ອາ​ເມ​ລິ​ກາ​ຟີ​ລິບ​ປີນຊ້ອມ​ຮົບ​ຮ່ວມ​ແນ​ໃສ່​ຈີນ​ບໍ່?

(GMT+08:00) 2013-06-28 18:14:06     cri
ຕາມ​ຂ່າວCRI: ວັນ​ທີ​25ມິຖຸນາ​ນີ້, ກອງທັບ​ເຮືອ​ຟີ​ລິບ​ປີນ​ກັບ​ອາ​ເມ​ລິ​ກາ​ໄດ້​ຈັດການ​ຊ້ອມ​ຮົບ​ຮ່ວມ​ປະຈຳ​ປີ​​ທີ່​ມີ​ຊື່ວ່າ"ການກຽມ​ພ້ອມສູ້​ຮົບ​ແລະ​ເຝິກຊ້ອມ​ເທິງ​ທະ​ເລ​ຮ່ວມ" ຫຼື"ຄາຣາດ"ຢູ່​ບ່ອນ​ທີ່​ຫ່າງ​ຈາກ​ເກາະ​ຫວງ​ອຽນ​ຈີນ108ກິ​ໂລ​ແມັດ. ກ່ຽວ​ກັບ​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ນີ້, ຟີ​ລິບ​ປີນ​ບໍ່​ໄດ້​ກ່າວ​ວ່າ​ແມ່ນ​ແນ​​ໃສ່​ຜົນ​ສະທ້ອນ​ທີ່​​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ຂອງ​ຈີນຢູ່ເຂດ​ທະ​ເລຈີນໃຕ້​ກຳ​ຕາມ, ​ແຕ່​ກ່າວ​ວ່າ​ແມ່ນ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ດ້ານ​ການ​ສູ້​ຮົບ​ຮ່ວມ​ເພື່ອ​ຮັບ​ມື​ກັບ​ສະພາບ​ການ​ຕ່າງໆ​ຂອງ​ກອງທັບ​ເຮືອ​ຟີ​ລິບ​ປີນ​ແລະ​ອາ​ເມ​ລິ​ກາ.

ນອກ​ຈາກ​ອາ​ເມ​ລິກາ​ແລ້ວ, ວັນ​ທີ27ມິ​ຖຸນາ​ນີ້, ໜັງສືພິມ<ອາຊາ​ຮີ​ຊິ​ມບູນ>ຂອງ​ຍີ່ປຸ່ນ​ລາຍ​ງານ​ວ່າ, ທ່ານອິດ​ສຸ​ໂນ​ຣີ ​ໂອ​ໂນ​ເດຣາ, ລັດຖະມົນຕີ​ວ່າ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​​ໂວ​ທາຍ ກາສມິນ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປີນ​ຢູ່​ຊານ​ເມືອງ​ຂອງ​ນະຄອນຫຼວງມາ​ນີລາ​ຟີ​ລິບ​ປີນ​ໃນ​ຕອນ​ເຊົ້າ​ວັນ​ທີ27ມິຖຸນາ​ນີ້. ​ໃນ​ການ​ພົບ​ປະ​ເຈລະຈາກັນ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ສະ​ແດງ​ການ​ເອົາ​ໃຈ​ໃສ່​ຕໍ່​ກິດຈະກຳ​ເທິງ​ທະ​ເລ​ຂອງ​ຈີນຢູ່​ທະ​ເລ​ຕາ​ເວັນ​ອອກ​ແລະ​ເຂດ​ ​ທະ​ເລຈີນ​ໃຕ້​​ຈີນ, ​ແລະກ່າວ​ເນັ້ນ​ວ່າ​ບໍ່​ອະນຸຍາດ​ໃຫ້​ຝ່າຍ​ດຽວ​ປ່ຽນ​ແປງ​ສະພາບ​ການ​ໃນ​ປະຈຸ​ບັນ​ນີ້, ​ແລະ​ໄດ້​ບັນລຸ​ຄວາມ​ເຫັນ​ທີ່ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ຫົວ​ຂໍ້ຂອງ​ການ​ປຶກສາ​ຫາລື​ທີ່​ຕ້ອງ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​​ທາງ​ກົດໝາຍ​ສາ​ກົນ​ແລະ​ອື່ນໆ. ນອກ​ນີ້, ສອງ​ຝ່າຍ​ຍັງ​ຢືນຢັນ​ໃນ​ເວລາ​ດຽວກັນ​ວ່າ, ຈະ​ຜ່ານການ​ພົບ​ປະ​ເຈລະຈາ​ລະຫວ່າງ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ທັງ​ສອງ​ປະ​ເທດ​ຄັ້ງ​ນີ້​ແລະ​ການ​ຢ້ຽມຢາມ​ຟີ​ລິບ​ປີນ​ຂອງ​ນາຍົກລັດຖະມົນຕີ​ຍີ່ປຸ່ນທ້າຍ​ເດືອນ​ກໍລະກົດ​ທີ່​ກຳລັງ​ປຶກສາ​ຫາລື​ຢູ່, ​​ເພື່ອຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເທິງທະ​ເລ​ລະຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ.

