​ໃນ​ສອງ​ເດືອນ​ຜ່ານ​ມາຈີນ​ລາວ​ມຽນມາ​ໄທ​ຍຶດ​ໄດ້ຢາ​ເສບ​ຕິດ​ເກືອບ1​0ໂຕນ​ແລະຈະ​ສືບ​ຕໍ່​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການຕ້ານ​ຢາ​ເສບ​ຕິດຕໍ່​ໄປ

(GMT+08:00) 2013-07-02 20:06:02     cri
ຕາມ​ຂ່າວCRI: ​ໂດຍ​ແນ​​​ໃສ່​ການ​ເຄື່ອນ​ໄຫວປາບ​ປາມ​ຢາ​ເສບ​ຕິດ​ຮ່ວມທີ່​ມີ​ຊື່ວ່າ"​ທາງ​ເດີນ​ເຮືອ​ທີ່​ປອດ​ໄພ"​ເຊິ່ງ​ຈີນ​ກັບ​ປະ​ເທດ​ໃກ້​ຄຽງ​​ໃນພາກພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ຄືລາວ, ມຽນມາ​ກັບ​ໄທດຳ​ເນີນ​ຮ່ວມ​ກັນ​ໃນ2​ເດືອນ​ຜ່ານ​ມາ​ນີ້. ທ່ານ​ຫຼິວ ຢື້ ຈິ້ນ, ຫົວໜ້າ​ກົມ​ຕ້ານ​ຢາ​ເສບ​ຕິດ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ເປີດ​​ເຜີຍ​ໃນ​ວັນ​ທີ2ກໍລະກົດ​ນີ້​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ວ່າ, ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບຕິດ​ຮ່ວມ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ໃຫຍ່​ຫຼວງ, ​ໃນ2​ເດືອນ​ຜ່ານ​ມາ​ຍຶດ​ໄດ້ຢາ​ເສບ​ຕິດ​ປະ​ເພດ​ຕ່າງໆ​​ເກືອບ10​ໂຕນ, ​​ມ້າງ​ຄະດີ​ໄດ້1700ກວ່າ​ຄະດີ. ທ່ານ​ກ່າວ​ວ່າ, 4ປະ​ເທດ​ເຫັນ​ເປັນ​ເອກະສັນ​ກັນ​ວ່າ, ມີຄວາມ​ຈຳ​ເປັນ​ເພື່ອ​ເຮັດ​ໃຫ້ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຫັນ​ເປັນ​ປະຈຳ​ແລະປົກກະຕິ.

​​ເຈົ້າ​ໜ້າ​ທີ່​ລາວ, ມຽນມາ​ແລະ​ໄທ​ທີ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂ່າວ​​ໃນ​ມື້​ດຽວ​ກັນ​ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຮ່ວມ​ຄັ້ງ​ນີ້​ບໍ່​ພຽງ​ແຕ່​ໄດ້​ຍົກ​ສູງ​ຄວາມ​ຮູ້ສຶກ​ດ້ານ​ຄວາມ​ປອດ​ໄພ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ຕາມ​ລຳ​ແມ​ນ້ຳຂອງ, ຍັງ​ໄດ້​ສ້າງ​ແບບຢ່າງ​ໃຫ້​ແກ່​ການ​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​​ປາບ​ປາມ​ການ​ກໍ່​ສະ​ຍາ​ກຳ​ດ້ານ​ຢາ​ເສບ​ຕິດ. ​ບັນດາ​ທ່ານ​ກ່າວ​ວ່າ, ຫວັງ​ໃຫ້ການ​ເຄື່ອນ​ໄຫວແນວ​ນີ້ຈະສືບ​ຕໍ່​ດຳ​ເນີນ​ຕໍ່​ໄປ. ທ່ານ​ອຸ່ນ​ແສງ ວິ​ໄຊ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​​ແຫ່ງ​ຊາດ​ເພື່ອ​ກວດກາ​ແລະ​ຄວບ​ຄຸມ​ຢາ​ເສບ​ຕິດ​ສ.ປ.ປລາວ​ກ່າວ​ວ່າ:

