ນາຍົກ​ລາວ​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຈີນ​ລາວ

(GMT+08:00) 2013-07-13 14:51:30     cri
ຕາມ​ຂ່າວ CRI: ວັນ​ທີ 12 ກໍລະກົດ​ນີ້ ຢູ່​ນະຄອນຫຼວງ​ວຽງ​ຈັນ ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ​ລາວ​ກ່າວ​ວ່າ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ລາວ​ພວມ​ຢູ່​ໃນ​ໄລຍະ​ທີ່​ໄດ້​ຮັບ​ໝາກຜົນ​ອຸ​ດົມ​ສົມບູນ​ທີ່​ສຸດ​ແລະ​ມີ​ລະດັບ​ສູງ​ທີ່​ສຸດ.

ທ່ານ​ທອງ​ສິງ ທຳ​ມະ​ວົງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າພົບ​ຂອງ​ທ່ານ​ກ່ວນຮວາ​ປິ່ງ, ​ເອກ​ອັກຄະ​ລັດຖະທູດ​ຜູ້​ມີ​ອຳນາດ​ເຕັມ​ຂອງ​ຈີນ​ປະຈຳ​ລາວ​ຄົນ​ໃໝ່.

​ໃນ​ການ​ພົບ​ປະ, ທ່ານ​ທອງ​ສິງ​ໄດ້​ຕີ​ລາຄາ​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ລາວ​ກັບ​ຈີນ​ທີ່​ໄດ້​ຂະ​ຫຍາ​ຍລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ຕາງໜ້າ​ພັກ, ລັດ​ແລະ​ປະຊາຊົນ​ລາວ​ສະ​ແດງ​ຄວາມ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ພັກ, ລັດ​​ແລະ​ປະຊາຊົນ​ຈີນ​ທີ່​ໄດ້​ໃຫ້ການ​ສະ​ໜັບສະ​ໜູນ​ອັນ​ປະ​ເສີດ​ໃຫ້​ແກ່​ຝ່າຍ​ລາວ​ຕະຫຼອດ​ມາ. ທ່ານ​ເຫັນ​ວ່າ, ​ໃນ​ຫຼາຍ​ປີ​ມໍ່ໆ​ມາ​ນີ້ ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ຈີນ​ໄດ້​ຮັບ​ການ​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດຢັ້ງ ​ແລະ​ໄດ້​ຮັບ​ໝາກ​ກົນ​ອັນ​ມະຫາສານ​ທີ່​ເຮັດ​ໃຫ້​ຄົນ​ເພິ່ງ​ພໍ​ໃຈ.

ທ່ານ​ທອງ​ສິງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ທ່ານ​ກ່ວນຮວາ​ປິ່ງ​ທີ່​ໄປ​ດຳ​ເນີນ​ຕຳ​ແໜ່​ງ​ເອກ​ອັກຄະ​ລັດຖະທູດ​ຈີນ, ​ແລະ​ສະ​ແດງ​ຄວາມ​ເຊື່ອ​ວ່າ, ທ່ານ​ກ່ວນຮວາ​ປິ່ງ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ພັກ, ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ​ລາວ​ຈີນ​ໃຫ້​ຂະຫຍາຍ​ຕົວຢ່າງ​ບໍ່ຢຸດຢັ້ງ ​ແລະ​ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ.

ທ່ານ​ກ່ວນຮວາ​ປິງ​ໄດ້​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ທ່ານ​ຫຼີ​ເຄີ້ຊຽງ, ນາຍົກລັດຖະມົນຕີຈີນຕໍ່​ທ່ານ​ທອງ​ສິງ ທຳ​ມະ​ວົງ, ​ແລ​ະ​ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​​ການ​ກໍ່ສ້າງເສດຖະກິດ​ແລະ​ສັງຄົມ​ຂອງ​ລາວ​ໄດ້​ຮັບໝາກຜົນ​ອັນ​ມະຫາສານ, ທ່ານ​ສະ​ແດງ​ຄວາມ​ເຊື່ອ​ວ່າ, ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະຊາຊົນ​ລາວ​ຍ່ອມ​ຈະ​ໄດ້​ຮັບ​ໝາກຜົນ​ທີ່​ຍິ່ງ​ໃຫຍ່​ກວ່າ​​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ພາລະກິດ​ແຫ່ງ​ການ​ປ້ອງ​ກັນ​ແລະ​ສ້າງສາ​ປະ​ເທດ​ຊາດ. ທ່ານ​ກ່າວ​ວ່າ, ປັດຈຸບັນ, ການ​ນຳ​ຂັ້ນສູງ​ຂອງ​ສອງ​ປະ​ເທດ​ຢ້ຽມຢາມ​ກັນ​ເລື້ອຍໆ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ດ້ານ​ການ​ເມືອງ​ເພີ່ມ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ, ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ບັງ​ເກີດ​ຜົນ​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ​ແລະ​ຂົງ​ເຂດ​ອື່ນໆ, ​ໄດ້​ສະໜັບສະໜູນ​​ແລະ​ປະສານ​ງານ​ເຊິ່ງກັນ​ແລະ​ກັນ​ໃນ​ວຽກ​ງານ​ສາກົນ. ຈີນ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ອຍ​ເຫຼືອ​ຕາມ​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ແກ່​ພາລະກິດ​ສ້າງສາ​ສັງຄົມ​ນິຍົມ​ຂອງ​ລາວ, ​ແລະ​ຫວັງ​ຢາກ​ໃຫ້​ທ່ານ​ທອງ​ສິງ ທຳ​ມະ​ວົງ​ສື​ບຕໍ່​ເອົາ​ໃຈ​ໃສ່​ແລະ​ສະໜັບສະໜູນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ລາວ​ໃນ​ທຸກ​ຂົງ​ເຂດ.

ນອກ​ນັ້ນ ທ່ານ​ກ່ວນຮວາ​ປິງຍັງ​ໄດ້​ລາຍ​ງານ​ໃຫ້​ທ່ານ​ທອງ​ສິງ ທຳ​ມະ​ວົງ​ຊາບ​ວ່າ, ​ເພື່ອ​ສະໜັບສະໜູນ​ລາວ​ຕ້ານ​ພະຍາດ​ໄຂ້​ເລືອດ​ອອກ​ໃນ​ປັດຈຸບັນ, ສະພາກາ​ແດງ​ຈີນ​ຈະ​ໃຫ້ການ​ຊ່ອຍ​ເຫຼືອ​ຕົກ​ເປັນ​ເງິນ 5 ໝື່ນ​ໂດ​ລາ​ສະຫະລັດ​​ແກ່​ລາວ.