ປະທານ​ປະ​ເທດ​ຫວຽດນາມ​ຢ້ຽມຢາມ​ຈີນ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ

(GMT+08:00) 2013-06-18 16:53:37     cri

ຕາມ​ຂ່າວ CRI: ​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ປະທານ​ປະ​ເທດ​ຈີນ, ທ່ານ​ເຈື່ອງ​ເຕີນ​ຊ່າງ, ປະທານ​ປະ​ເທດ​ຫວຽດນາມ​ຈະ​ເດີນທາງ​ມາ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ​ແຕ່​ວັນ​ທີ 19-21 ມິຖຸນານີ້, ​ເຊິ່ງຈະ​ເປັນ​ການຢ້ຽມຢາມຈີນ​ທາງ​ລັດຖະກິດ​ເປັນຄັ້ງທຳ​ອິດ ນັບ​ແຕ່​ທ່ານ​ດຳລົງ​ຕຳ​ແໜ່​ງປະທານ​ປະ​ເທດ​ຫວຽດນາມ​ເປັນຕົ້ນມາ, ​ກໍ​ແມ່ນ​ຜູ້ນຳ​ຂັ້ນສູງ​ຂອງ​ຫວຽດນາມ​ມາ​ຢ້ຽມຢາມ​ຈີນ​ເປັນຄັ້ງທຳ​ອິດ​ພາຍຫຼັງການ​ນຳ​ຊຸດ​ໃໝ່​ຂອງ​ຈີນ​ໄດ້​ຂຶ້ນບໍລິຫານ​ປະ​ເທດ. ວັນ​ທີ 17 ມິຖຸນາ​ນີ້, ຂ່າວສານ​ຫວຽດນາມ​ໄດ້​ລາຍ​ງານຂ່າວ​ກ່ຽວ​ກັບ​ທ່ານ​ເຈື່ອງ​ເຕີນ​ຊ່າງ, ປະທານ​ປະ​ເທດ​ຈະ​ໄປ​ຢ້ຽມຢາມ​ຈີນຢ່າງຫຼວງຫຼາຍ, ບົດ​ລາຍ​ງານ​ຂ່າວ​ຂຽນ​ວ່າ: ການ​ໄປ​ຢ້ຽມຢາມ​ຈີນ​ຂອງທ່ານ​ເຈື່ອງ​ເຕີນ​ຊ່າງ​ເທື່ອ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນະ​ໂຍບາຍ​ແລະ​ຈຸດ​ຢືນ​ຂອງພັກ​ແລະ​ລັດ​ຫວຽດນາມ​ໃນ​ການ​ຊຸກ​ຍູ້​​ແລະຂະຫຍາຍການພົວພັນ​ລະຫວ່າງ​ຫວຽດນາມ-ຈີນ​, ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ.

ບົດ​​ແຈ້ງຂ່າວ​​ເຫັນວ່າ: ຫວຽດນາມ​ແລະ​ຈີນ​ແມ່ນ​ສອງ​ປະ​ເທດ​ທີ່​ມີ​ແມ່​ນ້ຳ​ລຳ​ເຊ​ແລະ​ສາຍພູ​ຕິດ​ຈອດ​ກັນ, ການ​ພົວພັນ​ມິດຕະພາບ​ແລະການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຫວຽດນາມ​-ຈີນ​ພວມ​ຂະຫຍາຍ​ຕົວ​ກວ້າງ​ອອກ​ແລະ​ເຂົ້າ​ສູ່ລວງ​ເລິກ, ​ໄດ້​ສ້າງ​ຜົນ​ປະ​ໂຫຍ​ດອັນ​ແທ້​ຈິງ​​ໃຫ້​ແກ່​ສອງ​ປະ​ເທດ.

ຕໍ່​ການ​ຈະ​ໄປຢ້ຽມຢາມ​ຈີນ​ຂອງທ່ານ​​ເຈື່ອງ​ເຕີນ​ຊ່າງ​ເທື່ອ​ນີ້, ທ່ານ​ຂົງສວນ​ໂຢ້​ວ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຫວຽດນາມ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຫວຽດນາມ​ໃນ​ຫວ່າງ​ມໍ່ໆ​ນີ້​ວ່າ: ທ່ານ​ປະທານ​ເຈື່ອງ​ເຕີນ​ຊ່າງ​ໄປ​ຢ້ຽມຢາມ​ຈີນ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ເປັນ​ພິ​ເສດ. ຈີນ​ຫວັງ​ວ່າ​​ການ​ຢ້ຽມຢາມ​ຈີນ​ຂອງ​ທ່ານ​ປະທານເຈື່ອງ​ເຕີນ​ຊ່າງ​ເທື່ອ​ນີ້, ຈະ​ເປັນ​ການ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈທາງ​ການ​ເມືອງ​ເຊິ່ງກັນ​ແ​ລະ​ກັນກັບ​ຫວຽດນາມ​ຕື່ມ​ອີກ, ຊຸກ​ຍູ້​ການ​ຮ່ວມ​ມືທີ່​ແທ້​ຈິງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສານ​ງານ​ກັນ​ໃນ​ວຽກ​ງານຫຼາຍຝ່າຍ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ-ຫວຽດນາມ​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່.