ທ່ານ​ຊີ​ຈິ້ນ​ຜິ​ງພົບ​ປະ​ກັບ​ທ່ານ​​ໂອ​ບາມາ ເນັ້ນໜັກຈີນ-ອາເມລິກາດຳເນີນ "ການຮ່ວມມືຂ້າມມະຫາສະໝຸດປາຊີຟິກ"

(GMT+08:00) 2013-06-08 10:19:10     cri


ວັນ​ທີ 7 ມິຖຸນາ​ນີ້, ທ່ານ​ຊີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ຢູ່​ທີ່​ສວນ​ນິຄົມ​ອັນ​ເນນ​ເບີກ​ຂອງ​ລັດ​ກາລີ​ຟໍ​ເນ​ຍອາ​ເມ​ລິ​ກາ.

​ໃນ​​ເວລາ​ພົບ​ປະກັນ, ທ່ານ​ຊີ​ຈິ້ນ​ຜິ​ງຊີ້​ອອກ​ວ່າ, ປັດຈຸບັນ, ກາ​ນພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ຢູ່​ໃນ​ຈຸດ​ເລີ່​ມຕົ້ນ​ທາງ​ປະຫວັດສາດ​ອັນ​ໃຫມ່​ອີກ​ຈຸດ​ຫນຶ່ງ​ແລ້ວ. ຈາກ​ການພັທະນາ​ເສດຖະກິດ​ຂອງ​ປະ​ເທດ​ຕົນ​ເອງຕະຫລອດ​ເຖິງ​ການ​ຊຸກ​ຍູ້​ໃຫ້​ເສດຖະກິດ​ທົ່ວ​ໂລກ​ມີ​ຄວາມ​ຫມັ້ນທ່ຽງ​ແລະ​ຟື້ນ​ຕົວ​ຄືນ, ຈາກ​ການ​ແກ້​ໄຂ​ບັນຫາສາກົນ​ແລະ​ພາກ​ພື້ນທີ່​ເປັນ​ຈຸດ​ສຸມ​ຮອດ​ການ​ຮັບ​ມື​ກັບສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ທົ່ວ​ໂລກ, ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ຈຸດຢືນ​ຮ່ວມ​ກັນ​ທາງ​ດ້ານຜົນ​ປະ​ໂຫຍ​ດອັນ​ສຳຄັນ, ລ້ວນ​ແຕ່​ຕ້ອງການ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ.


ທ່ານ​ຊີ​ຈິ້ນ​ຜິ​ງກ່າວ​ເນັ້ນ​ວ່າ, ພາຍ​ໃຕ້​ສະຖານະ​ການ​ໃຫມ່, ພວກ​ເຮົາ​ຄວນ​ລົງ​ເລິກ​ພິຈາລະນາ​ເຖິງ​ກາ​ນພົວພັນ​ລະຫວ່າງ​ສອງ​ປະ​ເທດ.ພວກ​ເຮົາ​ຕ້ອງການ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ແນວ​ໃດ?ຈີນ​ກັບ​ອາ​ເມ​ລິ​ກາ​ຄວນ​ຮ່ວມ​ມື​ກັນ​ແນວ​ໃດ​ເພື່ອ​ບັນລຸ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ?ຈີນ​ກັບ​ອາ​ເມ​ລິ​ກາ​ຄວນ​ຮ່ວມ​ມື​ແນວ​ໃດ​ເພື່ອ​ຊຸກ​ຍູ້​ສັນຕິພາບ​ກັບ​ການ​ພັດທະນາ​ຂອງ​ໂລກ?ນີ້​ບໍ່​ພຽງ​ແຕ່​ແມ່ນ​ເລື່ອງ​ທີ່​ປະຊາຊົນ​ທັງ​ສອງ​ປະ​ເທດ​ໄດ້​​ເອົາ​ໃຈ​ໃສ່​ເທົ່າ​ນັ້ນ,​ແຕ່ຍັງ​ແມ່ນ​ເລື່ອງ​ທີ່ທົ່ວ​ປະຊາ​ຄົມ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຄື​ກັນ.ພວກ​ເຮົາ​ຄວນ​ເລີ່​ມຈາກ​ຜົນ​ປະ​ໂຫຍ​ດພື້ນ ຖານຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເລັ່ງ​ໃສ່​ການຊຸກ​ຍູ້​ການ​ພັດທະນາ​ຂອງ​ມະນຸດ,ປະດິດ​ສ້າງ​ແນວ​ຄວາມ​ຄິດ, ​ແລະ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງຫນ້າ, ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃຫມ່.

