ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ອວຍພອນ​ໃຫ້ການ​ພົວພັນ​ມິດຕະ ພາບ​ແລະ​ການ​ຮ່ວມ​ມື​ຮອບດ້ານລະ ຫວ່າງ​ຫວຽດນາມ-ຈີນຈົ່ງ​ໄດ້​ຮັບ​ການ​ສືບ​ທອດ​ກັນ​ໄປ​ໃນ​ທຸກ​ເຊັ່ນ​ຄົນ

(GMT+08:00) 2013-06-19 12:14:14     cri

​ໂດຍ​ຕອບສະໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ປະທານ​ປະ​ເທດ​ຈີນ, ທ່ານ​ເຈື່ອງ​ເຕີນ​ຊ່າງ, ປະທານ​ປະ​ເທດ​ຫວຽດນາມ​​ໄດ້ເດີນທາງ​ມາ​ຢ້ຽມຢາມ​ຈີນ​ທາງ​ລັດຖະກິດ​ແຕ່​ວັນ​ທີ 19-21 ມິຖຸນາ​ນີ້. ກ່ອນ​ອອກ​ເດີນທາງ, ທ່ານ​ເຈື່ອງ​ເຕີນ​ຊ່າງ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຈີນ​ຢູ່​ນະຄອນຫຼວງຮາ​ໂນ​ຍ​ໃນ​ວັນ​ທີ 18 ມິຖຸນານີ້ ​ໂດຍ​ກ່າວ​ວ່າ: ຫວຽດນາມ​ແລະ​ຈີນ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ປະຊາຊົນ​ສອງ​ຊາດ​ມີ​ໄມ​ຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ, ຂໍ​ອວຍພອນ​ໃຫ້ການ​ພົວພັນ​ມິດຕະພາບ​ແລະ​ການ​ຮ່ວມ​ມື​ຮອບດ້ານລະ ຫວ່າງ​ຫວຽດນາມ-ຈີນຈົ່ງ​ໄດ້​ຮັບ​ການ​ສືບ​ທອດ​ກັນ​ໄປ​ໃນ​ທຸກ​ເຊັ່ນ​ຄົນ.

ທ່ານ​ເຈື່ອງ​ເຕີນ​ຊ່າງ ກ່າວ​ຕື່ມ​ວ່າ: ​ໃນຫຼາຍປີ​ມາ​ນີ້, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ-ຈີນ ​ໄດ້​ຮັບ​ການ​ປັບປຸງ​ແລະ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​​ແລກປ່ຽນ, ການ​ຢ້ຽມຢາມ ​ແລະ ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ລະຫວ່າງ​ສອງ​ຝ່າຍ​ໄດ້​ມີ​ຄວາມ​ຄືບ​ໜ້າ​ເລື້ອຍໆ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ການທ່ອງທ່ຽວ ​ແລະອື່ນ​ໆ​ລະຫວ່າງ​ສອງ​ປະ​ເທດ ກໍ​ມີ​ຄວາມ​ຄືບ​ໜ້າ​ໃໝ່​ເລື້ອຍໆ. ການ​ແລກປ່ຽນ​ກັນ​ລະຫວ່າງ​ບັນດາພາກສ່ວນ, ຂະ​ແໜງ​ການ​, ທ້ອງ​ຖິ່ນ​ ​ແລະ ອົງການ​ຈັດຕັ້ງມະຫາຊົນ​ຂອງ​ສອງ​ປະ​ເທດ ​ໄດ້​ຂະຫຍາຍຕົວ​ກວ້າງ​ອອກ​ແລະ​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ເຈື່ອງ​ເຕີນ​ຊ່າງ ກ່າວ​ວ່າ: ​ແນ່ນອນ​ແລ້ວ, ​ໃນ​ຂະນະ​ທີ່​ການ​ພົວພັນ​ລະຫວ່າງ​ຫວຽດນາມ-ຈີນ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ສະດວກ​ນັ້ນ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ​ປະ​ເຊີນ​ກັບ​ບັນຫາ​ທີ່​ສັບສົນ​ແລະມີ​ຄວາມ​ຫຍຸ້ງຍາກ​ເຊັ່ນ​ກັນ.

ທ່ານ​ກ່າວ​ວ່າມີ​ຄວາມ​ຄອງ​ຄອຍ​ຕໍ່ການ​ໄປ​ຢ້ຽມຢາມ​ຈີນ​ເທື່ອ​ນີ້ທີ່​ຈະ​ມີ​ການແລກປ່ຽນ​ກັບ​ຜູ້ນຳ​ຈີນ​​ທ່ານ​ຕ່າງໆຢ່າງ​ເປີດ​​ອົກ​ເປີດ​ໃຈ​ແລະ​ກົງ​ໄປ​ກົງ​ມາ, ສືບ​ຕໍ່​​ເພີ່ມ​ຕື່ມ​ວິທີ​ໃໝ່​ໃນ​ການ​ແກ້​ໄຂ​ບັນຫາ​ເທິງ​ທະ​ເລ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ເໝາະ​ສົມ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ພັກ-ລັດ​ຢ່າງ​ປອດ​ໃສ, ໝັ້ນທ່ຽງ ​ແລະ ຍາວ​ນານ, ​ແລະ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ທະ​ເລ​ຈີນ​ໃຕ້.