ຈີນ,ລາວ,ມຽນມາ​ແລະໄທ​ຈະ​ຮ່ວມ​ກັນ​ປາບ​ປາມກຳລັງ​ເສດ​​ເຫຼືອ​ຂອງ​ທ້າວ​ໜໍ່​ຄຳ

(GMT+08:00) 2013-07-16 19:08:27     cri
 ກອງ​ປະຊຸມສຳ​ມະ​ນາ​ການແກ້​ໄຂ​ບັນຫາ​ທີ່​ພົ້ນ​ເດັ່ນ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບຮ່ວມ​ຢູ່​​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ລະຫວ່າງ​ຈີນ, ​ລາວ, ມຽນມາ​​ແລະ​ໄທ​ໄດ້​ຈັດຂຶ້ນ​ຢູ່​ນະຄອນ​ກຸ້ຍ​ລິນ​ເຂດ​ກວາງຊີ​ຂອງ​ຈີນ​ໃນ​ຫວ່າງ​ມໍ່ໆ​ນີ້, ກອງທັບ​ປະ​ຊາ​ຊົນ​ລາວ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ, ກະຊວງ​ພາຍ​ໃນ​ມຽນມາ, ຄະນະ​ກຳມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ໄທ​ແລະ​ກະຊວງ​ປ້ອງ​ກັນ​ຄວາມສະຫງົບຈີນໄດ້​ສົ່ງ​ຄະນະ​ຜູ້​ແທນ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້.

ຜູ້​ແທນ 4 ປະ​ເທ​ດັ່ງກ່າວ​ໄດ້​ປັບປຸງ​ແລະ​ຮັບຮອງ​ເອົາ"ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​​ສຳ​ຫຼວດຄົ້ນຄວ້າຮ່ວມຕໍ່ບັນຫາທີ່​ພົ້ນ​ເດັ່ນ​ດ້ານ​ການ​ປ້ອງ​ກັນ​ຄວາມສະຫງົບ​ຢູ່​​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ລະຫວ່າງ​ຈີນ, ​ລາວ, ມຽນມາ​​ແລະ​ໄທປີ 2012" ​ແລະ "​ແຜນການ​ດຳ​ເນີນການ​ສຳ​ຫຼວດຄົ້ນຄວ້າ​ຮ່ວມ​ກ່ຽວ​ກັບບັນຫາ​ທີ່​ພົ້ນ​ເດັ່ນ​ດ້ານ​ການ​ປ້ອງ​ກັນຄວາມສະຫງົບ​ຢູ່​​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ​ລະຫວ່າງ​ຈີນ, ​ລາວ, ມຽນມາ​​ແລະ​ໄທປີ 2013​", ​ໄດ້​ຕົກລົງຈະ​ຮ່ວມ​ກັນ​ດຳ​ເນີນ​ການ​​ສຳ​ຫຼວດ ຄົ້ນຄວ້າຮ່ວມ​ຕໍ່​ສະພາບ​ຄວາມສະຫງົບຂອງ​ແຂວງ​ຢຸນນານ​ຈີນ, ​ແຂວງ​ຫຼວງ​ນ້ຳ​ທາ​​ແລະ​ແຂວງ​ບໍ່​ແກ້ວ​ຂອງ​ລາວ, ວັນ​ບອງ​ແລະ​ເຂດ​ຕາ​ຈີ​ເລັກ​ຂອງ​ມຽນມາ, ​ແລະ​ອຳ​ເພີຊຽງ​​ແສນຂອ​ງ​ໄທ​.

ກອງ​ປະຊຸມ​ຍັງ​ໄດ້​ເຫັນ​ດີ​​ເປັນ​ເອກະສັນ​ກັນກ່ຽວ​ກັບ​ການ​ຮ່ວມ​ກັນ​ປາບ​ປາມ​ກຳລັງ​ເສດ​​ເຫຼືອ​ຂອງ​ທ້າວ​ໜໍ່​ຄຳ, ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮ່ວມ​ໃນ​ການປາບ​ປາມ​ການ​ກະທຳ​ຜິດ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ, ​ເຊັ່ນ: ການ​ລັກ​ຄ້າຂາຍ​ອາວຸດ​ປືນ, ການ​ຫຼິ້ນ​ພະນັນ​ແລະ​ອື່ນໆ, ສະ​ແຫວ​ງຫາ​ການ​ສ້າງ​ກົນ​ໄກວຽກ​ງານ​ປົກກະຕິ​ໃນການ​ເຄື່ອນ​ໄຫວຮ່ວມ​ເພື່ອກວາດ​ລ້າງຢາ​ເສບ​ຕິດ​​ແລະ ​ການຮ່ວມ​ມືດ້ານອື່ນໆ. ການ​ຮ່ວມ​ມື​ດ້ານ​ການ​ປະຕິບັດ​ກົດໝາຍ​ແລະຄວາມ​ປອດ​ໄພຢູ່​ເຂດ​ລຸ່ມ​ແມ່​ນ້ຳຂອງ​ລະຫວ່າງ​ຈີນ, ລາວ, ມຽນມາ​ແລະ​ໄທ​ໄດ້​ເຂົ້າ​ສູ່​ໄລຍະ​​ໃໝ່​.