ການ​ຝຶກ​ຊ້ອມ​ຫຼາຍ​ຝ່າຍພາຍ​ໃຕ້​ກົນ​ໄກ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ໄດ້​ເຂົ້າ​ສູ່​ໄລຍະ​ຝຶກ​ຊ້ອມ​ຕົວ​ຈິງ

(GMT+08:00) 2013-06-18 11:32:39     cri
ຕອນ​ເຊົ້າ​ວັນ​ທີ 17 ມິຖຸນາ​ນີ້, ພາຍ​ໃຕ້​ການ​ເປັນ​ສັກ​ຂີ​ພິຍານ​ຮ່ວມ​ກັນ​ຂອງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ 18 ປະ​ເທດ​ເຊັນ​ປະ​ເທດ​ສະມາຊິກ​ອາ​ຊຽນ, ຈີນ, ອາ​ເມ​ລິ​ກາ, ຍີ່ປຸ່ນ​ແລະ​ອົສຕຼາລີ​ເປັນ​ຕົ້ນ, ​ພົນ​ຕີ​ອາມິ ​ໂນ​ຕິນ, ຜູ້​ບັນຊາ​ການ​ສູງ​ສຸດຂອງ​ກອງທັບ​ບຼູ​ໄນ​ໄດ້​ກົດ​ປຸ່ມ​ເລີ່ມຕົ້ນ, ກາ​ນຝຶກ​ຊ້ອມນີ້​ໝາຍ​ຄວາມ​ວ່າການ​ຝຶກ​ຊ້ອມ​ຮ່ວມ​ຫຼາຍ​ຝ່າ​ຍຄັ້ງ​ທຳ​ອິດ​ພາຍ​ໃຕ້​ກົນ​ໄກ​ກອງ​ປະຊຸມ​ເປີດ​ກວ້າງ​ລັດຖະ​ມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເຊິ່ງ​ເປັນ​ກົນ​ໄກ​ຫຼາຍ​ຝ່າຍທາງ​ລັດຖະບານ​ລະດັບ​ສູງ​ສຸດ​ໃນ​ຂົງ​ເຂດ​ວຽກ​ງານ​ປ້ອງ​ກັນຂອງ​ອາຊີ​ປາຊີ​ຟິກ​​ໄດ້ເລີ່​ມ​ເຂົ້າ​ສູ່​ໄລຍະ​ຝຶກ​ຊ້ອມ​ຕົວ​ຈິງ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ນັກ​ຂ່າວ​ໄດ້​ພົບ​​ເຫັນ​​ໃນວິ​ດີ​ໂອ​ທີ່​ສາຍ​ໃນ​ພິທີ​​ເລີ່​ມຕົ້ນ​ດັ່ງກ່າວ, ​ໂດຍ​ມີ​ເຮືອບິ​ນລຳລຽງ, ກຳ​ປັ່ນຍົກ​ພົນ​ຂຶ້ນ​ບົກສະ​ເທື່ອ​ນນ້ຳ​ສະ​ເທື່ອ​ນບົກ, ກຳ​ປັ່ນ​ໂຮງໝໍ, ທະຫານ​ຊ່າງ​​ແສງແລະ​ໜ່ວຍ​ປ້ອງ​ກັນ​ຈີນ​ໄດ້​​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ຮ່ວມ​ກັບ​ທະຫານ​ຂອງ​ອາ​ເມ​ລິ​ກາ, ຍີ່ປຸ່ນ, ບຼູ​ໄນ​ແລະ​ສີ​ງກະ​ໂປ​ເປັນ​ຕົ້ນ.

ການ​ຝຶກ​ຊ້ອມ​ເທື່ອ​ນີ້ມີ​ໄດ້​ສົມມຸດ​ເອົາປະ​ເທດ​ໃດ​ໜຶ່ງ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ປະສົມ​ລົມພາຍຸ​ແລະ​ເກີດ​​ໄພ​ນ້ຳ​ຖ້ວມ​ແລະ​ດິນ​ພູເຈື່ອນ, ຝ່າຍ​ຕ່າງ​ໆ​ທີ່​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ໄດ້​ຝຶກ​ການ​ໃຫ້​ຄວາມ​ຊ່ອຍ​ເຫຼືອແລະ​ປິ່ນປົວ​ຜູ້​ປະສົບ​ໄພ, ສ້ອມ​ແປງ​ຂົວ​ທາງ, ​ແຈກ​ຢາຍ​ວັດ​ຖຸກູ້​ໄພ​ແລະ​ປ້ອງ​ກັນ​ພະຍາດ​ເປັນ​ຕົ້ນ, ທະຫານ​ທີ່​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ທັງ​ໝົດ​ມີ​ປະມານ 2200 ຄົນ. ຈີນ​ໄດ້​ສົ່ງ​ຜູ້​ບັນຊາ​ການ, ​ທະຫານ​ຊ່າງ​ແສງ​ແລະ​ໜ່ວຍ​ປ້ອງ​ກັນ​ທັງ​ໝົດ 110 ຄົນ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ໃນ​ຄັ້ງ​ນີ້.

ຂ່າວ​ແຈ້ງວ່າ, ບຼູ​ໄນ, ສີ​ງກະ​ໂປ, ມະ​ເລ​ເຊຍ, ຍີ່ປຸ່ນ​ແລະ​ໄທ​ເປັນ​ຕົ້ນ​ໄດ້​ສົ່ງ​ທະຫານ​ຂອງ​ຕົນເຂົ້າ​ຮ່ວມ​ຝຶກ​ຊ້ອມ​ຫຼາຍ​ກວ່າ 50 ຄົນ, ​ແລະ​ໄດ້​ສົ່ງ​ກຳ​ປັ່ນ​ຮົບ​ຫຼື​ຍົນ​​ແຮ​ລິ​ກົບ​​ແຕ​ເຂົ້າຮ່ວມ​ການ​ຝຶກ​ຊ້ອມ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ​ພົນ​ຕີ​ອາມິ ​ໂນ​ຕິນກ່າວ​ວ່າ, ການ​ຝຶກ​ຊ້ອມ​ເທື່ອ​ນີ້​ໄດ້​ເຕົ້າ​ໂຮມ 18 ປະ​ເທດ​​ເຂົ້າ​ຮ່ວມແມ່ນ​ເລື່ອງ​ບໍ່​ງ່າຍ, ຈີນ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ເທື່ອ​ນີ້​ຈະ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ລະຫວ່າງ​​ຈີນ​ກັບ​ອາ​ຊຽນ, ​ໂດຍ​ສະ​ເພາະ​ແມ່ນ​ຈີນ​ກັບ​ບຼູ​ໄນ.