ​ແຫນ້ນ​ຄວາມ​ສາມັກຄີ​ໃນ​ບັນດາ​ແມ່ຍິງ​ຈາກ​ແຕ່​ລະສະ​ຖານ​ທູດ​ຂອງ​ປະ​ເທດ​ອາ​ຊຽນ.

​ໃນ​ງານ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ໄດ້​ເຊີນ​ບັນດາ​ພັນ​ລະ​ຍາ​ທູດ​ແລະ​ແມ່ຍິງ​ຈາກ​ສະຖານທູດ​ຕ່າງໆ​ຂອງ​ປະ​ເທດ​ອາ​ຊຽນທີ່ປະຈຳ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ເຊີນ​ບັນດາ​ແມ່ຍິງ​ເພື່ອນ​ມິດ​ຈາກ​ສະຫະພັນ​ແມ່ຍິງ​ຈີນ​ເຂົ້າ​ຮ່ວມ​ນຳ​ອີກ.

​ໃນ​ງານ​ຄັ້ງ​ນີ້, ທ່ານ​ນາງ​ຄັນທະ​ອຸດອນ ບຸນ​ຄຸ້ມ ພັນ​ລະ​ຍາ​ທ່ານ​ສົມ​ດີ​ ບຸນ​ຄຸ້ມ ​ເອອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ສ. ປ. ຈີນ​ໄດ້​ກ່າວ​ສະ​ແດງ​ຄວາມ​ຍິນ​ດີ​ແລະ​ຕ້ອນຮັບ​ແຂກ​ທີ່​ເຂົ້າ​ຮ່ວມ​ໃນ​ງານ​ພ້ອມ​ທັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ສະຫລະ​ເວລາ​ອັນ​ມີ​ຄູນ​ຄ່າ​ມາ​ຮ່ວມງານ​ໃນ​ພ້ອມ​ກັນ​ນັ້ນ​ກໍ່​ໄດ້​ຊົມ​ການສະ​ແດງ​ສິລະ​ປະ​ລາຍການ​ຕ່າງໆ​ຈາກ​ເອື້ອຍ​ນ້ອງ​ແມ່ຍິງ​ລາວ​ແລະ​ຊິ​ມອາຫານ​ພື້ນ​ເມືອງ​ລາວ​ຈຳນວນ​ຫນຶ່ງ​ເຊັ່ນ:​ເຂົ້າຫນຽວ​,ຕຳ​ຫມາກ​ຮຸ່ງ, ​ເຂົ້າ​ປຸ້ນ​ແລະ​ຊົມ​ການ​ສາທິດ​ການ​ເຮັດ​ອາຫານ​ລາວ​ຈຳນວນ​ຫນຶ່ງ.

1 2