ຍານ​ອະວະກາດ"ທຽນກົ່ງ​ເລກ 1"​ແລະຍານ"​ເສີນ​ໂຈ່​ວ​ເລກ 10" ເຊື່ອມຕໍ່​ກັນ​​ໂດຍ​ອັດຕະ​ໂນ​ມັດຢ່າງ​ສຳ​ເລັດ​ຜົນ

(GMT+08:00) 2013-06-13 16:25:06     cri
​ເວລາ 13 ​ໂມງ 18 ນາທີ ວັນ​ທີ 13 ​ມິຖຸນາ​ນີ້, ຍານ​ອະວະກາດ"​ເສີນ​ໂຈ່​ວ​ເລກ 10"ຊຶ່ງ​ບັນທຸກ​ນັກ​ບິນ​ອະວະກາດ 3 ຄົນ​ໄດ້​ເຊື່ອມ​ຕໍ່​ກັ​ເຂົ້າ​ຍານ​ອະວະກາດ"​ທຽນ​ກົ່ງ​ເລກ 1"​ແບບ​ອັດຕະ​ໂນ​ມັດຢ່າງ​ສຳ​ເລັດ​ຜົນ. ນີ້​ແມ່ນ​ຍານ​ອະວະກາດ"ທຽນ​ກົ່ງ​ເລກ 1"​​ເຊື່ອມ​ຕໍ່​ກັບ​ຍານ​ອະວະກາດ​"​ເສີນ​ໂຈ່ວ"ຢ່າງ​ສຳ​ເລັດ​ຜົນ​ເປັນ​​ເທື່ອ​ທີ 5 ນັບ​ແຕ່​ຖືກ​ຍິງ​ຂຶ້ນສູ່​ວົງ​ໂຄ​ຈອນ​ເມື່ອ​ເດືອນ​ກັນຍາ​ປີ 2011 ​ເປັນ​ຕົ້ນມາ.

ພາຍ​ໃຕ້​ການ​ຄວບ​ຄຸມ​ຢ່າງ​​ແມ່ນ​ຢຳ​ຈາກ​ນັກວິທະຍາສາດ​ເຕັກນິກ, ຍານ​ອະວະກາດ​ເສີນ​ໂຈ່​ວ​ເລກ 10 ທີ່​ຍິງ​ຂຶ້ນ​ສູ່​ວົງ​ໂຄຈອນ​ໃນ​ເວລາ 17 ​ໂມງ38 ນາ​ທີ່​ຂອງ​ວັນ​ທີ 11 ມິຖຸນາ​ນີ້​ໄດ້​ປ່ຽນ​ວົງ​ໂຄ​ຄອນ​ຫຼາຍ​ເທື່ອ, ​ແລະ​ເຂົ້າ​ສູ່​ສະພາບ​ການ​ຄວບ​ຄຸມ​ດ້ວຍ​ຕົນ​ເອງ​ໃນ​ເວລາ 10 ​ໂມງ 48 ນາທີ​ຂອງ​ວັນ​ທີ 13 ມິຖຸນາ​ນີ້, ​ແລ້ວ​ຫຍັບ​ເຂົ້າ​ໃກ້​ກັບ​ຍານ "ທຽນ​ກົ່ງ​ເລກ 1" ​ເທື່ອ​ລະ​ກ້າວ​ດ້ວຍ​ວິທີ​ຄວບ​ຄຸມ​ດ້ວຍ​ຕົນ​ເອງ.

ພາຍຫຼັງ​ສູນ​ຄວບ​ຄຸມ​ການບິນ​ອະວະກາດ​ປັກ​ກິ່ງ​​ໄດ້​ຢືນຢັນ​ຢ່າງ​ຄັກ​ແນ່​ຕໍ່​ສະພາບ​ການ​ກຽມ​ເຊື່ອມ​ຕໍ່​ໃນ​ຂັ້ນສຸດ​ທ້າຍ​ແລ້ວ, ຍານ​ອະວະກາດ​ເສີນ​ໂຈ່​ວ​ເລກ 10 ​ໄດ້ຄ່ອຍໆ​ຫຍັບ​ເຂົ້າ​ໃກ້​ກັບ​ຍານ "ທຽນ​ກົ່ງ​ເລກ 1". ​ແລະ​​ເຊື່ອມ​ຕໍ່​​ເຂົ້າ​ກັນ​ໃນ​ເວລາ 13 ​ໂມງ 11 ນາທີ, ພາຍຫຼັງ​ສຳ​ເລັດ​ການ​ເຊື່ອມ​ຕໍ່​ຕາມ​ຂັ້ນ​ຕອນເຕັກນິກ​ຕ່າງໆ​​ເປັນ​ຢ່າງ​ດີ​ແລ້ວ, ຍານ​ອະວະ​ກາດ​ສອງ​ໜ່ວຍ​ໄດ້​ ​ປະກອບ​ເຂົ້າ​ເປັນ​ຍານ​ລຳ​ດຽວ.

ຕາມການຈັດ​ວາງ​​ໃນ​ແຜນການ, ນັກ​ບິນ​ອະວະກາດ​ 3 ຄົນ​ຈະ​ຜ່ານ​ທາງ​ເຊື່ອມ​ຕໍ່​ເຂົ້າ​ສູ່​ຍານ​ອະວະກາດ​ທຽນ​ກົ່ງ​ເລກ 1, ​ເພື່ອ​ດຳ​ເນີນ​ການ​ທົດ​ລອງ​ວິທະຍາສາດ​ດ້ານ​ອະວະກາດ​ແລະ​ການ​ທົດ​ລອງ​ເຕັກນິກ​ທີ່​ກ່ຽວຂ້ອງ.