ອາ​ຊຽນພະຍາຍາມ​ປັບປຸງ​ຖານະ​ດ້ານ​ການ​ຮ່ວມ​ມື​​ໃນພາກ​ພື້ນ​ໃຫ້​ໝັ້ນຄົງ

(GMT+08:00) 2013-07-03 19:31:24     cri
ຕາມ​ຂ່າວCRI: ວັນ​ທີ2ກໍລະກົດ​ນີ້, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ46​ໄດ້ສິ້ນ​ສຸດ​ລົງ. ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກ່າວ​ເນັ້ນ​ວ່າ, ປະ​ເຊີ​ນໜ້າ​ກັບ​ສະຖານະ​ການ​ການ​ເມືອງ​ດ້ານ​ພູມ​ສາດ​ທີ່​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ, ກົນ​ໄກ​ກອງ​ປະຊຸມ​ຕ່າງໆ​ຂອງອາ​ຊຽນ​ໄດ້ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ກໍ​ຄືພາກ​ພື້ນ​ທີ່​ກວ້າງຂວາງ​ກວ່າ​ເກົ່າ​ຕື່ມ​ອີກ..

ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ນີ້​​ໄຂ​ຂຶ້ນ​ແຕ່​ວັນ​ທີ29ມິຖຸນາ​​ແລ້ວ​ນີ້​ຫາ​ວັນ​ທີ2ກໍລະກົດ​ນີ້​ຢູ່​ນະຄອນຫຼວງ​ບັນດາ​ເຊຣີ​ເບ​ກາ​ວັນ​ຂອງ​ບຣູ​ໄນ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງປະຊາ​ຄົມ​ອາ​ຊຽນ, ກາ​ນຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ອາຊຽນກັບ​ຄູ່​​ເຈລະຈາແລະ​ບັນຫາ​ອື່ນ​ໆອີກ.

ພາຍຫຼັງ​ຈາກ​ກອງ​ປະຊຸມ​ລັດຖະມົນຕີການ​ກະຊວງ​ການ​ຕ່າງປະ​ເທດ​ອາຊຽນສິ້ນ​ສຸດ​ລົງ​ແລ້ວ, ​ໄດ້ອອກ​ແຈ້ງ​ການ​ຮ່ວມ​​ໂດຍ​ກ່າວ​ຢ້ຳ, ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ຕັດສິນ​ໃຈ​ເພື່ອ​ບັນລຸ​ເປົ້າ​ໝາຍ​ການ​ສ້າງ​ປະຊາ​​ຄົມ​ອາຊຽນ​ໃຫ້​ສຳ​ເລັດກ່ອນ​ປີ2015. ປະກາດ​ແຈ້ງ​ການ​ຍັງ​​ເ​ນັ້ນ​ວ່າ, ອາ​ຊຽນມີ​ຄວາມ​ຈຳ​ເປັນ​​​ປະ​ເມີນຜົນ​ຕໍ່​ກົນ​ໄກ​​ດຳ​ເນີນ​ງານຂອງ​ຕົນ​ຄືນ​ໃໝ່, ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ການ​ປ່ຽນ​ແປງ​​ຫຼ້າ​ສຸດຂອງ​ສະຖານະ​ການ​ດ້ານການ​​ເມືອງ​ແລະ​ພູມີສາດ, ຮັບປະກັນໃຫ້​ອາ​ຊຽນສາມາດ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​​ນຳພາ​​​ໃນ​ກົນ​ໄກ​​ຮ່ວມ​ມື​ພາກ​ພື້ນ​.

