5 ປະ​ເທດ​ອາຊີ​ອາຄະ​ເນ​ຈະ​ຈັດ​ກອງ​ປະຊຸມ​ລະດັບລະຖະ​ມົນຕີ​ເພື່ອ​ປຶກສາ​ຫາລື​ບັນຫາ​ໝອກ​ຄວັນ​ຂ້າມ​ຊາຍ​ແດນ

(GMT+08:00) 2013-07-15 18:26:05     cri

5 ປະ​ເທດ​ອາຊີ​ອາຄະ​ເນ ຄື: ມະ​ເລ​ເຊຍ, ສິງກະ​ໂປ, ອິນ​ໂດ​ເນ​ເຊຍ, ບຼູ​ໄນ ​ແລະ ​ໄທ​ຕົກລົງ​ຈັດ​ກອງ​ປະຊຸມ​ລະດັບລັດຖະມົນຕີ​ຢູ່​ນະ ຄອນຫຼວງກົວ​ລາ​ລຳ​ເປີ​ແຕ່​ວັນ​ທີ 20-21 ສິງຫາ​ໜ້າ​ນີ້, ​ເພື່ອ​ປຶກສາ​ຫາລືບັນຫາ​ໝອກຄວັນ​​ທີ່​ແຜ່​ລາມ​​ປົກ​ຄຸມ​ຫຼາຍປະ​ເທດ, ​ແລະຊອກ​ຫາ​ຊ່ອງ​ທາງ​ເພື່ອເຮັດ​​ແນວ​ໃດ​ຈະ​ສາມາດເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ, ສ້າງ​ກົນ​ໄກ​ການ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ທີ່​ກ່ຽວຂ້ອງ.

​ໃນ​ໄລຍະ​ບໍ່​ດົນ​ມາ​ນີ້, ບາງ​ເຂດ​ແຄວ້ນ​ຂອງ​ສິງ​ກະ​ໂປ​ແລະ​ມະ​ເລ​ເຊຍ​ໄດ້​ປະສົບ​ບັນຫາ​ໝອກຄວັນ, ສາ​ເຫດ​ແມ່ນ​ຊາວນາ​ຢູ່​ເທິງ​ເກາະ​ຊູ​ມັດຕຣາ​ຈູດເຜົາ​ປ່າ, ​ເພື່ອ​ກະກຽມ​ດິນ​ປູກຝັງ​ທີ່​ມີ​ບໍລິ​ເວນ​ກວ້າງຂວາງ​ໃນ​ປ່າເຂດ​ຮ້ອນ. ​ແຕ່ໝອກຄວັນ​ທີ່ເກີດ​ຈາກ​​ໄຟ​ປ່າ​ໄດ້​ປິວ​ໄປ​ຮອດ​ແຫຼມມະ​ເລ​ເຊຍ​ຕາມ​ສາຍ​ລົມ, ບວກ​ກັບ​ດິນ​ຟ້າ​ອາກາດ​ໃນ​ປີ​ນີ້​ໄດ້​ເກີດ​ສະພາບ​ແຫ້ງ​ແລ້ງ, ​ໄດ້​ເຮັດ​ໃຫ້​ມົນ​ລະ​ພິດ​ຈາກໝອກຄວັນ​ໄດ້​ຮ້າຍ​ແຮງ​ຍິ່ງຂຶ້ນ​ເມື່ອ​ທຽບ​ກັບ​ຫຼາຍປີຜ່ານມາ.