ທ່ານ​ຫຼີ້ຢວນຊາວ​ພົບ​ປະ​ກັບ​ຮອງ​ນາຍົກລັດຖະມົນຕີລາວ

(GMT+08:00) 2013-07-03 10:34:18     cri
ວັນ​ທີ 2 ກໍລະກົດ​ນີ້ຢູ່​ທີ່​ປັກ​ກິ່ງ, ທ່ານຫຼີ້ຢວນຊາວ, ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບປະ​ກັບທ່ານ​ດວງ​ໃຈ ພິຈິດ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ທີ່​ມາ​ຢ້ຽມຢາມ.

​ໃນ​ເວລາ​ພົບ​ປະກັນ, ທ່ານ​ຫຼີ້ຢວນຊາວ​ກ່າວ​ວ່າ, ພັກ​ແລະ​ລັດ​ຂອງ​ຈີນ​ຍຶດໝັ້ນປະຕິບັດ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ລາວ​ຈາກ​ລະດັບ​ຍຸດ​ທະ​ສາດ​ແລະ​​​ໄລຍະຍາວ​ນານ, ຍິນ​ດີ​ຍຶດໝັ້ນ​ເປັນ​ເພື່ອນ​ບ້ານ​ໃກ້​ຄຽງ​ທີ່​ດີ, ເພື່ອນມິດ​ທີ່​ດີ, ສະຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​​ທີ່​ດີ​ກັບ​ລາວ, ​​ເສີມ​ສ້າງແລະ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານ​ລະ​ຫວ່າງ​ຈີນ​ກັບ​ລາວຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​ກັນ​ຊຸກຍູ້​ພາລະກິດ​ສັງຄົມ​ນິຍົມ. ທ່ານ​ດວງ​ໃຈ​ ພິຈິດກ່າວ​ວ່າ, ຂອບ​ໃຈ​ນຳ​ຈີນ​ທີ່​ໃຫ້ການ​ສະໜັບສະໜູນ​ຢ່າງ​ແຂງ​ແຮງຕໍ່​ວຽກ​ງານ​ສ້າງສາຂອງ​ປະ​ເທດ​ລາວ​ໃນ​ໄລຍະ​ຍາວ​ນານມາ​ນີ້, ຍິນ​ດີ​ຊຸກຍູ້​ການ​ພົວພັນ​​ມິດຕະພາບ​​ແລະ​ຮ່ວມ​ມືລະຫວ່າງ​ພັກ, ລັດ​ແລະສອງ​ກອງທັບ​ລາວ-ຈີນ​ໃຫ້​ຂະຫຍາຍ​ກ້າວສູ່​ລວງ​ເລິກ.