ຊາວ​ໜຸ່ມ​ເຍົາວະ​ຊົນ​ລາວ​ເຊື້ອ​ສາຍ​ຈີນ​ໄປ​ສຳຜັດ​ວັດທະນະທຳ​ຈີນ​ຢູ່​ແຂວງ​ຢຸນນານ

(GMT+08:00) 2013-07-05 16:27:23     cri

"ງານ​ຕັ້ງຄ້າຍ​ແຂວງ​ຢຸນນານ​ທີ່​ງາມສົມບູນ--ກິດຈະກຳ​ວັດທະນະທຳ​ຈີນ 2013" ​ເລີ່​ມ ເປີດ​ຄ້າຍທີ່​ນະຄອນ​ຄຸນ​ມິ​ງ​ໃນ​ວັນ​ທີ 4 ກໍລະກົດ​ນີ້, ນັກຮຽນຈາກ​ໂຮງຮຽນຈີນຢູ່​ລາວ 40 ຄົນ ​ພ້ອມຫົວໜ້າ​ທີ​ມ​ໄດ້​ເຂົ້າຮ່ວມກິດຈະກຳ​ທີ່​ດຳ​ເນີນ​ເປັນ​ເວລາ 10 ວັນ​ເທື່ອ​ນີ້. ນອກຈາກ​ດຳ​ເນີນ​ການ​ຮ່ຳຮຽນ​ແລະ​ແລກປ່ຽນ​ວັດທະນະທຳ​ຊົນ​ເຜົ່າ​ແຂວງ​ຢຸນນານ ​ແລະ ຄວາມ​ຮູ້​ຂອງ​ຊົນ​ຊາດ​ຈີນ​ແລ້ວ, ນັກຮຽນ​ຈາກ​ລາວ​ເຊື້ອສາຍ​ຈີນ​ເຫຼົ່ານີ້​ຍັງ​ຈະ​ໄປ​ສຳຜັດ​ກັບ​ຮີດຄອງ​ປະ​ເພນີ​ແຂວງ​ຢຸນນານ​ອີກ​ດ້ວຍ.

ຄຽງ​ຄູ່​ກັບ​ສອງ​ປະ​ເທດຈີນ​ແລະລາວ​ໄດ້ມີ​ການ​ຮ່ວມ​ມື​ນັບ​ມື້​ນັບ​ແໜ້ນ​ແຟ້ນຂຶ້ນ, ຢູ່​ລາວ​ໄດ້​ມີ​ຄົນ​ຮຽນ​ພາສາ​ຈີນ​ນັບ​ມື້​ນັບຫຼາຍ, ປະຊາຊົນ​ທີ່​​ເປັນ​ຄົນ​ລາວ​ແລະຄົນ​ລາວ​ເຊື້ອສາຍ​ຈີນ​ນັບ​ມື້​ນັບຫຼາຍຫວັງ​ວ່າ​ຈະ​ໄດ້​ຮຽນຣູ້ວິຖີ​ຊີວິດ​ແລະ​ວັດທະນະທຳ​ດັ້ງ​ເດີມ​ຂອງ​ຈີນ. ຄູ​ສອນ​ທີ່​ເປັນ ຫົວໜ້າ​ທີ​ມກ່າວ​ວ່າ: ​ໂຮງຮຽນ​ຈີນ​ຢູ່​ລາວ​ພວມ​ປັບປຸງ​ວິທີ​ການ​ສອນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​​​ເພື່ອໃຫ້​ນັກຮຽນ​ທັງຫຼາຍ​ໄດ້​ສຳຜັດ​ຕົວ​ຈິງ​ໃນ​ການ​ສິດສອນ.