ຈີນ​ແລະຣັດ​ເຊຍ​ຈັດການ​ຊ້ອມ​ຮົບ​ຮ່ວມ​ທີ່​ມີ​ຂະໜາດ​​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ

(GMT+08:00) 2013-07-05 19:14:31     cri

ອີງ​ຕາມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ທີ່​ຈີນ​ແລະຣັດ​ເຊຍ​ໄດ້​ຕົກລົງ​ຮ່ວມ​ກັນ, ກອງ​ກຳ​ປັ່ນ​ຂອງ​ກອງທັບ​ເຮືອ​ຈີນ​ແລະຣັດ​ເຊຍ​ໄດ້​ຕົກລົງ​ຈັດການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ທີ່​ມີ​ຊື່ວ່າ"ປະຕິບັດ​ການ​ຮ່ວມ​ດ້ານ​ການ​ທະຫານ​ທາງ​ທະ​ເລ2013"ຢູ່​ເຂດ​ທະ​ເລ​ໃກ້​ກັບ​ອ່າວ​ເຕີ​ມະຫາລາດ​ຂອງຣັດ​ເຊຍ​ແຕ່​ວັນ​ທີ5ຫາ​ວັນ​ທີ12ກໍລະກົດ​ນີ້. ຫຼັງ​ຈາກ​ນັ້ນ, ສອງ​ປະ​ເທດ​ຍັງ​ຈະ​ຈັດການ​ຊ້ອມ​ຮົບ​ຮ່ວມ​ເພື່ອ​ຕ້ານ​ການ​ກໍ່​ການ​ຮ້າຍ​ຢູ່​ເຊ​ວຢາ​ບິນ​ສ​ເຄີ ຂອງຣັດ​ເຊຍ​ແຕ່​ວັນ​ທີ27ກໍລະກົດ​ຫາ​ວັນ​ທີ15ສິງຫາ​ໜ້າ​ນີ້. ຊ່ຽວຊານ​ຈີນ​ເຫັນ​ວ່າ, ການ​ຊ້ອມ​ຮົບ​ສອງ​​ເທື່ອດັ່ງກ່າວ​ນີ້​ບໍ່​ພຽງ​ແຕ່​ໄດ້​ສະ​ແດງ​​ໃຫ້​ເຫັນ​ວ່າການ​ຮ່ວມ​ມື​ດ້ານ​ການ​ທະຫານ​ລະຫວ່າງຈີນ​ກັບຣັດ​ເຊຍ​ໄດ້​ກ້າວ​ໄປ​ສູ່​ການ​ຫັນ​ເປັນ​ແບບ​ກົນ​ໄກ​ແລະ​ເປັນ​ປົກກະຕິ​ເທົ່າ​ນັ້ນ, ​ແລະ​ຍັງ​ໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ຄວາມ​ຕັດສິນ​ໃຈ​ແລະ​ຄວາມ​ສາມາດ​ຂອງ​ກອງທັບ​ຈີນ​ແລະຣັດ​ເຊຍ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ອາຊີ​ອາຊີ​ຟິກ.

ກຳ​ປັ່ນ​ຈີນ​ທີ່​ຈະ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ຈີນ-ຣັດ​ເຊຍ​ໃນ​ຄັ້ງ​ນີ້​ໄດ້​ດຳ​ເນີນ​ທາງ​ໄປ​ເຖິງ​ທ່າ​ກຳ​ປັ່ນ​ວຼາດີ​ວົສຕົກ​ຂອງຣັດ​ເຊຍ​ແລ້ວ​ໃນ​ວັນ​ທີ5ກໍລະກົດ​ນີ້. ມາ​ຮອດ​ເວລາ​ນີ້, ກຳ​ປັ່ນ​ທັງ​ສອງ​ຝ່າຍ​ຈີນ​ແລະຣັດ​ເຊຍ​ໄດ້​ເຕົ້າ​ໂຮມ​ກັນ​ຢ່າງ​ພ້ອມພຽງ​ແລ້ວ​ເພື່ອ​ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ໃນ​ຄັ້ງ​ນີ້.

