ທ່ານ​ສີຈິ້ນຜິ​ງ​ເດີນທາງ​ໄປ​​ເຖິງສູນ​ຍິງ​ສົ່ງ​ດາວ​ທຽມ​ເພື່ອ​​ໃຫ້​ກຳລັງ​ໃຈ​ແກ່​ນັກ​ບິນອະວະກາດທີ່​ຈະ​ອອກ​ເດີນທາງ

(GMT+08:00) 2013-06-11 18:43:08     cri
ຕາມ​ຂ່າວCRI: ວັນ​ທີ11ມິຖຸນາ​ນີ້, ທ່ານ​ສີ ຈິ້ນ ຜິ​ງ, ປະທານ​ປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ເຖິງ​ສູນ​ຍິງ​ສົ່ງ​ດາວ​ທຽມ​​ໂຈ​ຊວນ​​ເພື່ອ​ຊົມເບິ່ງການ​ຍິງ​ສົ່ງ​ຍານ​ອະວະກາດ​ບັນທຸກ​ຄົນເສິນ​ໂຈ່​ວເລກ10​. ​ໃນ​ເວລາ14​ໂມງ28ນາທີ, ທ່ານ​ສີ ຈິ້ນ ຜິ​ງ​ໄດ້​ເດີນທາງ​ໄປ​"​ເວີ້​ນ ທ່ຽນ ​ເກີ"ຫໍ​ພັກ​ນັກ​ບິນອະວະກາດ, ​ໃຫ້​ກຳລັງ​ໃຈ​ແກ່ທ່ານ​ເນ້ ​ໄຫ ຊື້​ງ, ທ່ານ​ຈ່າງ ສຽວ ກວ່າ​ງ, ນາງ​ຫວາງ ຢາ ພີ​ງ, ນັກ​ບິນ​ອະວະກາດ​ທີ່​ຈະ​ອອກ​ເດີນທາງ.