ຈີນ​ຍິນ​ດີ​ຮ່ວມ​ກັບ ສປຊ ຊຸກ​ຍູ້​​ໃຫ້ບັນຫາ​ຈຸດ​ສຸມ​​ໃນພາກ​ພື້ນ ​ເຊັ່ນ ບັນຫາ​ຊີຣີ​ເປັນຕົ້ນ ​​ໃຫ້ໄດ້​ຮັບການ​ແກ້​ໄຂ​ຢ່າງ​ເໝາະ​ສົມ

(GMT+08:00) 2013-06-21 10:44:47     cri

ທ່ານຫຼີ​ເຄີ້ສຽງ, ນາຍົກລັດຖະມົນຕີຈີນ​ໄດ້​ພົບ​ປະ​ທ່ານ​ບັນ​ກີ​ມູນ, ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຢູ່​ທີ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 20 ມິຖຸນາ​ນີ້, ​ໂດຍ​ກ່າວ​ວ່າ: ຈີນ​ມີ​ຈຸດ​ຢືນ​ມາ​ໂດຍ​ຕະຫຼອດ​ແລະ​ຕັ້ງໜ້າ​ສະໜັບສະໜູນ​ສະ​ຫະປະຊາ​ຊາດ​ເສີມ​ຂະຫຍາຍ​ບົດບາດ​ຫຼາຍ ກວ່າ​ເກົ່າ​ໃນ​ວຽກ​ງານ​ສາກົນ, ຍິນ​ດີເຂົ້າຮ່ວມວຽກ​ງານ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ສະຫະ​ປະຊາ​ຊາດ​ຢ່າງ​​ຕັ້ງໜ້າ, ຮ່ວມ​ກັນ​ຊຸກ​ຍູ້ໃຫ້ບັນຫາ​ຈຸດ​ສຸມ​​ໃນພາກ​ພື້ນ ​ເຊັ່ນ ບັນຫາ​ຊີຣີ​ເປັນຕົ້ນ ​​ໃຫ້ໄດ້​ຮັບການ​ແກ້​ໄຂ​ຢ່າງ​ເໝາະ​ສົມ.

ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ​ໃນ 60 ກວ່າ​ປີຜ່ານມາ​ນີ້, ສະຫະ​ປະຊາ​ຊາດ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບຂອງ​ໂລກ ​ແລະຊຸກ​ຍູ້​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ. ວັດຖຸ​ປະສົງ​​ແລະຫຼັກການຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ​ແມ່ນ​ພື້ນຖານ​ອັນ​ໝັ້ນ​ແກ່ນ​ຂອງ​ການ​ພົວພັນລະຫວ່າງ​ຊາດ​ໃນ​ຍຸກ​ປັດຈຸບັນ, ຕ້ອງ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ເດັດດ່ຽວ. ທ່ານຫຼີ​ເຄີ້ສຽງ ກ່າວ​ຕື່ມ​ວ່າ: ການ​ພັດທະນາ​ກັບ​ບັນຫາ​ການ​ພັດທະນາ​ແບບ​ຍືນ​ຍົງມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ, ຈີນ​ໃນ​ຖານະ​ເປັນ​ປະ​ເທດ​ພັດທະນາ​ທີ່​ໃຫຍ່​ທີ່​ສຸດ​, ​ໄດ້​ຖື​ການ​ພັດທະນາ​ໄວ້​ຢູ່​ຖານະສຳຄັນ​ອັນ​ດັບ​ໜຶ່ງ​ໂດຍ​ຕະຫຼອດ, ຂະນະ​ດຽວ​ກັນກໍ​ຍິ່ງ​ເອົາ​ໃຈ​ໃສ່​ນຳ​ການ​ພັດທະນາ​ແບບ​ຍືນ​ຍົງ. ຈີນ​ຍິນ​ດີ​ຮ່ວມ​ກັບສະຫະ​ປະຊາ​ຊາດ​ຊຸກ​ຍູ້​ການ​ບັນລຸ​ເປົ້າໝາຍ​ສະຫະ​ສະ​ວັດ​ດ້ານ​ການ​ພັດທະນາ, ​ເຮັດ​ໃຫ້​ມວນ​ມະນຸດ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພັດທະນາ.

ທ່ານ​ບັນ​ກີ​ມູນ ກ່າວ​ວ່າ: ຈີນ​ໄດ້​ໃຫ້ການ​ສະໜັບສະໜູນ​ແກ່​ສະຫະ​ປະຊາ​ຊາດ​ຢ່າງຫຼວງຫຼາຍ, ​​ໄດ້​ເສີມ​ຂະຫຍາຍ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ທົ່ວ​ໂລກ, ຊຸກ​ຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ, ​ແລະຊຸກຍູ້​ການ​ແກ້​ໄຂ​ບັນຫາ​ຈຸດ​ສຸມ​ໃນ​ພາກ​ພື້ນ. ສະຫະ​ປະຊາ​ຊາດ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ຈີນ, ​ເພື່ອບັນລຸ​ເປົ້າໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ໂດຍ​ໄວ, ປົກ​ປັກ​ຮັກສາ​ຄວາມສຸກ​ຂອງ​ປະຊາຊົນ​ຈີນ​ແລະ​ປະຊາຊົນ​ໂລກ​ຢ່າງ​ມີ​ປະສິດ​ຜົນກ​ວ່າ​ເກົ່າ.