ມີ​ສື່​ມວນ​ຊົນ​ຕ່າງປະ​ເທດ​ໄດ້​ລາຍ​ງານ​ບົດ​ວິຈານ​ວ່າ, ການ​ຊ້ອມຣົບຮ່ວມ​ຈີນຣັດ​ເຊຍ​ມີ​ຈຸດປະສົງ​ຢາກ​ຕ້ານ​ຢັນ​ການ​ເພີ່ມ​ແຮງ​ກົດ​ດັນ​ຈາກ​ດ້ານ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ແລະ​ສ້າງ​ຄວາມ​ເກງ​ຂາມ​ໃຫ້​ແກ່​ການ​ທ້າ​ທາຍ​ດ້ານ​ການ​ທະ​ຫານ​ຂອງ​ຍີ່ປຸ່ນ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຢາງ​ຈຸ້ນ​ເຟີ​ຍ, ຜູ້​ບັນຊາ​ການ​ກອງ​ກຳ​ປັ່ນ​ຝ່າຍ​ຈີນ, ຮອງ​ຜູ້​ບັນຊາ​ການ​ກອງ​ກຳ​ປັ່ນ​ທະ​ເລ​ເໜືອກ​ອງທັບ​ເຮືອ​ຈີນ​ກ່າວ​ວ່າ, ການ​ຊ້ອມ​ຮົບ​ຮ່ວມ​ໃນ​ເທື່ອນີ້​ມີ​ຈຸດປະສົງ3ຢ່າງ​ຄື: ໜຶ່ງ​ແມ່ນ​ເພື່ອ​ປັກ​ປຸງ​ແລະ​ເສີມ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບຣັດ​ເຊຍ​ໃຫ້​ໝັ້ນຄົງ, ຍົກ​ສູງ​ລະດັບ​ການ​ປະສານ​ງານ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ;ອັນ​ທີ​ສອງ​ແມ່ນ​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ກອງທັບ​ຈີນຣັດ​ເຊຍ, ລົງ​ເລິກ​ການ​ຮ່ວມ​ມື​ຕົວ​ຈິງ​ລະຫວ່າງ​ສອງ​ກອງທັບ, ອັນ​ທີ​ສາມ​ແມ່ນ​ເພື່ອ​ໃຫ້​ກອງທັບ​ເຮືອ​ຂອງ​ສອງ​ຝ່າຍ​ໄດ້​ເຝິກຊ້ອມ​ໃນ​ການ​ປະສານ​ສົມທົບ​ກັນ​ໃນ​ການ​ບັນຊາ​ການ​ປະຕິບັດ​ການ​ເຄື່ອນ​ໄຫວ​ຮ່ວມ​ດ້ານ​ການ​ທະຫານ​ທາງ​ທະ​ເລ, ຍົກ​ສູງ​ຄວາມ​ສາມາດ​ຂອງ​ສອງ​ກອງທັບ​ເຮືອ​ໃນ​ການ​ຮ່ວມ​ກັນ​ຮັບ​ມື​ກັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ​ທາງ​ທະ​ເລ. ທ່ານ​ຢາງ​ຈຸ້ນ​ເຟີ​ຍຍັງ​ກ່າວ​ວ່າ, ສິ່ງ​ທີ່​ຕ້ອງ​ຊີ້​ໃຫ້​ເຫັນ​ນັ້ນ​ແມ່ນ​ການ​ເຝິກຊ້ອມ​ໃນ​ເທື່ອ​ນີ້​ບໍ່​ໄດ້​ແນ​ໃສ່​ຝ່າຍ​ທີ3, ຍຸດ​ທະ​ສາດ​ປ້ອງ​ກັນ​ທະ​ເລ​ໃກ້​ຂອງ​ກອງທັບ​ເຮືອ​ຈີນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ.


ທ່ານ​ຈ່າງ​ຈຸ່ນ​ເຊີ້ ຮອງ​ນັກ​ຄົ້ນຄວ້າ ຂອງ​ພະ​ແນ​ກໝາຍ​ເລກ1ຂອງ​ສະ​ຖາ​ບັນ​ຄົ້ນຄວ້າ​ວິຊາ​ການ​ທະຫານ​ກອງທັບ​ເຮືອຈີນ​ໄດ້​ກ່າວ​ວ່າ, ຄວາມ​ຂັດ​ແຍ່ງ​ທາງ​ທະ​ເລ​ຢູ່​ເຂດ​ອາຊີ​ໃນ​ປະ​ຈຸ​ບັນ​ໄດ້​ຮຸນ​ແຮງ​ຂຶ້ນ, ຄວາມ​ຮັບຜິດຊອບ​ບໍ່​ແມ່ນ​ຢູ່​ນຳ​ຝ່າຍ​ຈີນ, ການ​ຊ້ອມ​ຮົບ​ຮ່ວມ​ທາງ​ທະ​ເລ​ຈີນຣັດ​ເຊຽມີ​ຜົນ​ດີ​ຈະ​ສາມາດ​ຊ່ວຍ​ຍົກ​ສູງ​ຄວາມ​ສາມາດ​ຂອງ​ສອງ​ກອງທັບ​ໃນ​ການ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ແລະ​ໄພ​ຂົ່ມຂູ່​ຕ່າງໆ​, ​ແລະ​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.