ການ​ພົບ​ປະ​ຮອບທີ​ສອງລະຫວ່າງ​ປະມຸກ​ລັດ​ຈີນ-ອາ​ເມ​ລິ​ກາ

(GMT+08:00) 2013-06-09 14:07:24     cri

ຕາມ​ຂ່າວ CRI: ວັນ​ທີ 8 ມິຖຸນາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ ​ແລະ ທ່ານ​ບາ​ຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ພົບ​ປະກັນຮອບ​ທີ​ສອງ​ຢູ່​ເຮືອນ​ພັກ​ອັນ​ເນນ​ເບິ​ກ ລັດ​ກາລີ​ຟໍ​ເນຍອາ​ເມ​ລິ​ກາ. ປະມຸກ​ລັດ​ຂອງ​ສອງ​ປະ​ເທດ​ຕ່າງ​ໄດ້​​ແຈ້ງ​ສະພາບ​ເສດຖະກິດ​ແລະ​ນະ​ໂຍບາຍ​ເສດຖະກິດ​ຂອງ​ປະ​ເທດຕົນ​ໃຫ້​ກັນຊາ​ບ, ​ແລະ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ.

ທ່ານ​ສີ​ຈິ້ນ​ຜິ​ງ ຊີ້​ອອກ​ວ່າ: ການ​ພົວພັນ​ດ້ານ​ເສດຖະກິດ​ແມ່ນ​ພື້ນຖານ​ອັນ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ​ໂດຍ​ຕະຫຼອດ ມາ. ຈີນ​ຫວັງ​ໃຫ້​ອາ​ເມ​ລິ​ກາ​ປະຕິບັດ​ນະ​ໂຍບາຍ​ເສ​ດຖະກິດ​ມະຫາ​ພາກ​ທີ່​ມີ​ຄວາມຮັບຜິດຊອບ, ຍຶດໝັ້ນການ​ຄ້າ​ເສລີ, ຕ້ານ​ລັດທິ​ປົກ​ປ້ອງ​ການ​ຄ້າ, ຜ່ອນຄາຍ​ຄວາມ​ຈຳກັດ​ໃນການສົ່ງ​ອອກ​ດ້ານ​ເຕັກ​ໂນ​ໂລ​ຊີກ້າວໜ້າ​ຕໍ່​ຈີນ, ສະໜອງ​ສະພາບ​ແວດ​ລ້ອມ​ທີ່​ຍຸຕິ​ທຳ​ໃຫ້​ແກ່​ວິ​ສາ​ຫະກິດ​ຈີນ​ໃນ​ການ​ໄປ​ລົງທຶນ​ຢູ່​ອາ​ເມ​ລິ​ກາ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ດ້ານ​ຊັບ​ສິນ​ຂອງ​ຈີນ​ຢູ່​ອາ​ເມ​ລິ​ກາ, ຮ່ວມ​ກັນ​ກັບ​ຈີນ​ສ້າງ​ສະຖານະ​ການ​ໃໝ່​ຂອງ​ການ​ພົວພັນ​ດ້ານ​ເສດຖະກິດ​ລະຫວ່າງ​ຈີນ-ອາ​ເມ​ລິ​ກາ. ທ່ານ​ສີ​ຈິ້ນ​ຜິ​ງ ສະ​ເໜີ​ໃຫ້​ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ທີ່​ມີ​ຄວາມ​ໝາຍລັກສະນະ​ໂດຍ​ລວມ​ແລະ​ລັກສະນະ​ຍຸດ​ທະ​ສາດ​ຕໍ່​ການ​ພັດທະນາ​ເສດຖະກິດ​ຂອງ​ສອງ​ປະ​ເທດ, ​ເປັນຕົ້ນ​ແມ່ນ ການ​ລົງທຶນ​ຕໍ່​ກັນ, ພະລັງງານ, ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ.

ທ່ານ​ສີຈິ້ນ​ຜິ​ງ ກ່າວ​ຕື່ມ​ວ່າ: ການ​ພົບ​ປະຄັ້ງນີ້ ​ແມ່ນ​ການ​ກະທຳ​ທີ່​ມີ​ລັກສະນະ​ປະ​ດິດ​ສ້າງ​ໃນ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ການ​ນຳ​ຂັ້ນສູງ​ຂອງ​ສອງ​ປະ​ເທດ ພາຍຫຼັງຈີນແລະອາ​ເມ​ລິ​ກາ​ໄດ້​ສ້າງຕັ້ງລັດຖະບານ​ຊຸດ​ໃໝ່​. ​ໄດ້​​ແຈ້ງຂໍ້​ມູນ​ຂ່າວສານ​ອັນຕັ້ງໜ້າ​ຕໍ່​ປະຊາຊົນ​ສອງ​ຊາດ ແລະ ປະຊາ​ຄົມ​ໂລກ ທີ່​ຈີນ​ແລະ​ອາ​ເມ​ລິ​ກາສຸມ​ໃສ່​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສານ​ງານ​ທາງ​ດ້ານ​ຍຸດ​ທະ​ສາດ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ຍຸດ​ທະ​ສາດ, ຊຸກ​ຍູ້​ການ​ສ້າງ​ການ​ພົວພັນ​ແບບ​​ໃໝ່​ລະຫວ່າງ​ປະ​ເທດ​ໃຫຍ່, ຮ່ວມ​ກັນ​ຊຸກ​ຍູ້​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​ແລະ​ຂອງ​ໂລກ. ການ​ພົບ​ປະຄັ້ງນີ້ ​ໄດ້​ຮັບໝາກຜົນ​ອັນ​ອຸດົມສົມບູນ.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ: ການ​ພົວພັນ​ດ້ານ​ເສດຖະກິດ​ທີ່​ກວ້າງຂວາງ​ລະຫວ່າງ​ອາ​ເມ​ລິ​ກາ-ຈີນ ມີ​ຄວາມ​ສຳຄັນຫຼາຍຕໍ່​ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ສອງ​ປະ​ເທດ, ກໍ​ຈະ​ມີ​ຜົນ​ສະທ້ອນ​ທີ່​ສຳຄັນ​ແລະ​ຕັ້ງໜ້າ​ຕໍ່​ເສດຖະກິດ​ໂລກ​ເຊັ່ນ​ດຽວ​ກັນ. ອາ​ເມ​ລິ​ກາ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ອາ​ເມ​ລິ​ກາ, ຍິນ​ດີ​ໃຊ້​ມາດ​ຕະການ​ເພື່ອ​ຊຸກ​ຍູ້​ການ​ຜ່ອນຄາຍ​ການ​ສົ່ງ​ອອກຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າຕໍ່​ຈີນ, ຫວັງ​ວ່າ​ຈະ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ, ພະລັງງານ ​ແລະຂົງ​ເຂດ​ອື່ນໆ​ກັບ​ຈີນ.