ຈີນ​ກ່າວວ່າ,ຄັດ​ຄ້ານ​ປະ​ເທດ​ທີ່​ກ່ຽວຂ້ອງ​ຜູກ​ເປັນ​ກຸ່ມ

(GMT+08:00) 2013-06-29 15:40:01     cri

ຕາມ​ຂ່າວCRI: ​ໃນ​ເວລາ​ພົບ​ປະ​ກັບຜູ້​ບັນຊາ​ການ​ສູງ​ສຸດ​ກອງທັບ​ເຮືອ​ຟິລິບ​ປິນ,ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ​ຍີ່​ປຸ່ນກ່າວ​ວ່າ, ຫວ່າງ​ມໍ່ໆ​ນີ້, ຈີນ​ໄດ້​ມີ​ການ​ເຄື່ອນ​ໄຫວທາງ​ທະ​ເລ​ຢ່າງ​ເນື່ອງນິດ, ວັນ​ທີ 28 ມິຖຸນາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ຮວ້າຊຸ່ນອີ໋ງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນຄັດ​ຄ້ານ​ປະ​ເທດ​ທີ່​ກ່ຽວຂ້ອງ​ຜູກ​ເປັນ​ກຸ່ມ, ຊັກ​ນຳ​ຫາງ​ສຽງ​ສາກົນ​ຢ່າງ​ຜິດພາດ.

"ຈີນ​ດີ​ໃຈ​ທີ່​ໄດ້​ເຫັນ​ປະ​ເທດ​ອື່ນໆ​ຂະ​ຫຍາ​ຍການ​ພົວພັນ​ມິດຕະພາບ​ອັນປົກກະຕິ, ​ແຕ່​ຄັດຄ້ານ​ປະ​ເທດ​ທີ່​ກ່ຽວຂ້ອງ​ຜູກ​ເປັນ​ກຸ່ມ, ທ້າທາຍ​ເກາະ​ຜິດກໍ່​ເລື່ອງ​ກໍ່​ລາວ​ຕັ້ງ​ໃຈ​ໂຄສະນາ​ສະພາບ​ອັນເຄັ່ງ​ຕຶງ​ຂອງ​ພາກ​ພື້ນ, ຊັກ​ນຳ​ຫາງ​ສຽງ​ສາກົນ​ຢ່າງ​ຜິດພາດ. ຈີນ​ຫວັງ​ວ່າ, ປະ​ເທດ​ທີ່​ກ່ຽວຂ້ອງຕ້ອງຮັບ​ຮູ້​ສະຖານະ​ການ​ຢ່າງ​ຖືກຕ້ອງ​ແລະ​ປອງ​ໃສ,ທຳ​ຄວາມ​ພະຍາຍາມເພື່ອ​ມີ​ຜົນ​ດີ​ເພິ່ມທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງຂອງ​ພາກ​ພື້ນ ​ແລະ ສາກົນ, ຊຸກຍູ້​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ນັ້ນ​, ​ແຕ່ບໍ່​ແມ່ນ​​ເຮັດ​ໄປ​ທາງກົງກັນຂ້າມ.

ທ່ານ​ນາງ​ຮວ້າຊຸ່ນອີ໋ງກ່າວ​ວ່າ, ການ​ເຄື່ອນ​ໄຫວທາງ​ທະ​ເລ​ອັນປົດ​ກະຕິຂອງ​ຈີນ​ແມ່ນ​ດຳ​ເນີນ​ຕາມ​ກົດໝາຍ​ສາກົນ ​ແລະ ກົດ​ບັນຍັດ​ພາຍ​ໃນ​ປະ​ເທດ​ທີ່​ກ່ຽວຂ້ອງ,ບໍ່​ມີ​ຫຍັງ​ພໍ​ທີ່​ຈະ​ຕິຕຽນ​ໜັກ​ໂພດ.ພ້ອມ​ກັນ​ນັ້ນ, ຈີນ​ມີເຈດ​ຈຳນົງ ​ແລະ ສຸມ​ກຳລັງ​​ແກ້​ໄຂ​ຄວາມຂັດ​ແຍ່ງ​ກ່ຽວ​ກັບ​ຜືນ​ແຜ່ນດິນ​​ເທິງ​ທະ​ເລ​ໂດຍ​ຜ່ານ​ການ​ສົນທະນາ ​ແລະ ປຶກສາ​ຫາລື​​ມາໂດຍ​ຕະຫຼອດ​, ​ແມ່ນ​ຜູ້​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ທີ່​ໝັ້ນ​ໜຽວ.