ທ່ານ​ຫຼີ​ເຄິ້ງຊຽງ​ຫວັງ​ວ່າສອງກອງທັບ​ຈີນ​-​ອິນ​ເດຍລົງ​ເລິກ​ເປີດ​ກວ້າງ​ການ​​ແລກ​ປ່ຽນ​ແລະການ​ຮ່ວມ​ມື​ກັນ

(GMT+08:00) 2013-07-06 14:01:43     cri
ຕາມ​ຂ່າວCRI:ວັນ​ທີ5ກໍ​ລະ​ກົດ​ນີ້ຢູ່​ທີ່​ນະຄອນຫຼວງ​ປັກ​ກິ່ງ,ທ່ານ​ຫຼີ​ເຄິ້ງຊຽງ,ນາຍົກລັດຖະມົນຕີ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ອາ​ເຄ ອານ​ໂຕ​ນີ,ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ.ທ່ານ​ຫຼີ​ເຄິ້ງ ຊຽງ​ກ່າວ​ວ່າ,ຈີນ​ຍິນ​ດີ​ສືບ​ຕໍ່​ພ້ອມກັບ​ອິນ​ເດຍ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ,​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່ິຕິດ​ແທດ​ຕົວ​ຈິງ, ຈະຍົກລະດັບການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​​ໃຫ້​ສູງ​ກວ່າ​ເກົ່າ.

ທ່ານ​ຫຼີ​ເຄິ້ງຊຽງ​ຊີ້​ອອກ​ວ່າ,ການຮ່ວມ​ມື​​ລະຫວ່າງ​ຈີນ​ກັບ​ອິນ​ເດຍ ຈະ​ໄດ້​ມີ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ເກົ່າຄື ຕົວ​ເລກ"ຫນຶ່ງ​ບວກຫນຶ່ງ​"​ໃຫຍ່ກວ່າສອງ,​ເພື່ອ​ນຳ​ເອົາ​ໂອກາດ​ທີ່​ສຳຄັນ​ແລະ​ກຳລັງ​ຊຸກຍູ້​ມາ​ໃຫ້ການ​ພັດທະນາ​ຂອງ​ສອງ​ປະ​ເທດ ອາຊີ​ໃຕ້​ແລະ​ຂອງ​ໂລກ.ທ່ານ​ຍັງ​ຫວັງ​ວ່າ​ສອງກອງ​ທັບ​ທັງ​ສອງ​ປະ​ເທດ​ລົງ​ເລິກ​​ແລະ​ເປີດ​ກວ້າງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ກັນ,​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງຫນ້າ​​ໃນການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະສາ​ດຈີນ-​ອິນ​ເດຍ.

 ທ່ານ​ອານ​ໂຕ​ນີກ່າວ​ວ່າ,ອິນ​ເດຍຍິນ​ດີ​ທຳ​ຄວາມ​ພະຍາຍາມ ຮ່ວມ​ກັບ​ຈີນ,​ເພື່ອ​ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດພັດທະນາກ້າວ​ໄປ​ຫນ້າ​ຢ່າງຮອບດ້ານ.