ທ່ານ​ຮາ​ຊັນ ຣູຮາ​ນີ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອີຣານ ປະຊາ​​ຄົມ​ໂລກ​ມີ​ປະຕິກິລິຍາ​ທີ່​ແຕກ​ຕ່າງ​ກັນ

(GMT+08:00) 2013-06-17 15:19:28     cri

ຕາມ​ຂ່າວ CRI: ການ​ເລືອກ​ຕັ້ງປະທາ​ນາ​ທິບໍດີ​ຂອງ​ອີຣານ ​ໄດ້​ສະ​ເຫຼີຍຜົນ​ໃນ​ຕອນ​ຄ່ຳ​ວັນ​ທີ 15 ມິຖຸນາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຮາ​ຊັນ ຣູຮາ​ນີ, ອະດີດ​ຫົວໜ້າ​ຜູ້​ແທນ​ການ​ເຈລະຈາ​ບັນຫາ​ນິວ​ເຄຼຍອີຣານ, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງຈາກ​ພັກ​ຝ່າຍ​ອະນຸລັກ​ນິຍົມ​ທີ່​ມີນະໂຍ ບາຍນິ້ມນວນພຽງ​ຄົນ​ດຽວ ​ໄດ້ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ເທື່ອ​ນີ້, ກາຍ​ເປັນ​ປະທາ​ນາທິບໍດີ​ຄົນ​ໃໝ່​ຂອງ​ອີຣານ. ປະຊາ​ຄົມ​ໂລກ​ມີ​ປະຕິກິລິຍາ​ທີ່​ແຕກ​ຕ່າງ​ກັນ​ຕໍ່​ການ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງຂອງ​ທ່ານຣູຮາ​ນີ.

ວັນ​ທີ 15 ມິຖຸນາ​ນີ້, ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຜ່ານ​ໂຄສົກ​ຂອງ​ທ່ານ​ອອກ​ຖະ​ແຫຼງການ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານຣູຮາ​ນີ. ທ່ານ​ບັນ​ກີ​ມູນກ່າວ​ວ່າ: ທ່ານ​ເອງ​ໄດ້ຕິດຕາມ​ຢ່າງ​ໃກ້ຊິດ​ຕໍ່​ການ​ເລືອກ​ຕັ້ງປະທານາທິບໍດີ​ຂອງ​ອີຣານມາ​ໂດຍ​ຕະຫຼອດ, ​ແລະ​ສະ​ແດງ​ຄວາມ​​ເພິ່ງພໍ​ໃຈຕໍ່​ການ​ເລືອກ​ຕັ້ງ​ເທື່ອ​ນີ້​ທີ່​ມີ​ອັດຕາ​ການ​ປ່ອນ​ບັດ​​ລະດັບ​ສູງ.

ຕໍ່​ເລື່ອງ​ທີ່​ທ່ານຣູຮາ​ນີ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອີຣານ, ອາ​ເມ​ລິ​ກາ ກ່າວ​ວ່າ: ຈະ​​ເຄົາລົບການ​ເລືອກ​ເຟັ້ນຂອງ​ປະຊາຊົນ​ອີ ຣານ, ​ແລະ​ກ່າວ​ຢ້ຳວ່າ​ຍິນ​ດີ​ຜ່ານ​ຊ່ອງ​ທາງ​ການ​ຕ່າງປະ​ເທດ​ໃນ​ການ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງອີຣານ.

ທ່ານ​​ເບັ​ນຈາ​ມິນ ເນ​ທັນ​ຢາ​ຮູ, ນາຍົກລັດຖະມົນຕີອິສຣາ​ແອນ ກ່າວ​ວ່າ: ສິ່ງ​ທີ່​ອິສຣາ​ແອນ​ສົນ​ໃຈ​ທີ່​ສຸດ​ນັ້ນ​ແມ່ນ​ແຜນການ​ນິວ​ເຄຼຍຂອງ​ອີຣານ. ທ່ານ​ກ່າວ​ຕໍ່​ໄປວ່າ: ຜູ້​ຕົກລົງ​ແຜນການ​ນິວ​ເຄຼຍຂອງ​ອີຣານ​ແມ່ນ​ທ່ານ​​ແກຣນ ອາ​ຢາ​ໂຕ​ລາ ​ເຊ​ອິດ ອາລີ ຮາ​ເມ​ເນ​ອີ(Grand Ayatollah Seyyed Ali Khamenei), ຜູ້ນຳ​ສູງ​ສຸດ​ຂອງ​ອີຣານ, ຫາກ​ບໍ່​ແມ່ນ​ປະທານາທິບໍດີ​ຂອງ​ອີຣານ​ເປັນ​ຜູ້​ຕົກລົງ. ຂະນະ​ດຽວ​ກັນ ທ່ານ​ກໍ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສືບ​ຕໍ່​ໃສ່​ຄວາມ​ກົດ​ດັນ​ຕໍ່​ອີຣານ​ໃນ​ບັນຫາ​ນິວ​ເຄຼຍ.

