ນະຄອນຫຼວງ​ປັກ​ກິ່ງ​ເປັນ​ເມືອງ​ທຳ​ອິດ​ທີ່​ນຳ​ໃຊ້ ລະບົບ​"GPS​ມາດ​ຕະ​ຖານ​ຂອງ​ຈີນ"

(GMT+08:00) 2013-07-16 19:07:59     cri
ພິທີ​ລົງ​ນາມ​​ໃນສັນຍາ​ໂຄງການລະບົບ​ເຄືອ​ຂ່າຍ​ສາທາລະນະຂະ​ແໜງ​ການ​ບໍລິການ​ການນຳທາງ​ແລະ​ກຳນົດ​ຈຸດ​ພິກັດດ້ວຍ​ລະບົບດາວ​ທຽມ​ເປີ​ຍ​ໂຕ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ15​ ກໍລະກົດ​ນີ້,​ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ,ປັກ​ກິ່ງ​ໄດ້​ກາຍ​ເປັນ​ເມືອງ​ທຳ​ອິດ​ຂອງ​ຈີນ​ທີ່​ນຳ​ໃຊ້"GPS​ມາດຕະຖານ​ຂອງ​ຈີນ".

ລະບົບ​ເຄືອ​ຂ່າຍສາທາລະນະຂະ​ແໜງ​ການ​ບໍລິການການ​ນຳທາງ​ແລະກຳນົດ​ຈຸດ​ພິກັດດ້ວຍ​ລະບົບ​ດາວ​ທຽມ​ເປີ​ຍ​ໂຕຈະ​ໃຫ້ການ​ບໍລິການ​​ໃນ​ການ​ຊົມ​ໃຊ້ຂໍ້​ມູນ​​ຮ່ວມ​ກັນແລະ​ເຊື່ອມ​ໂຍງ​ເຂົ້າກັນ​​ໃນ​ການ​ກໍ່ສ້າງ​ຕົວ​ເມືອງ​ສະມາດ, ຊຶ່ງ​ລະບົບ​ເຄືອ​ຂ່າຍ​ນີ້​ມີ​ຄຸນສົມບັດສຳຄັນ 3 ຢ່າງ​ຄື​ການ​ຄຸ້ມ​ຄອງ​ວຽກ​ງານ​ບໍລິຫານ​​ແບບສະມາດ, ການ​ຊຸກ​ຍູ້​ການນຳ​ໃຊ້ໃນ​ຂະ​ແໜງ​ການ​ຕ່າງໆ​ແລະ​ການ​ບໍລິການ​ເພື່ອ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

ຄາດ​ວ່າ, ​ໃນ​ປີ2013​ນີ້,ລະບົບ​ເຄືອ​ຂ່າຍ​ດັ່ງກ່າວ​ນີ້ຈະສາມາດ​ໃຫ້ການ​ບໍລິການ​ແບບ​ສາທິດ​ແກ່​ຜູ້​ໃຊ້​ລະບົບ​ເປີ​ຍ​ໂຕ​ຈຳນວນ1​ແສນ​ໜ່ວຍຊຶ່ງ​ລວມມີ5​ໝື່ນ​ຄອບຄົວ​ຂອງຊາວ​ນະຄອນຫຼວງ​ປັກ​ກິ່ງ, ​ເມື່ອ​ເຖິງປີ2014​ຈະ​ສາມາດ​ໃຫ້ການ​ບໍລິການ​ແກ່​ລູກ​ຄ້າເຖິງ3​ແສນ​ໜ່ວຍ​​ໃນ​ນະ​ຄອນ​ຫຼວງ​ປັກ​ກິ່ງ, ປີ​2015​ຈະ​ໃຫ້​ບໍລິການ​ແກ່​ລູກ​ຄ້າ​ບໍ່​ຕ່ຳ​ກວ່າ5​ແສນໜ່ວຍ.