"ພວກ​ເຮົາ​ເຫັນ​ວ່າການ​​ເຄື່ອນ​ໄຫວຮ່ວມ​ທີ່​ມີ​ຊື່ວ່າ: "ທາງ​ເດີນ​ເຮືອທີ່​ປອດ​ໄພ"​ໄດ້​​​​​ເກີດ​ມີ​ຜົນສະ​ທ້ອນ​ຢ່າງ​ດີງາມ, ​ໄດ້​​ເຮັດ​ໃຫ້ການ​ກໍ່​ອາສະ​ຍາ​ກຳ​ດ້ານ​ຢາ​ເສບ​ຕິດ​ໃນ​ພາກ​ພື້ນ​ນີ້​ຫຼຸດ​ລົງ​ກວ່າ​ເກົ່າ. ​ແຕ່​ວ່າ​ພວກ​ເຮົາ​ກໍ່​ເຫັນ​ວ່າການ​​ເຄື່ອນ​ໄຫວ​ຮ່ວມ​ທີ່​ເປັນ​ເວລາ2​ເດືອນ, ອາ​ດຈະ​ເປັນ​ເວລາ​ສັ້ນ​ທີ່​ຈະບັນລຸ​ເປົ້າ​ໝາຍ​ໃຫຍ່​​ໄດ້​ຍາກ. ສະ​ນັ້ນ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້ການ​ກະທຳ:ທາງ​ເດືອນ​ເຮືອ​ປອດ​ໄພ​ຈະ​ສືບ​ຕໍ່ດຳ​ເນີນ​ຕໍ່​ໄປ, ຈະ​ແກ່ຍາວ​ເວລາ​ຂອງ​ໂຄງການ​ນີ້​ແນວ​ໃດ, 4ປະ​ເທດ​ສາມາດ​ເລີ່​ມດຳ​ເນີນ​ການ​ສົນທະນາ​ແລະ​ການ​ປຶກສາ​ຫາລື​ທີ່ກ່ຽວຂ້ອງ."

ທ່ານ​ສຸຂຸມ ​ໂອ​ພັສນິພຸດ, ຮອງ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ເສບ​ຕິດ​ແຫ່ງ​ລາຊະ​ອານາຈັກໄທ​ກ່າວ​ວ່າ:

"ວຽກ​ງານ​ຂອງ​ພວກ​ເຮົາ​ຍັງ​ບໍ່​ທັນສິ້ນ​ສຸດ​ລົງ​ເທື່ອ, ພວກ​ເຮົາ​ລ້ວນ​​ແຕ່​ຕ້ອງ​ຮ່ວມ​ມື​ແລະ​ສາມັກຄີ​ກັນ​ຢ່າງ​ຕໍ່​ເນື່ອງ, ​ເພື່ອ​ຮັບ​ມື​ກັບ​ບັນຫາ​ນີ້, ​ໄທ​ຍິນ​ດີ​ຕັ້ງ​ໜ້າ​ພະຍາຍາມ​ຕື່ມ​ອີກ, ຂ້າພະ​ເຈົ້າ​ເຫັນ​ວ່າ​ພວກ​ເຮົາ​ສາມາດ​ຖອດ​ຖອນ​ບົດຮຽນ​​ເຊິ່ງກັນ​ແລະ​ກັນ​ໃນ​ກິດຈະກຳນີ້​ໄດ້​ຫຼາຍ​ຢ່າງ, ທັງ​ສາມາດ​ຊ່ວຍ​ເຫຼືອ​​ເຊິ່ງກັນ​ແລະ​ກັນ​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຮ່ວມໃຫ້​ດີ​ກວ່າ​ເກົ່າ."