ຜູ້​ວ່າກາ​ນທະນາຄານ​ກາງຂອງ​ໄທ​ກ່າວ​ວ່າ,ຈີນ​ປັບປຸງຮູບ​ແບບ​​ການເຕີບ​ໂຕ​ຂອງເສດຖະກິດມີ​ຜົນ​ດີ​ຕໍ່​ການພັດທະນາ​​ເສດຖະກິດ​ໃນ​ພາກ​ພື້ນ

(GMT+08:00) 2013-07-20 14:42:58     cri

ຕາມ​ຂ່າວCRI: ຕົວ​ເລກ​ທີ່​ກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ປະກາດ​ໃນ​ຫວ່າງ​ມໍ່ໆນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ 6 ​ເດືອນ​ຕົ້ນ​ປີ​ນີ້, ​GDP ຂອງ​ຈີນ​ໄດ້​ເພິ່ມຂຶ້ນ 7,6% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2012, ຈັງ​ຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໄດ້​ຫຼຸດ​ລົງ​ໜ້ອຍ​ໜຶ່ງ. ຕໍ່​​ເລື່ອງ​ນີ້, ທ່ານປະສານ ​ໄຕຣຣັດວໍຣະກຸນ

ຜູ້​ວ່າກາ​ນທະນາຄານ​ກາງຂອງ​ໄທ​ກ່າວ​ວ່າ, ​ເສດຖະກິດ​ຈີນ​ມີ​ບົດບາດອັນ​ມະຫາສານ​ໃນ​ການ​ຊຸກ​ຍູ້ເສດຖະກິດ​ໃນ​ພາກ​ພື້ນ, ອົງ​ກອນ​ເສດຖະກິດ​ອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ລ້ວນ​ແຕ່​ຈະ​ໄດ້​ຮັບ​ຜົນ​ສະທ້ອນ​ຈາກ​​ແງ່​ຂະຫຍາຍ​ຂອງ​ເສດຖະກິດ​ຈີນ. ຕົວ​ເລກຫຼ້າ​ສຸດ​ຂອງ​ເສ​ດຖະກິດຈີນສະ​ແດງ​ໃຫ້​ເຫັນ​ຄວາມ​ປະສົງ​ທີ່ລັດຖະບານ​ຈີນ​​ປັບປຸງອົງ​ປະກອບ​ການ​ເຕີບ​ໂຕ ​ແລະ ​ເອົາ​ໃຈ​ໃສ່ນຳ​ຄຸນ​ນະພາ​ບການ​ພັດທະນາ, ນີ້​ຈະ​ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​​ໃນພາກ​ພື້ນ.

ນອກ​ນີ້, ທ່ານປະສານ ​ໄຕຣຣັດວໍຣະກຸນຍັງ​ກ່າວ​ວ່າ, ​ເມື່ອ​ໄດ້​ຜ່ານ​ສະພາບ​ທີ່​ຈັງຫວະ​ການເຕີບ​​ໂຕ​ຫຼຸດ​ລົງ​ໃນ​ສອງ​ໄຕ​ມາດ​ທຳ​ອິດ​ປີ​ນີ້, ​ເສດຖະກິດ​ໄທ​ຈະ​ຟື້ນ​ຟູ​ເປັນ​ປົກກະຕິ​ໃນ​ 6 ​ເດືອນທ້າຍ​ປີ​ນີ້, ສະ​ນັ້ນ, ປັດຈຸບັນ​ຍັງ​ບໍ່​ຈຳ​ເປັນຕ້ອງ​ປະຕິບັດ​ມາດ​ຕະການ​ກະ​ຕຸ້ນ​ເສດຖະກິດ​ໃນ​ໄລຍະ​ສັ້ນ.