ວັນ​ທີ 16 ມິຖຸນາ​ນີ້, ກົມ​ຖະ​ແຫຼງຂ່າວ​ປະທານາທິບໍດີຣົດ​ເຊຍ ຖະ​ແຫຼງວ່າ: ທ່ານ​ວຼາດີ​ເມຍ ປູ​ຕິນ, ປະທານາທິບໍດີຣັດ​ເຊຍ​ໄດ້​ສົ່ງ​ໂທລະ​ເລກໄປ​ຍັງ​ທ່ານຣູຮາ​ນີ ​ເພື່ອ​ຊົມ​ເຊີຍ​ທ່ານ​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີຄົນ​ໃໝ່​ຂອງ​ອີຣານ. ທ່ານ​ປູ​ຕິນ ກ່າວ​ໃນ​ໂທລະ​ເລກ​ວ່າ: ​ເຊື່ອ​ວ່າ​ພາຍຫຼັງທ່ານຣູຮາ​ນີດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ອີຣານ​ແລ້ວ, ຄົງ​ຈະ​ຊຸກ​ຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ການ​ພັດທະນາ​ຂອງ​ອີຣານ, ​ແລະ​ຈະ​ເພີ່ມ​ທະວີ​ການ​ຂະຫຍາຍການ​ພົວພັນ​ລະຫວ່າງຣັດ​ເຊຍ​ກັບ​ອີຣານຕື່ມ​ອີກ.

ທ່ານນາງ​ຄາ​ເທີຣິນ ອາສທອນ, ຜູ້ຕາງໜ້າ​ສູງ​ສຸດດ້ານ​ວຽກ​ງານ​ການ​ຕ່າງປະ​ເທດ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສະຫະພາ​ບ​ເອີຣົບ ​ໄດ້​ອອກ​ຖະ​ແຫຼງການ ​ໂດຍ​ກ່າວ​ວ່າ: ຄອງ​ຄອຍ​ດຳ​ເນີນ​ການ​ຮ່ວມ​ມື​ກັບ​ການ​ນຳ​ຊຸດ​ໃໝ່​ຂອງ​ອີຣານ, ​ແກ້​ໄຂ​ບັນຫາ​ນິວ​ເຄຼຍຂອງ​ອີຣານ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງປະ​ເທດ​ໂດຍ​ໄວ. ​ແຕ່​ການ​ປະຕິກິລິຍາ​ຂອງ​ອັງກິດ​ມີ​ຄວາມຈືດຈາງ​ໂດຍ​ທຽບ​ຖານ.

ບາງ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ທີ່​ມີ​ການ​ພົວພັນ​ສະໜິດ​ແໜ້ນ​ກັບ​ອີຣານ ​ໄດ້​ມີ​ທ່າ​ທີ​ເບິ່ງ​ໄປ​ໃນ​ແງ່​ດີ​ຕໍ່​ທ່ານຣູຮາ​ນີ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ອີຣານ. ມີ​ຜູ້ນຳ​ຂອງ​ປະ​ເທດ​ຕາ​ເວັນ​ອອກ​ກາງຫຼາຍປະ​ເທດ ​ໄດ້​ສົ່ງ​ໂທລະ​ເລກ​ໄປ​ຍັງ​ທ່ານຣູຮາ​ນີຢ່າງ​ວ່ອງ​ໄວ, ​ເພື່ອ​ຊົມ​ເຊີຍ​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຄົນ​ໃໝ່​ຂອງ​ອີຣານ.