​ເປີດກອງ​ປະຊຸມ​ສົນທະນາ​ລະດັບ​ສູງ​ຂອງ​ປະຊາຊົນ​ລະຫວ່າງ​ຈີນ-​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຢູ່​ນະຄອນ​ໜານ​ໜິງ​ເຂດ​ກວາງຊີ​ຈີນ

(GMT+08:00) 2013-06-03 10:34:53     cri

ຕາມ​ຂ່າວ CRI: ກອງ​ປະຊຸມ​ສົນທະນາ​ລະດັບ​ສູງ​ຂອງ​ປະຊາຊົນ​ລະຫວ່າງ​ຈີນ-​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ທີ່​ຈະ​ດຳ​ເນີນ​ເປັນ​ເວລາ​ສອງ​ວັນ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ໜານ​ໜິງ, ​ເທດສະບາ ນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງຊີຈີນ​ໃນ​ວັນ​ທີ 3 ມິຖຸນາ​ນີ້. ​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້​ມີນັກ​ການ​ເມືອງ​ສຳຄັນ​ແລະ​ຜູ້ຕາງໜ້າ​ໃນ​ວົງ​ການ​ຕ່າງໆ​ຂອງ​ຈີນ ​ແລະ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້, ​ເຊັນ: ລາວ, ກຳປູ​ເຈຍ, ມຽນ ມາ, ຟິລິບ​ປິນ, ​ໄທ, ອິນ​ໂດ​ເນ​ເຊຍ, ຫວຽດນາມ, ມະ​ເລ​ເຊຍ, ສິງກະ​ໂປ, ບຼູ​ໄນ ​ແລະ ຕີ​ມໍ​ເລັສ​ເຕ. ທ່ານຫຼິວສີ​ປາວ, ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາອົບຮົມ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ທ່ານ​ເຜິ​ງຊິ່ງຮວາ, ​ເລ ຂາຄະນະ​ພັກ ທັງ​ເປັນ​ປະທານ​ຄະນະ​ປະຈຳສະພາ​ປະຊາຊົນ​ເຂດ​ປົກຄອງ​ຕົນ​ເອງ​​ເຜົ່າ​ຈ້ວງ​ກວາງ​ຊີ່, ທ່ານວິຣານໂຕ, ປະທານພັກໃຈປະ ຊາຊົນ, ອະດີດຜູ້ບັນຊາການໃຫຍ່ກອງທັບອິນໂດເນເຊຍ ​ແລະ ທ່ານ ຫຼີຈິ້ນ​ຈີ່ນ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກກອມ​ມູນິດ​ຈີນ ​ໄດ້​ກ່າວ​ຄະ​ປາ​ໄສ​ໃນ​ກອງ​ປະຊຸມ.

ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ "​ສັນຕິພາບຊຸກຍູ້​ການ​ພັດທະນາ​, ການ​ຮ່ວມ​ມື​ເພື່ອ​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍ​ດ​--ສຽງ​ຮ່ວມ​ໃນ​ດວງ​ໃຈ​ແລະ​ຄວາມ​ຝັນ​ຮ່ວມ​ຂອງ​ປະຊາຊົນ​ຈີນ​ແລະ​ປະຊາຊົນ​ປະ​ເທດ​ອາຊີຕາ​ເວັນ​ອອກສຽງ​​ໃຕ້". ອີງ​ຕາມ​ວາລະ​ຂອງ​ກອງ​ປະຊຸມ, ຜູ້​ແທນ​ບັນດາ​ທ່ານ​ຈະປຶກສາ​ຫາລືກັນ​ໂດຍ​ປິ່ນ​ອ້ອມ​ສອງ​ຫົວ​ຂໍ້​ ຄື: "ເຕົ້າ​ໂຮມ​ຄວາມ​ເຫັນ​ຂອງ​ປະຊາຊົນ, ຊຸກ​ຍູ້ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຊຽນ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ໃໝ່", "ມາດ​ຕະການ​ໃໝ່​ໃນການ​ຮ່ວມ​ມື​ທີ່​​ແທ້​ຈິງ", ​ແລະຍັງ​ຈະ​ດຳ​ເນີນ​ການ​ສົນທະນາ​ໂດຍ​ສະ​ເພາະ ​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​"ລັດຖະບານ​ກັບ​ປະຊາຊົນ​ເກາະ​ແຂນ​ກັນ: ກ້ອນກຳລັງ​ຊຸກ​ຍູ້​ສັນຕິ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ".

ທ່ານວິຣານໂຕ, ປະທານພັກໃຈປະຊາຊົນ, ອະດີດຜູ້ບັນຊາການໃຫຍ່ກອງທັບອິນໂດເນເຊຍ ​ກຳລັງກ່າວຄຳປາໄສຢູ່ທີ່ປະຊຸມ