ລາວຈູດ​ທຳລາຍ​​ຢາ​ເສບ​ຕິດປະ​ເພດ​ຕ່າງໆ2500ກວ່າ​ກິ​ໂລ

(GMT+08:00) 2013-06-27 13:03:59     cri
ຕາມ​ຂ່າວCRI: ວັນ​ທີ26ມິຖຸນາ​ນີ້, ລັດຖະບານ​ລາວ​ໄດ້​ຈັດ​ພິທີ​ຈູດທຳລາຍ​ຢາ​ເສບ​ຕິດ​ຢູ່​ນະຄອນຫຼວງ​ວຽງ​ຈັນ. ທ່ານ​ທອງ​ສິງ ທຳມະ​ວົງ, ນາຍົກລັດຖະມົນຕີ​ລາວພ້ອມ​ດ້ວຍ​ຜູ້ຕາງໜ້າ​ຂອງ​​​ສະຖານທູດ​ແລະ​ສະຖານ​ກົງສຸນຂອງ​ປະ​ເທດ​ຕ່າງໆ​ປະຈຳ​ລາວ​ຮ່ວມ. ​ຈູດ​ທຳລາຍ​ຢາ​ເສບ​ຕິດປະ​ເພດ​ຕ່າງໆ​ຈຳນວນ2500ກວ່າ​ກິ​ໂລທີ່​ເຈົ້າ​ໜ້າ​ທີ່​ສາມາດ​ຍຶດ​ໄດ້ແຕ່​ປີກາຍ​ນີ້​​ເປັນ​ຕົ້ນ​ມາ.

​ໃນ12​ເດືອນ​ຜ່ານ​ມາ​, ຕຳຫຼວດ​ລາວ​ສາມາດມ້າງ​ຄະດີ​​ຢາ​ເສບ​ຕິດ​ໄດ້1​​457​ຄະດີ, ​ຍຶດ​​ເຮ​ໂຣອິນ​ໄດ້208,6ກິ​ໂລ, ຢາ​ບ້າ13ລ້ານ​ກວ່າ​​ເມັດ, ກັນຊາ​ແຫ້ງ4600ກິ​ໂລ​.

ລັດຖະບານ​ລາວ​ກ່າວ​ວ່າ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ວຽກ​ງານ​​ຕ້ານ​ຢາ​ເສບ​ຕິດຂອງ​ປະ​ເທດ​ລາວ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ, ລວມທັງ​ການປັບປຸງ​ກົດໝາຍ, ການ​ໂຄສະນາ​ຄວາມ​ຮູ້​ການ​ຕ້ານ​ຢາ​ເສບ​ຕິດ​ຢ່າງ​ແຂງ​ແຮງ, ສົ່ງ​ເສີມ​ໃຫ້​ຊາວນາ​ພັດທະນາ​ການ​ປູກພືດ​ທົດ​ແທນ, ​ແລະ​ເພີ່ມ​ທະວີຄວາມ​ເອົາ​ໃຈ​ໃສ່​ຕໍ່ບຳບັດ​ຜູ້ຕິດ​ຢາ​ເສບ​ຕິດ​ແລະ​ອື່ນໆ.