​ເມື່ອ​ພິຈາລະນາ​ເຖິງ​ຄຳ​ເວົ້າແລະ​ການ​ກະທຳ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ຝ່າຍ​ທະຫານ​ຂອງ​ຟີ​ລິບ​ປີນ​ຜ່ານ​ມາ​ນີ້, ສາມາດ​ເຫັນ​ໄດ້​ວ່າ​ປະຈຸ​ບັນ​ນີ້​ຟີ​ລິບ​ປີ​ນບໍ່​ມີ​ຄວາມ​ຈິງ​ໃຈ​ໃນ​ການ​ແກ້​ໄຂ​ບັນ​ຫາ​ນີ້, ຟີ​ລິບ​ປີນ​ບໍ່​ເອົາ​ໃຈ​ໃສ່​​ເຖິງຄວາມ​ມີ​ໄມຕີ​ຈິດແລະ​ຄວາມ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ຂອງ​ຈີນ, ບໍ່​​ແລກປ່ຽນ​ແລະ​​ເຈລະຈາ​ກັບ​ຈີນ, ​ແຕ່​​ໄດ້​ພະຍາຍາມ​​ເຮັດ​ໃຫ້​ບັນຫາ​ນີ້​ເປີດ​ກວ້າງຂຶ້ນ​ກວ່າ​ເກົ່າ.

​ເຖິງ​ແມ່ນ​ວ່າ​ຟີ​ລິບ​ປີນ​ໄດ້ຕັ້ງໜ້າຊັກຊວນ​ອາ​ເມ​ລິ​ກາ​ກັບ​ຍີ່ປຸ່ນ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຮ່ວມ​ກັນກໍ​ຕາມ, ​ແຕ່​ວ່າ, ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ຟີ​ລິບ​ປີນ, ອາ​ເມ​ລິ​ກາ​ກັບ​ຍີ່ປຸ່ນ​ມີ​ຄວາມ​ຮຽກຮ້ອງ​​ແຕກຕ່າງ​ກັນ.ແຕ່​ວ່າ​ຈີນ​ຄວນ​ເອົາ​ໃຈ​ໃສ່​ວ່າ, ​ເຖິງ​ແມ່ນ​ວ່າ​ສາມ​ຝ່າຍຈະບໍ່​ແນ​ໃສ່​ຈີນ​​ແບບ​ຈິດ​ໜຶ່ງໃຈ​ດຽວກໍ​ຕາມ, ​ແຕ່​ວ່າ​ສຳລັບ​ຟີ​ບິ​ບປີນ​​ແລ້ວການ​​ໂຄສະນາ​ແລະ​ປະຕິບັດ​ໂດຍ​ແນ​ໃສ່​ຈີນ​ຕ້ອງ​ມີ​ຜົນ​ປະ​ໂຫຍ​ດທີ່​ແຟງ​ຊ້ອມ​ຢ່າງ​ແນ່ນອນ, ຈີນ​ຄວນ​ນຳ​ໃຊ້​ການ​ກະທຳ​ທີ່​ປົກ​ປ້ອງ​ດິນ​ແດນແລະ​ອະທິ​ປະ​ໄຕ​ທີ່​ມີ​ລັກສະນະ​ຕົວ​ຈິງ, ຫຼີກ​ເວັ້ນບໍ່​ໃຫ້​ບັນຫາ​ນີ້​ຫັນ​ເປັນ​ໄລຍະ​ຍາວ, ສັບສົນ​ແລະ​ສາກົນ.