ກອງ​ປະຊຸມສົນທະນາ​ອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ມຽນມາໃນ​ກາງ​ເດືອນ​ກໍລະກົດ​ນີ້

(GMT+08:00) 2013-07-09 16:30:36     cri
ຕາມ​ຂ່າວCRI: ສື່​ມວນ​ຊົນ​ມຽນມາລາ​ຍງານ​ໃນ​ວັນ​ທີ8ກໍລະກົດ​ນີ້​ວ່າ, ກອງ​ປະຊຸມ​ສົນທະນາ​ອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ຢາງ​ກຸ້ງ​ຕົວ​ເມືອງ​​ໃຫຍ່​ທີ່​ສຸດ​ຂອງ​ມຽນມາ​ໃນ​ວັນທີ12ກໍລະກົດ​ນີ້.

ກອງ​ປະຊຸມສົນທະນາ​ທີ່ຈະ​ດຳ​ເນີນ​ເປັນ​ເວລາ2ວັນ​ຄັ້ງ​ນີ້​ແມ່ນ​ກະຊວງ​ການ​ຕ່າງປະ​ເທດ​ມຽນມາ​ກັບ​ກອງ​ທຶນ​ຮານ​ສ໌ຮ່ວມ​ກັນ​ເປັນ​ເຈົ້າພາບ, ຈະ​ເຈາະ​ຈົງ​ປຶກສາ​ຫາລືກ່ຽວກັບ​ການ​ປ່ຽນ​ແປງ​ຂອງ​ອົງການການ​ນຳ​ຂອງອາ​ຊຽນ, ຜົນ​ສະທ້ອນ​ຕໍ່​ວຽກ​ງານ​ພາກ​ພື້ນ​ແລະ​ທົ່ວ​ໂລກ​ຈາກ​ການ​ປະຕິ​ຮູບ​ຂອງ​ມຽນມາ​ແລະ​ຫົວ​ຂໍ້​ອື່ນໆ. ນອກ​ນີ້, ຍັງ​ຈະ​ມີ​ຜູ້​ຊ່ຽວຊານ​ໃນ​ຂົງ​ເຂດທີ່​ກ່ຽວຂ້ອງຈະ​ຂຶ້ນ​ກ່າວ​ປາຖະກະຖາ​ໃນ​ກອງ​ປະຊຸມ​ສົນທະນາຄັ້ງ​ນີ້.