ທ່ານ​ຫຼີ​ເຄີ້ສຽງ​ຊີ້​ອອກ​ວ່າ ຈີນ​ມີ​ກຳລັງ​​ແຮງບົ່ມ​ຊ້ອນ​ແລະ​ມີເງື່ອນ​ໄຂ​ໃນ​ການ​ຮັກສາ​ໃຫ້​ເສດຖະກິດ​ສືບ​ຕໍ່ພັດທະນາຢ່າງຕໍ່​ເນື່ອງ​ແລະ​ປອດ​ໃສ

(GMT+08:00) 2013-06-06 18:01:02     cri
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ5ມິຖຸນາ​ນີ້, ທ່ານ​ຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​​ໂອ້​ລົມກັບ​​ຜູ້ຕາງໜ້ານັກທຸລະກິດທີ່​ເດີນທາງ​ມາ​ເຂົ້າ​ຮ່ວມ​ເວລທີ​ປຶກສາ​ຫາລືດ້ານຊັບ​ສິນໂລກ2013​ແລະ​ຄະນະ​ກຳມະການຫົວໜ້າ​ບໍລິຫານ​ຫຼືCEOຂອງ​ໂລກ​ຢູ່​ນະຄອນຫຼວງ​ປັກ​ກິ່ງ. ທ່ານ​ຫຼີ​ເຄີ້ສຽງ​ໄດ້​ຊີ້​ອອກ​ວ່າ, ຈີນ​ມີ​ກຳລັງ​ແຮງ​ບົ່ມ​ຊ້ອນ​ແລະ​ມີເງື່ອນ​ໄຂ​​​ໃນ​ການຮັກສາ​ໃຫ້​ເສດຖະກິດພັດທະນາຢ່າງຕໍ່​ເນື່ອງ​ແລະ​ປອດ​ໃສ.

ທ່ານ​ຫຼີ​ເຄີ້ສຽງ​ໄດ້​ກ່າວ​ແນະນຳ​ສະພາບເສດຖະກິດ​​ໃນ​ປະຈຸ​ບັນ​ນີ້​ຂອງ​ຈີນ​​ໃຫ້ແຂກ​ຊາບ. ທ່ານ​ກ່າວ​ວ່າ, ​ໃນ​​ເບື້ອງ​ຫຼັງ​ທີ່​ຕະຫຼາດ​​ໂລກສືບ​ຕໍ່​ຕົກ​ຕ່ຳ, ການ​ຟື້ນ​ຟູ​​ເສດຖະກິດ​ມີ​ຄວາມ​ຫຍຸ້ງຍາກ, ການ​ຫັນ​ເປັນ​ອຸດສາຫະກຳ​ແລະ​ການ​ຫັນ​ເປັນ​ຕົວ​ເມືອງ​​ຂອງ​ຈີນ​ຈະ​ເຮັດ​ໃຫ້​ເກີດ​ມີ​ຄວາມ​ຕ້ອງການ​ຢ່າງ​ໃຫຍ່​ຫຼວງ, ຈີນ​ມີ​ກຳລັງ​ແຮງ​ບົ່ມ​ຊ້ອນ​ແລະ​ເງື່ອນ​ໄຂ​​ໃນ​ການຮັກສາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ຕໍ່​ເນື່ອງ​ແລະ​ປອດ​ໃສ.

ທ່ານ​ຫຼີ​ເຄີ້ສຽງສົ່ງ​ເສີມ​ໃຫ້​ນັກທຸລະກິດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກຳ​ໂອກາດ​ໃຫຍ່​ຍ້ອນ​ການ​ພັດທະນາ​ຂອງ​ຈີນ, ບົນ​ພື້ນຖານ​ດ້ານ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ເມື່ອ​ກ່ອນ​,, ​ຂະຫຍາຍ​ລວງກວ້າງ​ແລະ​ລວງ​ເລິກ​ດ້ານ​ການ​ຮ່ວມ​ມື, ບຸກ​ເບີກ​ຊ່ອງ​ທາງ​ໃໝ່​ດ້ານ​ການ​ຮ່ວມ​ມື​ທີ່​ຕ່າງ​ມີ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ຜູ້ຕາງໜ້າ​ນັກທຸລະກິດ​ກ່າວ​ວ່າ, ບໍລິສັດຂ້າມ​ຊາດໃນ​ໂລກ​ລ້ວນ​ແຕ່​ເອົາ​ໃຈ​ໃສ່​ຕະຫຼາດ​ຈີນ​ໃນ​ລະດັບ​ສູງ, ​ເບິ່ງ​ໃນ​ແງ່​ດີ​ຕໍ່​ອະນາຄົດ​ດ້ານ​ການ​ພັດທະນາ​ຂອງ​ຈີນ.