ຜູ້ນຳ​ຈີນ​ສົ່ງ​ໂທລະ​ເລກອວຍພອນ​​ໄປ​ຍັງ​ຜູ້ນຳ​ກຳປູ​ເຈຍ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ຈີນ-ກຳປູ​ເຈຍ​ສ້າງສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ

(GMT+08:00) 2013-07-19 14:40:49     cri
ວັນ​ທີ 19 ກໍລະກົດ​ນີ້, ທ່ານ​ສີ ຈິ້ນ ຜິ​ງ, ປະທານ​ປະ​ເທດ​ຈີນ, ທ່ານ​ຫຼີເຄີ້ຊຽງ, ນາຍົກລັດຖະມົນຕີຈີນ, ທ່ານ​ຫວາງອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ສົ່ງ​ໂທລະ​ເລກ​ອວຍພອນ​ໄປ​ຍັງ​ສົມ​ເດັດ​ໂນ​ໂຣດົມ ສີ​ຫາ​​ໂມ​ນີ, ​ມະຫາ​ກະສັດກຳປູ​ເຈຍ, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ໂຮ ນາມ ຮົງ, ຮອງ​ນາຍົກລັດຖະມົນຕີທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​​ແລະ​ການ​ຮ່ວມ​ມື​ສາກົນກຳປູ​ເຈຍ, ​ເພື່ອ​ສະ​ເຫຼີ​ມສະຫຼອງ​ຈີນ​-ກຳປູ​ເຈຍ​ສ້າງສາ​ຍພົວພັນ​ທາ​ງາ​ການ​ທູດ​ຄົບຮອບ 55 ປີ.

ໃນ​ໂທລະ​ເລກ​ໄປ​ຍັງ​ສົມ​ເດັດສີ​ຫາ​ໂມ​ນີ, ​ເນື່ອງ​ໃນ​ໂອກາດ​ທີ່ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າຈີນ​ກັບ​ກຳປູ​ເຈຍສ້າງສາ​ຍພົວພັນ​ທາງ​ການ​ທູດ​ຄົບຮອບ 55 ປີ​, ຕາງໜ້າ​ລັດຖະບານ​​ແລະ​ປະຊາຊົນຈີນ, ​ແລະ​ໃນ​ນາມ​ສ່ວນ​ຕົວ, ຂ້າພະ​ເຈົ້າສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ມາ​ຍັງ​ມະຫາ​ກະສັດ​, ​ແລະ​ຜ່ານ​ມະຫາ​ກະສັດ​ໄປ​ຍັງ​ປະຊາຊົນ​ກຳປູ​ເຈຍອີກ​ດ້ວຍ.

​ໃນ 55 ປີ​ທີ່​ຈີນ-​ກຳປູ​ເຈຍ​​ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ​​ເປັນ​ຕົ້ນມາ​, ມິດຕະພາບ​ອັນເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ທີ່ລິ​ເລີ່​ມ​​ສ້າງ​​ແລະ​ພັດທະນາ​ຮ່ວມ​ກັນ​ໂດຍ​ຜູ້ນຳ​ຈີນ​ຫຼາຍ​ລຸ້ນ​ກັບ​ສົມເດັດ​ພະ​ໂນ​ໂຣດົມ ສີຫະ​ນຸໄດ້ທົນ​ຕໍ່​ການທົດ​ສອບ​ຈາກ​ສະຖານະ​ການ​ສາກົນ​ທີ່​ມີ​ການປ່ຽນ​ແປງ​ເລື້ອຍໆ, ​ໄດ້ພັດທະນາ​ກ້າວໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ແລະ​ໄດ້​ຮັບ​ໝາກຜົນ​ອັນ​ອຸດົມ​ສົມບູນ. ສອງ​ຝ່າຍ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈກັນ​ສູງ​ດ້ານ​ການ​ເມືອງ​, ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ​ມີ​ປະສິດທິ​ຜົນສູງ, ​ໄດ້​ສະໜັບສະໜຸນ​ເຊິ່ງກັນ​ແລະ​ກັນ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ, ສາມາດ​​ເວົ້າ​ໄດ້​ວ່າ​ເປັນ​ແບບຢ່າງ​ການ​ຢູ່​ຮ່ວມ​ກັນ​ຢ່າງ​ມີ​ໄມຕີ​ຈິດ​ມິດຕະພາບ​ແລະ​ຮ່ວມ​ມືກັນ​ຢ່າງ​ຈິງ​ໃຈ​ລະຫວ່າງ​ປະ​ເທດ​ທີ່​ມີ​ລະບອບ​ຕ່າງ​ກັນ.

ປີ​ນີ້ແມ່ນ​ປີ​ໄມຕີ​ຈິດມິດຕະພາບ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ມີ​ໂອກາດ​​ໃໝ່​ໃນການ​ພັດທະນາ​. ຈີນ​​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດງ, ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ກຳປູ​ເຈຍ, ​ເດັດດ່ຽວປັບປຸງ​ແລະ​ລົງ​ເລິກ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງຮອບດ້ານ, ຊຸກຍູ້​ໃຫ້​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຈີນ​ກັບ​ກຳປູ​ເຈຍ​ໄດ້​ຮັບ​ການ​ພັດທະນາ​ໃໝ່​ໃຫຍ່ຫຼວງ​ກວ່າ​ເກົ່າ, ສ້າງ​ຄວາມສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ຫຼາ​ຍ​ກວ່າ​ເກົ່າ.

ນອກ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ້ຊຽງ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວາງອີ້ ກໍ່​ໄດ້​ສະ​ແດງພອມ​ໄຊ​ອັນ​ປະ​ເສີດ​ໃນ​ໂທລະ​ເລກ​ອວຍພອນຄັ້ງ​ນີ້.