ວິຊາ​ການ​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຄວນ​ຫລີກ​ເວັ້ນຄວາມ​ຂັດ​ແຍ່ງ​ກັນ​ແລະ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ໃຫ້​ຫລາຍ​ກວາ​ເກົ່າ

(GMT+08:00) 2013-06-10 14:46:15     cri

ການ​ພົບ​ປະກັນຢູ່​ເຮືອນ​ພັກ​ລະຫວ່າງ​ທ່ານ​ຊີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ກັບ​ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ສິ້ນ​ສຸດ​ລົງ​ໃນ​ຕອນ​ທ່ຽງ​ວັນ​ທີ 8 ມິຖຸນາ​ຕາ​ເມ​ວລາ​ທ້ອງ​ຖີ່​ນ. ນັກວິຊາການ​ທີ່​ຄົ້ນຄວ້າ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ຢືນຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ຄວາມ​ຫມາຍ​ຂອງການ​ພົບ​ປະ​ເທື່ອ​ນີ້ທີ່​ມີ​ຕໍ່​ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ, ​ເຫັນ​ວ່າ,ປະມຸກ​ລັດ​ສອງ​ປະ​ເທດ​ມີ​ຄວາມ​ຮັບ​ຮູ້​ທີ່​ຄື​ກັນ​ອັນ​ສຳຄັນ​ກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃຫມ່​ແມ່ນ​ຫມາກຜົນ​ທີ່​ສຳຄັນ​ທີ່​ສຸດ​ທີ່​ໄດ້​ຮັບ​ໃນ​​ການ ພົບ​ປະ​ເທື່ອ​ນີ້.​ໃນ​ອະນາຄົດ,ຈີນ​ກັບ​ອາ​ເມ​ລິ​ກາ​ຈະ​ພະຍາຍາມ​ເພີ່ມ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ກັນ, ຄວບ​ຄຸມ​ຄວາມ​ເຫັນ​ທີ່​ຕ່າງ​ກັນ​ເປັນ​ຢ່າງ​ດີ,ນີ້​ຕ້ອງການ​ໃຫ້​ສອງ​ຝ່າຍ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​​ໃຫ້​ຫລາຍ​ກວ່າ​ເກົ່າ​ແລະ​ດີກ​ວ່າ​ເກົ່າ, ທັງ​ຫມົດ​ເຫລົ່າ​ນີ້​ແມ່ນ​ຍ້ອນ​ວ່າ​ທັງ​ສອງ​ຝ່າຍ​ມີ​ຄວາມ​ຕ້ອງການ​ອີງ​ອາ​ໃສ​ນຳ​ຝ່າຍ​ກົງກັນຂ້າມ.

ທ່ານ​ຊີ​ຊິ່ງ, ຫົວຫນ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ບັນຫາ​ສາກົນ​ຈີນ​ເຫັນ​ວ່າ, ການ​ພົບ​ປະລະ​ຫວ່າງ​ຜູ້​ນຳ​ສອງ​ຝ່າຍ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ,​ເພື່ອ​ພະຍາຍາມ​ສ້າງ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ໃຫຍ່​ແບບ​ໃຫມ່,ນີ້​​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃນ 10 ປີ​ຕໍ່ຫນ້າ​ນີ້,​ແລະ​ມີ​ຄວາມ​ຫມາຍ​ດ້ານ​ຍຸດ​ທະ​ສາດ​ໃຫ້​ແກ່​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ອາຊີ​ປາຊີ​ຟິກກໍ່​ຄື​ຂອງ​ໂລກ.ທ່ານ​ກ່າວ​ວ່າ:

ການ​ພົບ​ປະ​ເທື່ອ​ນີ້​ໄດ້ສົ່ງ​ສັນຍານ​ອັນ​ແຮງ​ກ້າວ​ອັນ​ຫນຶ່ງ​ໄປ​ໃຫ້​ປະຊາ​ຄົມ​ໂລກ​ຄື ຈີນ​ກັບ​ອາ​ເມ​ລິ​ກາ​ແມ່ນ​ຫມູ່​ຄູ່​​ຮ່ວມ​ມື​ກັນ.

​ເລື່ອງ​ຈິງ​​ໄດ້​ຢືນຢັນ​ໃຫ້​ເຫັນ​ແລ້ວ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໃນ​ດ້ານ​ການ​ຕ້ານ​ກັບ​ໂຈນ​ທະ​ເລ​ຢູ່​ອ່າວ​ອາ​​ເຕັນ,ການ​ເຈລະຈາ 6 ຝ່າຍ​ແລະ​ດ້ານ​ອື່ນໆ​ມີ​ຜົນ​ດີ​ຕໍ່​ການ​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ສອງ​ຝ່າຍ, ສ່ວນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ,ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ແລະ​ອື່ນໆ​ນັ້ນ​ກໍ່​ມີ​ຄວາມ​ຫມາຍ​ສຳຄັນ​ຕໍ່​ທົ່ວ​ໂລກ.

​ໃນ​ການພົບ​ປະ,ທ່ານ​ຊີ​ຈິ້ນ​ຜິ​ງ​ໄດ້​ເປັນ​ເຈົ້າ​ການ​ກ່າວ​ເຖິງ​ບັນຫາ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ແລະ​ທະ​ເລ​ຈີນ​ໃຕ້,ນີ້​ສະ​ແດງ​ໃຫ້​ເຫັນວ່າ​ທັງ​ສອງ​ຝ່າຍ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ຈຳນວນ​ຫນຶ່ງ, ​ແຕ່​ກໍ່​ເຫັນ​ດີ​ຮ່ວມ​ກັນ​ຄຸ້ມ​ຄອງ​ຄວາມ​ຂັດ​ແຍ່ງ​ກັນ​ຢ່າງ​ມີ​ລັກສະນະ​ສ້າງສັນ.

ນັກວິຊາການ​ທີ່​ໃຫ້​ສຳພາດ​​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ຈີນ​ແລະ​ອາ​ເມ​ລິ​ກາ​ໃນ​ຊູ່​ມື້​ນີ້​, ບໍ່​ວ່າ​ໃນ​ດ້ານ​ການ​ພັດທະນາ​ຂອງ​ຕົນ​ເອງ, ການ​ສ້າງສາ​ສິດ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ທົ່ວ​ໂລກ​ຫລື​ໃນ​ດ້ານ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ໃນ​ທົ່ວ​ໂລກ​ນັ້ນ, ລ້ວ​ນ​ແຕ່​ນັບ​ມື້​ນັບປາສະຈາກ​ຝ່າຍ​ກົງກັນຂ້າມ​ບໍ່​ໄດ້. ຄົນ​ທັງຫລາຍ​ຄອງ​ຄອຍ​ຢາກ​ເຫັນ​ວ່າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ບໍ່​ປະ​ທະ​ກັນ​ບໍ່​ເປັນ​ປໍ​ລະ​ປັກ​ກັນ,​ໂດຍ​ຖື​ການ​ສ້າງ​ການ​ພົວພັນ​ແບບ​ໃຫມ່ລະຫວ່າງ​ປະ​ເທດ​ໃຫຍ່​,ນີ້​ແມ່ນ​ການ​ເລີ່​ມຕົ້ນ​ແຫ່ງ​ຍຸກ​ສະ​ໄຫມ​ໃຫມ່.