ປະທານ​ປະ​ເທດ​ຈີນ​ພົບ​ປະ​ເຈລະຈາ​ກັບ​ປະທາ​ນປະ​ເທດ​ຫວຽດນາມ

(GMT+08:00) 2013-06-20 08:41:43     cri

ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ຈັດ​ພິທີ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​
ທ່ານ​ເຈື່ອງ​ເຕີນ​ຊ່າງ ປະທານ​ປະ​ເທດ​ວຽດນາມ​ຢູ່​ສະໜາມ​ຫຼວງ​ນອກ​ປະ​ຕູ​ຕາ​ເວັນ​ອອກ​ຂອງ​ຫໍ​ສະພາ​ປະຊາ​ຊົນ.

ວັນ​ທີ 19 ມິຖຸນາ​ນີ້ ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ປັກ​ກິ່ງ, ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​​ເຈື່ອງ​ເຕີນ​ຊ່າງ ປະທານ​ປະ​ເທດ​ຫວຽດນາມ. ​ໃນ​ທ່າມກາງ​ບັນຍາກາດ​ທີ່​ມີ​​ໄມຕີ​ຈິດ​ມິດຕະພາບ​ແລະ​ເປີດ​ອົກ​ເປີດ​ໃຈ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້​ລົງ​​ເລິກ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ລົງ​ເລິກ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ພາຍ​ໃຕ້​ສະຖານະ​ການ​ໃໝ່, ​ແລະ​ໄດ້​ມີຄວາມຮັບຮູ້ທີ່ເປັນເອກະສັນກັນຢ່າງກວ້າງຂວາງ. ປະມຸກ​ລັດ​ສອງ​ປະ​ເທດ​ເປັນ​ເອກະສັນ​ກັນ​ເຫັນ​ວ່າ: ຈີນ​ແລະ​ຫວຽດນາມ​ລ້ວນ​ແຕ່​ຢູ່​ໃນ​ໄລຍະ​ສຳຄັນ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ສອງ​ຝ່າຍ​ຖື​ການ​ພັດທະນາ​ຂອງ​ຝ່າຍ​ກົງກັນຂ້າມ​ເປັນ​ໂອກາດ​ຂອງ​ການ​ພັດທະນາ​ຕົນ​ເອງ, ຕ້ອງ​ລົງ​ເລິກ​ການ​ຮ່ວມ​ມື​ຍຸ​ດທະ​ສາດ​ຮອບດ້ານ​ຕື່ມ​ອີກ.

​ໃນ​ການ​ພົບ​ປະ​ເຈລະຈາ, ທ່ານ​ສີ​ຈີ້​ນຜິ​ງຊີ້​ອອກ​ວ່າ, ຈີນ​ກັບ​ຫວຽດນາມ​ແມ່ນ​ປະ​ເທດ​​ໃກ້​ຄຽງ​ແລະ​ຄູ່​ຮ່ວມ​ມື​ທີ່​ສຳຄັນ. ຂະ​ບວນການ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ເປັນ​ເວລາ 60 ກວ່າ​ປີ​ມາ​ນີ້​ໄດ້​ເປີດ​ຂໍ້​ຄິດ​ທີ່​ສຳຄັນ​ທີ່​ສຸດ​ໃຫ້​ພວກ​ເຮົາ​, ນັ້ນກໍ​ຄື: ບໍ່​ວ່າ​ຈະ​ພົບ​ບັນຫາ​ແລະ​ສິ່ງ​ລົບ​ກວນ​ໃດໆ​ກໍ​ຕາມ, ຈີນ​ແລະ​ຫວຽດນາມ​ລ້ວນ​ແຕ່​ຕ້ອງ​ເດີນ​ຕາມ​ເສັ້ນທາງທີ່​ມີ​ໄມຕີ​ຈິດ​ຕໍ່​ກັນ​ແລະ​ຮ່ວມ​ມື​ກັນ​ຢ່າງ​ເດັດດ່ຽວ.

