ອາ​ຊຽນ​ກັບ​ຈີນ ຍີ່ປຸ່ນ ​ແລະ ສ.​ເກົາຫຼີບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ແລະບັນ​ເທົາ​ໄພດ້ານ​ກະສິກຳ

(GMT+08:00) 2013-07-12 11:01:13     cri

ກອງ​ປະຊຸມ​ໂຕະມົນ​ຍຸດ​ທະ​ສາດການ​ຮ່ວມ​ມືດ້ານ​ຄວາມ​ປອດ​ໄພ​ຂອງ​ສະບຽງ​ອາຫານ ລະຫວ່າງອາ​ຊຽນກັບ​ຈີນ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ຫຼື 10+3 ຄັ້ງທີ 5 ​ໄດ້​ອັດ​ລົງທີ່​ນະຄອນ​ຮາ​ເອີ​ປິ່ນ​ຈີນ​ໃນ​ວັນ​ທີ 11 ກໍລະກົດ​ນີ້, ຜູ້​ແທນ​ຂອງ​ບັນດາ​ຝ່າຍ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ກ່ຽວ​ກັບການ​ເພີ່ມ​ທະວີ​ການຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ແລະບັນ​ເທົາ​ໄພ​ທາງ ດ້ານ​ກະສິກຳ.

ທ່ານ​ຖາງ​ເຊິ້ງຢາ​ວ, ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ​ກະຊວງ​ກະສິກຳ​ຈີນ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ບົດຮຽນ​ຂອງ​ຜູ້​ແທນ​ບັນດາ​ປະ​ເທດ​ໃນ​ການ​ປ້ອງ​ກັນ​​-ບັນ​ເທົາ​ໄພ ​ແລະການ​ຜະລິດ​ອາຫານ​ຢ່າງ​ໝັ້ນທ່ຽງ. ທ່ານ​ກ່າວ​ວ່າ: ປະ​ເທດ​ຕ່າງໆຮ່ວມ​ກັນ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ ມີ​ຄວາມ​ໝາຍອັນ​ສຳຄັນ​ຕໍ່​ການ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ສະບຽງ​ອາຫານ​ໃນ​ພາກ​ພື້ນ.

​ໃນ​ກອງ​ປະຊຸມ​ໄດ້​ບັນລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກະສັນ​ກັນ​ຄື​ດັ່ງ​ນີ້: ​ເພີ່ມ​ທະວີ​ກົນ​ໄກ​ປ້ອງ​ກັນ​ແລະ​ບັນ​ເທົາ​ໄພ​ຕາມ​ເຂດ​ຊາຍ​ແດນ, ​ເພີ່ມ​ທະວີ​ການ​ກໍ່ສ້າງການ​ປະກັນ​ໄພດ້ານ​ກະສິກຳ, ຊົນລະປະທານ, ພື້ນຖານ​​ໂຄງ​ລ່າງ​ດ້ານກະສິກຳ, ສະພາບ​ແວດ​ລ້ອມ​ດ້ານ​ຊົນລະປະທານ, ​ເພີ່ມ​ທະວີ​ການ​ປະດິດ​ສ້າງ​ດ້ານ​ວິທະຍາສາດ-​ເຕັກນິກ, ຊຸກ​ຍູ້​ການ​ສ້າງ​ກົນ​ໄກ​ປ້ອງ​ກັນ-​ບັນ​ເທົາ​ໄພ​ແລະ​ກູ້​ໄພ​ທີ່​ຮັບ​ມື​ກັບ​ວິ​ກິດ​ການ​ໂດຍ​ອາ​ໄສ​ວິທະຍາສາດ-​ເຕັກນິກ​ທັນ​ສະ​ໄໝ, ​ເພີ່ມ​ທະວີ​ການ​ປະສານ​ງານຫຼັກໝັ້ນຂອງ 10+3 ​ໃນ​ບັນຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ປະຢັດ​ພະລັງງານ-ການຫຼຸດການ​ລະບາຍ​ທາດ​ກາກ​ບອນ​ດີ​ອ໋ອກຊິດ, ການ​ພັດທະນາ​ແລະ​ນຳ​ໃຊ້​ຊັບພະຍາກອນ​ຊີວະ​ພາບ.