ທ່ານ​ຊີ​ຈິ້ນ​ຜິ​ງກ່າວ​ວ່າ, ຂ້າພະ​ເຈົ້າ​ຄອງ​ຄອ​ຍຈະ​ຮ່ວມ​ກັບ​ທ່ານ​ປະທານາທິບໍດີ​ໂອ​ບາ​ມາ​ລົງ​ເລິກ​​ແລກປ່ຽນ​ກັນ​ຢ່າງ​ກວ້າງຂວາງ​ກ່ຽວ​ກັບ​ບັນຫາ​ສຳຄັນ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ທີ່​ທັງ​ສອງ​ຝ່າຍ​​ໃຫ້​ຄວາມ​ສົນ​ໃຈ​ຮ່ວມ​ກັນ,​​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ແລະ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ.​ເຊື່ອວ່າ​ພາຍ​ໃຕ້​ຄວາມ​ພະຍາຍາມ​ຮ່ວມ​ກັນ​ລະຫວ່າງ​ສອງ​ຝ່າຍ, ກາ​ນພົບ​ປະ​ເທື່ອ​ນີ້​ຈະ​ໄດ້​ຮັບ​ຫມາກຜົນ​ທີ່​ສຳຄັນ,ສາມາດ​ເພີ່ມ​ພະລັງ​ແຮງ​ອັນ​ໃຫມ່​ເຂົ້າ​​ໃນການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃນ​ອະນາຄົດ.

ທ່ານ​ບາຣັກ ໂອ​ບາ​ມາ ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ສີ​ຈິ້ນ​ຜິ​ງ, ​ແລະກ່າວວ່າ: ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ​ມີ​ຄວາມ​ສຳຄັນຫຼາຍຕໍ່​ທັງ​ສອງ​ປະ​ເທດ​ອາ​ເມ​ລິ​ກາ​ແລະ​ຈີນ, ຕໍ່ພາກ​ພື້ນ​ອາຊີ​ປາຊີ​ຟິກ ​ແລະທົ່ວ​ໂລກ. ການພົບ​ປະ​ເຈລະຈາ​ລະຫວ່າງຂ້າພະ​ເຈົ້າກັບ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ໄດ້​ມີ​ຂຶ້ນ​ໃນ​ເວລາ​ອັນ​ສັ້ນໆ ພາຍຫຼັງການ​ສ້າງຕັ້ງລັດຖະບານ​ຊຸດ​ໃໝ່​ຂອງ​ສອງ​ປະ​ເທດ, ນີ້ກໍ​ສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ, ສອງ​ປະ​ເທດ​ອາ​ເມ​ລິ​ກາ-ຈີນ​ດຳ​ເນີນ​ການ​ແລກປ່ຽນກັນ​​ດ້ວຍ​ຄວາມ​​ຈິງ​ໃຈ​ແລະ​ມີ​ລັກສະນະ​ສ້າງສັນ ຈະ​ມີຄວາມ​ສຳຄັນຫຼາຍຕໍ່​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ການຈັດວາງ​ທີ່ພິ​ເສດໃນ​ມື້​ນີ້ ກໍ​ສະ​ແດງ​​ໃຫ້​ເຫັນເຖິງຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ, ເຮັດ​ໃຫ້ສອງ​ຝ່າຍ​ມີ​ໂອກາດ​ດຳ​ເນີນ​ການ​ປຶກສາ​ຫາລື​ກັນ​ໃນຫຼາຍຫົວ​ຂໍ້, ຊອກ​ຄົ້ນ​ແລະ​ສ້າງ​ຮູບ​ແບບ​​ໃໝ່​ຂອງການ​ຮ່ວມ​ມືລະຫວ່າງ​ປະ​ເທດ​ກັບປະ​ເທດ ບົນ​ພື້ນຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ເຄົາລົບ​ເຊິ່ງກັນ​ແລະ​ກັນ.