ລັດຖະມົນຕີອະນຸລັກສິ່ງ​ແວດ​ລ້ອມ 5 ປະ​ເທດ​ອາ​ຊຽນປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ໝອກ​ຄວັນ

(GMT+08:00) 2013-07-18 12:45:15     cri
ຕາມ​ຂ່າວCRI: ວັນ​ທີ 17 ກໍລະກົດ​ນີ້, ລັດຖະມົນຕີ​ທີ່​ຮັບຜິດຊອບ​ວຽກ​ງານດ້ານ​ສິ່ງ​ແວດ​ລ້ອມ​ຂອງມະ​ເລ​ເຊຍ, ສິງກະ​ໂປ, ອິນ​ໂດ​ເນ​ເຊຍ, ບຣຸ​ໄນ​ແລະ​ໄທ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີດ​ຂອງ​ມະ​ເລ​ເຊຍ, ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ການ​ຊອກ​ຫາ​ຊ່ອງ​ທາງ​ເພື່ອຮັບ​ມືກັບ​ບັນຫາ​ໝອກ​ຄວັນ​
ຂ້າ​ມແດນທີ່​ເກີດຈາກ​ການ​"​ຈູດເຜົາ​ປ່າ"ຢູ່​ເຂດ​ສຸ​ມາຕຣາຂອງ​ອິນ​ໂດ​ເນ​ເຊຍ.

ທ່ານ​ດາ​ຕຸກ ​ເຊຣີ ປາ​ລາ​ນີ​ເວນ , ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ມະ​ເລ​ເຊຍ​ກ່າວ​ວ່າ, ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ໄດ້​ປຶກສາ​ຫາລື​ຫຼາຍ​ຫົວ​ຂໍ້​​ກ່ຽວ​ກັບ​ບັນຫາໝອກ​ຄວັນ, ​​ເຊິ່ງລວມທັງ​ຜົນ​ສະທ້ອນ​ບົ່ມ​ຊ້ອນ​ທີ່​ມີ​ຕໍ່​ຂະ​ແໜງ​ການທ່ອງທ່ຽວ​ແລະ​ສຸຂະພາບ​ຂອງ​ປະຊາຊົນ​ເປັນ​ຕົ້ນ.

ຍ້ອນ​ວ່າສະພາບ​ອາກາດ​​ໃນ​ຫຼາຍ​ເດືອນ​ຕໍ່ໜ້າ​ນີ້ຍັງ​ອາດ​ຈະ​ແຫ້ງ​ແລ້ງ​ຕໍ່​ໄປ, ​ແລະ​ເຮັດ​ໃຫ້​​ເກີດ​ບ່ອນ​ໄຟ​ໄໝ້​ຫຼາຍ​ກວ່າ​ເກົ່າ, ສະ​ນັ້ນ​, ບັນດາ​ປະ​​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຕົກລົງ​ເພີ່ມ​ທະວີ​ການ​ກະກຽມ​ເພື່ອ​ຮັບ​ມື​ກັບ​​ໝອກ​ຄວັນ​ທີ່​ອາດ​ຈະ​ມີຂຶ້ນ​ອີກ​, ​​ແຕ່​ວ່າ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ນີ້​ຍັງ​ມີ​ຄວາມ​​ເຫັນທີ່​ແຕກ​ຕ່າງ​ກັນ​ບາງ​ດ້ານ. ນອກ​ນີ້, ອິນ​ໂດ​ເນ​ເຊຍ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະພະຍາຍາມ​ໃຫ້​ລັດຖະສະພາ​ອານຸມັດ​ສົນທິສັນຍາກ່ຽວ​ກັບ​​ມົນ​ລະ​ພິດ​ໝອກ​ຄວັນ​ຂ້າມ​ຊາຍ​ແດນ​ຂອງ​ອາ​ຊຽນຢ່າງ​ເປັນ​ທາງ​ການ​ໃນ 6 ​ເດືອນ​ຕົ້ນ​ປີ2014ໜ້າ​ນີ້. ປະຈຸ​ບັນ​ນີ້, ອິນ​ໂດ​ເນ​ເຊຍ​​ແມ່ນ​ປະ​ເທດພຽງ​ໜຶ່ງ​ດຽວ​ທີ​ຍັງ​ບໍ່​ທັນ​​ໄດ້ອະນຸມັດ​ສົນທິສັນຍາ​ນີ້​ໃນ10ປະ​ເທດ​ອາ​ຊຽນ.

ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ຈຄັ້ງ​ນີ້​ໄດ້​ກຳນົດ​ໃນ​ເບື້ອງ​ຕົ້ນ​ໃຫ້ຈັດ​ຂຶ້ນ​ໃນ​ເດືອນ​ສິງ​ຫາ​ໜ້າ​ນີ້​ແຕ່ຍ້ອນ​ວ່າ​​ໝອກ​ຄວັນ​ທີ່​ເກີດ​ຂຶ້ນ​ຈາກ​ໄຟ​​ປ່າ​ຢູ່​ເກາະ​ສຸ​ມາຕຣາ​​ໃນ​ເດືອນ​ແລ້ວ​ນີ້​ໄດ້​ເຮັດ​ໃຫ້​ສິງກະ​ໂປ​ແລະ​ບາງ​ເຂດ​ແຄວ້ນ​ຂອງ​ມະ​ເລ​ເຊຍ​ໄດ້​ຮັບ​ຜົນ​ກະທົບຢ່າງ​ຮຸນ​ແຮງ​, ຈຶ່ງ​ໄດ້​ຈັດ​ກອງ​ປະຊຸມ​ກ່ອນ​ເວລາ​ກຳນົດ.