ການ​ຊ້ອມ​ຮົບ​ຮ່ວມ​ເທິງ​ທະ​ເລ​ຈີນ-ຣັດ​ເຊຍ​ເລີ່​ມຕົ້ນ​ການ​​ຊ້ອມ​ຮົບວັນ​ທຳ​ອິດຂອງໄລຍະການ​ຊ້ອມ​ຮົບ​ດ້ວຍ​ກຳລັງ​ຕົວ​ຈິງ

(GMT+08:00) 2013-07-09 17:22:45     cri

ວັນ​ທີ 8 ກໍລະກົດ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ການ​ຊ້ອມ​ຮົບ​ຮ່ວມທີ່​ມີ​ຊື່ວ່າ "ການ​ເຄື່ອນ​ໄຫວ​ຮ່ວມທາງ​ການ​ທະຫານ​ເທິງ​ທະ​ເລ 2013" ລະຫວ່າງຈີນ-ຣັດ​ເຊຍ​ໄດ້​ເລີ່​ມ​ເຂົ້າສູ່​ໄລຍະ​ການ​​ຊ້ອມຮົບດ້ວຍ​ກຳລັງ​ຕົວ​ຈິງ, ​ເຊິ່ງວິຊາ​ຝຶກ​ຊ້ອມ​ໃນ​ວັນ​ທຳ​ອິດ​ແມ່ນ​ຂະຫຍາຍ​ຮູບ​ແຖວ ​ແລະ ການ​ປ້ອງ​ກັນ​ຢູ່​ຕາມ​ບໍລິ​ເວນ​ທອດ​ສະ​ໝໍຂອງ​ກຳ​ປັ່ນ.

ທ່ານ​ຢາງ​ຈຸ້ນ​ເຟີ່ຍ, ຮອງ​ຜູ້​ບັນຊາ​ການ​ໃຫຍ່​ກອງ​ກຳ​ປັ່ນ​ທະ​ເລ​ເໜືອກ​ອງທັບ​ເຮືອ​ຈີນ, ຜູ້​ບັນຊາ​ການ​ກອງ​ກຳ​ປັ່ນ​ຝ່າຍ​ຈີນ ກ່າວ​ວ່າ: ຜ່ານ​ການ​ຝຶກ​ຊ້ອມ​ຕາມ​ສະພາບ​ການ​ຕ່າງໆ, ​ໄດ້ກວດກາ​ລະດັບ​ເຕັກນິກ​ດ້ານ​ຍຸ​ດທະວິ​ທີຂອງ​ນາຍ​ແລະ​ພົນທະຫານ​ຢ່າງ​ມີ​ປະສິດທິ​ຜົນ. ​ເມື່ອ​ເບິ່ງ​ຈາກ​ຜົນ​ຕົວ​ຈິງ​ແລ້ວ​ເຫັນ​ວ່າ, ​ໄດ້​ບັນລຸ​ຈຸດປະສົງ​ຂອງ​ການ​ຊ້ອມ​ຮົບ​ເທື່ອ​ນີ້.

ການ​ຊ້ອມ​ຮົບ​ດ້ວຍ​ກຳ​ລົງ​ຕົວ​ຈິງ​ຂອງການ​ຊ້ອມ​ຮົບ​ຮ່ວມ "ການ​ເຄື່ອນ​ໄຫວ​ຮ່ວມທາງ​ການ​ທະຫານ​ເທິງ​ທະ​ເລ 2013" ຈະ​ດຳ​ເນີນ​ເປັນ​ເວລາ 3 ວັນ. ວັນ​ທີ 9 ກໍລະກົດ​ນີ້​ຈະ​ດຳ​ເນີນ​ການ​ຝຶກ​ຊ້ອມ​​ໃນ​ 6 ດ້ານ, ​ເຊັ່ນວ່າ ການ​ປ້ອງ​ກັນ​ອາກາດ​ຮ່ວມ, ການສົ່ງ​ພະລາທິການ​ຮັບປະກັນ​ທາງ​ທະ​ເລ ​ແລະ ການ​ປ້ອງ​ກັນ​ຮ່ວມ​ດ້ານ​ການ​ເດີນ​ເຮືອ​ເປັນຕົ້ນ, ສ່ວນວັນ​ທີ 10 ກໍລະກົດ​ນີ້ຈະ​ມີ​ການ​ຝຶກ​ຊ້ອມ​ທີ່​ສຳຄັນ, ຄື: ການ​ຊ່ວຍ​ເຫຼືອ​ແລະກູ້​ໄພຮ່ວມ, ການ​ນຳ​ໃຊ້​ອາວຸດຕົວ​ຈິງ​ເທິງ​ທະ​ເລ, ການກວດ​ແຖວ​ກອງທັບ​ເຮືອ ​ແລະ ການ​ຖອນ​ທະຫານ.