ທ່ານ​​ເຈື່ອງ​ເຕີນ​ຊ່າງ​ກ່າວ​ວ່າ, ພັກ, ລັດ​ ​ແລະ​ປະຊາຊົນ​ຂອງ​ຫວຽດນາມ​ຈະ​ບໍ່​ລືມ​ການ​ສະໜັບສະໜູນ​ແລະ​ຄວາມ​ຊ່ອຍ​ເຫຼືອ​ຂອງ​ຈີນ, ຍິນ​ດີ​ເພີ່ມ​ທະວີ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ຈີນ, ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະກັນ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ເໝາະ​ສົມ, ສືບ​ທອດ​ແລະ​​ເສີມ​ຂະຫຍາຍ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ຫວຽດນາມ​ກັບ​ຈີນ​ໄດ້​ຮັບ​ການ​ພັດທະນາ​ໃຫ້​ດີກ​ວ່າ​ເກົ່າ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ທ່ານ​ສີ​ຈິ້ນຜິ​ງກ່າວ​ເນັ້ນວ່າ, ຈີນ​ແລະ​ຫວຽດນາມ​ຕ້ອງ​ມີ​ນ້ຳ​​ໃຈ​ທີ່​ຮັບຜິດຊອບ​ຕໍ່​ປະຫວັດສາດ​ແລະ​ປະຊາຊົນ, ຖື​ມິດຕະພາບ​ແລະ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ​ເປັນ​ເລື່ອງ​ສຳຄັນ, ຕັດສິນ​ໃຈ​ຊີ້​ນຳ​ແລະ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຈີນ​ໃຕ້​ດ້ວຍ​ວິທີ​ການ​ເມືອງ, ປ້ອງ​ກັນ​ບໍ່​ໃຫ້​ລົບ​ກວນ​ການ​ພົວພັນ​ສອງ​ປະ​ເທດ. ສອງ​ຝ່າຍ​ຄວນ​ຍຶດໝັ້ນຊຸກຍູ້​ການ​ເຈລະຈາ​ສອງ​ຝ່າຍແລະ​ການ​ປຶກສາ​ຫາລືດ້ວຍ​ໄມຕີ​ຈິດ, ບໍ່​ໃຊ້​ການ​ເຄື່ອນ​ໄຫວ​ຝ່າຍ​ດຽວ​​ໃດໆ​ທີ່​ອາດ​ຈະ​ເຮັດ​ໃຫ້​ຄວາມ​ຂັດ​ແຍ້​ງສັບສົນ​ກວ່າ​ເກົ່າ​ແລະ​ຮ້າຍ​ແຮງ​ຂຶ້ນ, ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​ຫັນ​ເປັນ​ບັນຫາ​ສາກົນ.

ທ່ານ​ເຈື່ອງ​ເຕີນ​ຊ່າງກ່າ​ວວ່າ, ຫວຽດນາມ​ຍິນ​ດີ​ຕັ້ງໜ້າ​ຜັນ​ຂະຫຍາຍ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະ​ກັນ​ກັນ​ລະຫວ່າງ​ສອງ​ປະ​ເທດ, ຜ່ານ​ຈາກ​ການ​ປຶກສາ​ຫາລື​ດ້ວຍ​ໄມຕີ​ຈິດ, ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ເໝາະ​ສົມ, ຕັ້ງໜ້າ​ເຈລະຈາ​ກັນ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ຊາຍ​ແດນ​ແລະ​ຮ່ວມ​ກັນ​ພັດທະນາ​ຢູ່​ນອກ​ປາກ​ອ່າວ​ເປີ​ຍປູ້, ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ເທິງ​ທະ​ເລ, ບໍ່​ເຮັດ​ໃຫ້​ບັນຫາ​ທະ​ເລ​ຈີນ​ໃຕ້​ກະທົບກະ​ເທືອ​ນ​ເຖິງ​ການ​ພົວພັນ​ສອງ​ປະ​ເທດ.