ຈີນ​ຫວັງ​ວ່າ​ການ​ຢ້ຽມຢາມ​ຂອງ​ທ່ານ​ເຈືອ​ງ​ເຕີນ​ຊ່າງ ປະ​ທານ​ປະ​ເທດ​ຫວຽດນາມຈະຊຸກຍູ້​ໃຫ້ການ​ພົວພັນ​ຈີນ​ຫວຽດນາມ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ໃຫມ່

(GMT+08:00) 2013-06-15 15:37:05     cri

ຕາມ​ຂ່າວສານ​ຊິ​ນຮວາ:ວັນ​ທີ14 ມິຖຸນາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວປະຈຳ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ,ທ່ານ​ນາງ​ຮວາຊຸ່ນຢິງ,​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຫວັງ​ວ່າ​ ຜ່ານ​ການ​ຢ້ຽມຢາມ​ຂອງ​ທ່ານ​ເຈືອ​ງ​ເຕີນ​ຊ່າງ, ປະ​ທານ​ປະ​ເທດ​ຫວຽດນາມຈະ​ຊຸກຍູ້​ໃຫ້ການ​ພົວພັນ​ຈີນ​ຫວຽດນາມ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ໃຫມ່.

ທ່ານນາງ​ຮວາ​ຊຸ່ນຢີງກ່າວ​ວ່າ,​ໂດຍ​ຕອບ​ສະຫນອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີຈິ້ນ​ຜິງ,ປະທານ​ປະ​ເທດ​ຈີນ,ທ່ານ​ເຈືອງ​ເຕີນ​ຊ່າງ,ປະທານ​ປະ​ເທດ​ຫວຽດາມ​ຈະ​ຢ້ຽມຢາມ​ຈີນທາງ​ລັດຖະກິດນັບ​ແຕ່​ວັນ​ທີ19 ຫາ​ວັນ​ທີ21 ມິຖຸນາ​ນີ້.

ທ່ານນາງ​ກ່າວ​ວ່າ,ປະຈຸ​ບັນ,ການ​ພົວພັນ​ຈີນ​ຫວຽດນາມ​ໄດ້​ຮັກສາ​ທ່າ​ອຽງ​ການ​ພັດທະນາ​ຢ່າງ​ຫມັ້ນ​ທ່ຽງ.​ເດືອນ​ມີນາ​ປີ​ນີ້,ທ່ານ​ສີຈິ້ນຜິງ,​ເລຂາທິການ​ໃຫຍ່​ໄດ້​ໂທລະສັບ​ກັບ​ທ່ານ​ຫງວຽນ​ຟູ​ຈອງ,​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ຄອມ​ມູນິດ​ຫວຽດນາມ,​ເພື່ອ​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​​​ເຫັນ​ທີ່​ເປັນ​ເອກະສັນ​ກັນອັນ​ສຳຄັນ​ກ່ຽວ​ກັບ​ການ​ປັບປຸງ​ແລ​ະຂະຫຍ​າຍການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ ດ້ານ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ຕື່ມ​ອີກ.​ເດືອນ​ພຶດສະພາ​​ແລ້ວ​ນີ້,ຄະນະ​ກຳມະການ​ຊີ້​ນຳ​ການຮ່ວມ​ມືລະຫວ່າງ​ສອງ​ຝ່າຍ​ຈີນ​ຫວຽດນາມ​ເທື່ອ​ທີ6 ​ໄດ້​ຈັ​ດຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ,​ເພື່ອ​ກຳນົດມາດ​ຕະການລະອຽດ​ທີ່​ຊຸກຍູ້​ການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ທີ່​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ໃນ​ໄລຍະ​ຕໍ່​ໄປ.


ນາງ​ກ່າວ​ວ່າ,ພວກ​ຂ້າພະ​ເຈົ້​າ​ເຫັນ​ວ່າ,ຈີນ​ກັບ​ຫວຽດນາມ​ແມ່ນປະ​ເທດ​ໃກ້​ຄຽງ​ແລະ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ສຳຄັນ,ສອງ​ປະ​ເທດ​ລ້ວນ​ແຕ່​​ຢູ່​ໃນ​ໄລ​ຍະ​ທີ່​ເປັນ​ຂໍ​ກະ​ແຈ​ໃນ​ການ​ປະຕິ​ຮູບ​ແລະການ​ພັດທະນາ, ການ​ພົວພັນ​ຈີນ​ຫວຽດນາມ​ທີ່​ຫມັ້ນ​ທ່ຽງ​ແລະ​ປອດ​​ໃສ​ລ້ວນ​ແຕ່​ມີ​ຜົນ​ດີ​ຕໍ່​ສອງ​ຝ່າຍ.ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ ​ການ​ຢ້ຽມຢາມ​ຂອງທ່ານ​ປະທານ​ເຈືອ​ງ​ເຕີນຊ່າງ​ເທື່ອ​ນີ້ຈະ​ເພີ່ມ​ທະວີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ທາງ​ການ​ເມືອງ​ກັບ​ຫວຽດນາມ​ຕື່ມ​ອີກ,​​ຊຸກຍູ້​ການ​ຮ່ວມ​ມື​ກັນຢ່າງ​ແທ້​ຈິງ,​ເ​ພີ່​ມທະວີ​ການ​ແລກປ່ຽນແລະ​ປະສານສົມທົບ​ກັນ​ໃນ​ວຽກ​ງານ​ຫຼາຍ​ຝ່າຍ,​ເພື່ືອຊຸກຍູ້​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານຈີນ​ຫວຽດນາມ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ໃຫມ່.