ຄະດີ​ຄ້າມະນຸດຢູ່​ຫວຽດນາມ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ

(GMT+08:00) 2013-07-04 17:57:23     cri
ຕາມ​ຂ່າວCRI: ​ໃນຊຸມ​ປີ​ມໍ່ໆ​ມາ​ນີ້, ຄະດີ​ຄ້າມະນຸດຢູ່​ຫວຽດນາມ​​​ໄດ້​ເພີ່ມ​ຂຶ້ນຫຼາຍ, ​ແລະ​ມີ​ທ່າ​ອ່ຽງຫັນ​ເປັນ​ສາກົນ.

ວັນ​ທີ2ກໍລະກົດ​ນີ້, ຄະນະ​ກຳມະການ​ຊີ້​ນຳ​ດ້ານ​ການປ້ອງ​ກັນ​ແລະຕ້ານອາ​ຊະ​ຍາ​ກຳ​ຂອງ​ລັດຖະບານ​ຫວຽດນາມ, ກົມ​ໃຫຍ່​ປ້ອງ​ກັນ​ແລະ​ຕ້ານ​ອາ​ຊະ​ຍາ​ກຳ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຫວຽດນາມ​ກັບ​ກອງ​ທຶນ​ສຳລັບເດັກນ້ອຍຂອງ​ສະຫະ​ປະຊາ​ຊາດຫຼື​ຢູ່​ນີ​ເຊັຟ​ໄດ້​ໄຂ​ກອງ​ປະຊຸມ​ຮ່ວມ​ຢູ່​ນະຄອນ ຫຼວງຮ່າ​ໂນ້ຍຂອງຫວຽດນາມ, ​​ໃນ​ຂອບ​​ເຂດທົ່ວ​ປະ​ເທດ​ຫວຽດນາມ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວປັບປຸງ​ວຽກ​ງານ​ສະ​ເພາະ​ສຳຄັນ​"​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ ປ້ອງ​ກັນ​ແລະ​ຕໍ່ຕ້ານ​ການກະທຳ​ຄ້າ​ມະນຸດ".

ບົດ​ລາຍ​ງານ​ຂອງ​ຫວຽດນາມ​ສະ​ແດງ​ໃຫ້​ເຫັນ​ວ່າ, ສະພາບການ​ຄ້າ​ມະນຸດ​ຂອງ​ຫວຽດນາມ​ນັບ​ມື້​ນັບ​ສັບສົນ​ກວ່າ​ເກົ່າ​ແລະ​ມີ​ການ​ປ່ຽ​ນ​ແປງ​ຫຼາຍ​ກວ່າ​ເກົ່າ, ສ່ວນ​ຫຼາຍ​​ແມ່ນ​ຢູ່​ເຂດຊາຍ​ແດນທີ່​ຕິດ​ກັບປະ​ເທດ​ອ້ອມ​ຂ້າງ​ຂອງຫວຽດນາມ, ​ເຊິ່ງມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ແລະ​ຫັນ​ເປັນ​ສາກົນ. ນອກຈາກ​ການ​ຄ້າຂາຍ​​ແມ່ຍິງ​ແລະ​ເດັກນ້ອຍ​ເຊິ່ງກວມ​ເຖິງ80%ຂຶ້ນ​ໄປ, ການ​ກໍ່​ອາສະ​ຍາ​ກຳານ​ການ​ຄ້າ​ມະນຸດ​ຂອງ​ຫວຽດນາມ​ຍັງ​ລວມທັງການຄ້າຜູ້​ຊາຍ, ​ເດັກ​ນ້ອຍ​ເກີດ​ໃໝ່, ການ​ຄ້າຂາຍອະ​ໄວ​ຍະ​ວະຕ່າງໆ​ຂອງຮ່າງກາຍ​ແລະ​ການ​ຖື​ພາ​ໃຫ້​ຜູ້​ອື່ນ​ແລະ​ອື່ນໆ.