​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມຂອງຈີນ​ປະ​ຈຳ​ລາວຄົນໃໝ່​ເດີນທາງຮອດ​ລາວ​​ແລ້ວ​ເພື່ອ​ຮັບ​ຕຳ​​ແໜ່​ງ

(GMT+08:00) 2013-06-24 10:49:20     cri
ຕາມ​ຂ່າວCRI: ວັນ​ທີ23ມິຖຸນາ​ປີ2013ນີ້, ທ່ານ​ກວນ ຮວາ ບີ​ງ, ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ຂອງຈີນ​ປະ​ຈຳ​ລາວ​ຄົນ​ໃໝ່​​ໄດ້​ເດີນທາງ​ຮອດ​ລາວ​​ແລ້ວ​ເພື່ອ​ຮັບ​ຕຳ​ແໜ່​ງ. ​ໃນ​ມື້​ດຽວ​ກັນ, ພະນັກງານ​ທັງ​ໝົດ​ຂອງ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ລາວ, ຜູ້ຕາງໜ້າຊາວ​ຈີນ​ຕ່າງ​ດ້າວ​ຢູ່​ລາວ, ຜູ້ຕາງໜ້າ​ຂອງວິ​ສາ​ຫະກິດ​​ຈີນ​ຢູ່​ລາວ​ແລະ​ສື່​ມວນ​ຊົນ​ຈີນ​ປະຈຳ​ລາວ​ໄດ້​ຕ້ອນຮັບ​ຢູ່​ສະໜາມ​ບິນສາກົນ​ວັດ​ໄຕ.

ກ່ອນ​ນີ້, ທ່ານ​ກວນ ຮວາ ບີ​ງ​ເຄີຍດຳລົງ​ຕຳ​ແໜ່​ງ​ເປັນອັກຄະ​ລັດຖະທູດຂອງ​ສະຖານທູດ​ຈີນ​ປະຈຳ​ສ.ປ.ປ​ເກົາຫຼີ.