ສົມ​ເດັດໂມ​ຮາ​​ເມັດ ​ໂບນ​ຄີ​ອາ, ລັດຖະມົນຕີວ່າການ​ກະຊວງ​ການຕ່າງປະ​ເທດ​ແລະ​ການ​ຄ້າ​ບຣູ​ໄນ​ເຊິ່ງ​ເປັນ​ປ​ະ​ເທດ​ປະທານ​ໝູນວຽນ​ຂອງ​ອາ​ຊຽນກ່າວ​ຄຳ​ປາ​ໄສ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນວ່າ, ທ່ານ​ຫວັງ​ໃຫ້​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນສືບ​ຕໍ່​ຊຸກຍູ້ວຽກ​ງານ​ໃນຂົງ​ເຂດຕ່າງໆ​ໃຫ້​ມີ​ຄວາມ​ຄືບ​ໜ້າ, ປັບປຸງ​ບັດ​ບາດ​ສຳຄັນຂອງ​ອາ​ຊຽນ​ໃນ​​ເວລທີ​ປຶກສາ​ຫາລື​ດ້ານ​ການ​ຮ່ວມ​ມື​ພາ​ກພື້ນ​ໃຫ້​ໝັ້ນຄົງ, ​ແກ້​ໄຂ​ບັນຫາການ​ພົວພັນ​ລະຫວ່າງ​ອາ​ຊຽນກັບປະ​ເທດ​ອື່ນໆ​ໃຫ້​ດີ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອາຊີ​ຕ​າ​ເວັນ​ອອກ​ສຽງ​ໃຕ້ໄດ້​ນຳ​ໃຊ້​ທ່າ​ແຮງດ້ານທີ່​ຕັ້ງພູມີສາດ, ​ໃຫ້ກາຍ​ເປັນ​​ເວທີ​ສຳຄັນ​ຂອງ​ການ​ໄປມາຫາສູ່​ກັນ​ແລະ​ການ​ແລກປ່ຽນ​ກັນຂອງ​ຝ່າຍ​ຕ່າງໆ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ, ​ເຊິ່ງມີ​ກົນ​ໄກ​​ຮ່ວມ​ມື​ໃນ​ເບື້ອງ​ຕົ້ນ​ທີ່​ມີ​ແຕ່​ກົນ​ໄກ"10+1"ລະຫວ່າງ10ປະ​ເທດອາຊຽນກັບ​ຈີນ, 10ປະ​ເທດ​ອຊຽນກັບຍີ່ປຸ່ນ​ແລະ10ປະ​ເທດ​ອາ​ຊຽນກັບ​ສ.​ເກົາຫຼີ, ​ແລະ"10+3"ຄືອາ​ຊຽນກັບ​ຈີນ, ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​, ​ເປີດ​ກວ້າງ​​ເຖິງ"10+8"​ແລະ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ.
ນອກ​ນີ້, ຄູ່​​ເຈລະຈາຂອງ​ອາ​ຊຽນກໍ່​ໄດ້​ເພີ່ມ​ຂຶ້ນ​ໃນ​ຊຸ​ມປີ​ມໍ່​ໆ​ມາ​ນີ້, ​ໃນ​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນ​ຄັ້ງ​ນີ້​ແລະ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຕ່າງໆ​ຂອງ​​ເວທີ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ໃນພາກ​ພື້ນ​ອາ​ຊຽນ, ຜູ້​ທີ່​ເຂົ້າ​ຮ່ວມກອງ​ປະຊຸມ​ນອກຈາກມີລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຂອງບັນດາ​ປະ​ເທດ​ອາຊຽນ​ແລ້ວ, ຍັງ​ລວມທັງ​ບັນດາ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫຼື​ຜູ້ຕາງໜ້າ​ດ້ານການ​ຕ່າງປະ​ເທດ​ຂອງ10ປະ​ເທດ​ຄູ່​ເຈລະຈາ​ຂອງ​ອາ​ຊຽນ​ເຊັ່ນ: ​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອາ​ເມ​ລິ​ກາ, ຣັດ​ເຊຍ, ສະຫະພາບ​ເອີຣົບ​​ແລະ​ບັງ​ກະລາ​ເດັດ, ສ.ປ.ປ​ເກົາຫຼີ, ມົງ​ໂກ​ລີ, ປາ​ກີ​ສະຖານ, ປາ​ປົວ​ນິວກິ​ເນ, ສີ​ລັງກາ, ຕີ​ມໍ​ເລັສ​ເຕ​ແລະ​ອື່ນໆ.

ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊຽນສົມ​ເປັນ​ແບບຢ່າງ​ຂອງ​ການ​ຮ່ວມ​ມື​ພາກ​ພື້ນ​ຕ່າງ​ໆ​ຂອງ​ອາ​ຊຽນ. ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ມີການ​ພັດທະນາ​​ແບບ​ກ້າວກະ​ໂດດ, ​ໄດ້​ລື່ນຂອບ​ສອງ​ຝ່າຍ, ກາຍ​ເປັນ​ກຳລັງ​ແຮງ​ທີ່​ສຳຄັນ​​ໃນ​ການ​ຊຸກຍູ້ການ​ພັດທະນາ​​ຂອງ​ອາຊີ​ຕາ​ເວັນ​ອອກ​ແລະ​ເປັນ​ເສົາ​ຄ້ຳສຳຄັນ​​ໃນ​ການ​​ເຮັດໃຫ້​ພາກ​ພື້ນ​ມີ​ສະຖຽນ​ລະ​ພາບ​ແລະຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.