ທ່ານ​ສີ​ຈິ້ນ​ຜີ​ງ​ເຈລະຈາ​ກັບ​ປະທານາທິບໍດີ​ແມັກ​ຊິກ, ປະມຸກ​ລັດ​ສອງ​ປະ​ເທດ​ປະກາດ​ຍົກ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ແມັກ​ຊິກຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ

(GMT+08:00) 2013-06-05 18:00:14     cri
ຕາມ​ຂ່າວCRI: ວັນ​ທີ 4 ມິຖຸນາ​ນີ້ຢູ່​ນະຄອນຫຼວງ​ແມັກ​ຊິກ​ໂກ​, ທ່ານ​ສີ​ຈິ້ນ​ຜີ​ງ, ປະທານ​ປະ​ເທດ​ຈີນ​ໄດ້​​ເຈລະຈາ​ກັບ​ທ່ານ​​ແອນຣິກ ​ເປ​ນາ ນິ​ເອ​ໂທ, ປະທານາທິບໍດີ​ແມັກ​ຊິກ. ສອງ​ຝ່າຍ​ລ້ວນ​ແຕ່​ເຫັນ​ວ່າ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ໄລຍະ​ຍາວ​ລະຫວ່າງ​ຈີນ​ກັບ​ແມັກ​ຊິກ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງສອງປະ​ເທດ​ແລະ​ປະຊາຊົນ​ສອງຊາດ, ກໍ່​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ມື​ແລະ​ສາມັກຄີ​ກັນ​ລະຫວ່າງ​ປະ​ເທດ​ທີ່​ພວມ​ພັດທະນາ. ປະມຸກ​ລັດ​ສອງ​ປະ​ເທດ​ປະກາດ​ວ່າ, ຍົກ​ການ​ພົວພັນ​ຍຸ​ດທະ​ສາດ​ລະຫວ່າງ​ຈີນ​ກັບ​ແມັກ​ຊິກ​ຂຶ້ນ​ເປັນ​ການ​ພົວພັນ​ຄູ່​ຍຸດ​ທະ​ສາດ​ຮອບດ້ານ.

ທ່ານ​ສີ​ຈິ້ນ​ຜີ​ງຊີ້​ອອກ​ວ່າ, ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ແມັກ​ຊິກ​ໄດ້​ເໜືອ​ກາຍ​ຂອບ​ການ​ພົວພັນ​ສອງ​ຝ່າຍ, ມີ​ລັກສະນະ​ພາກສ່ວນ​ລວມ​ແລະ​ລັກສະນະ​ຍຸດ​ທະ​ສາດ​ນັບມື້​ນັບ​ຫຼາຍ​ຂຶ້ນ​ໃນ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ຕົນ. ພາຍ​ໃຕ້​ສະຖານະ​ການ​ໃໝ່, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ມີ​​ຫາດ​ຜົນແລະ​ມີເງື່ອນ​ໄຂ​ຂະ​ຫຍາຍ​ຕົວ​​ໃຫ້ດີກ​ວ່າ​ເກົ່າ, ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດຂຶ້ນ​ເປັນ​ການ​ພົວພັນ​ຄູ່​​ຍຸດ​ທະ​ສາດ​ຮອບດ້ານ, ທັງ​ແມ່ນ​ຄວາມ​ຕ້ອງການ​ຕົວ​ຈິງ, ກໍ່​​ໄດ້​ວາງ​ເປົ້າ​ໝາຍ​ອັນຈະ​ແຈ້ງ​ໃຫ້​ແກ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ແມັກ​ຊິກ​ໃນ​ອະນາຄົດ.

ທ່ານ​ເປ​ນາ ​ນິ​ເອ​ໂຕ​ກ່າວ​ວ່າ, ຍົກການ​ພົວພັນ​ລະຫວ່າງ​ແມັກ​ຊິກ​ກັບ​ຈີນຂຶ້ນ​ເປັນ​ການ​ພົວພັນຄູ່ຍຸດ​ທະ​ສາດ​ຮອບດ້ານ​ເປັນ​ຂີດ​ໝາຍສະ​ແດງ​ໃຫ້​ເຫັນ​ວ່າ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກ້າວຂຶ້ນ​ສູ່​​ໄລຍະ​ໃໝ່. ​ແມັກ​ຊິກ​ຍິນ​ດີ​ຮ່ວມ​ກັບ​ຈີນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ລະດັບ​ສູງ​ກວ່າ​ເກົ່າ​ດ້ວຍ​ກົນ​ໄກ​ທີ່​ມີ​ປະສິດທິ​ຜົນ​ຫຼາຍ​ກວ່າ​ເກົ່າ.

ພາຍຫຼັງ​ການ​ເຈລະຈາ, ຜູ້ນຳ​ສອງ​ປະ​ເທດ​ໄດ້​ຮ່ວມກັນ​ລົງ​ນາມ​ໃນ"ຖະ​ແຫຼ​ງການ​ຮ່ວມ​​ແຫ່ງສາທາລະນະ​ລັດ​ປະຊາຊົນ​ຈີນ​ກັບ​ສະຫະລັດ​ແມັກ​ຊິກ"