ສຳ​ເລັດການອົບຮົມຊຸດທຳ​ອິດຂອງສູນ​ແລກປ່ຽນ​ອົບຮົມ​ບຸກຄະລາ​ກອນ​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາ​ຊຽນ

(GMT+08:00) 2013-07-22 16:04:02     cri

ສູນ​ແລກປ່ຽນ​ອົບຮົມ​ບຸກຄະລາ​ກອນ​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາ​ຊຽນ ​ໄດ້​ຈັດ​ພິທີ​ປິດ​ຊຸດ​ອົບຮົມ​ການສຳຫຼວດທໍລະນີ​ສາດຄົ້ນຫາ​ບໍ່​ແຮ່​ໃນ​ວັນ​ສຸກອາທິດ​ຜ່ານ​ມາ​ນີ້, ​ໂດຍຜ່ານການ​ຝຶກ​ອົບ​ຮົມ​ເປັນ​ເວລາ 2 ​ເດືອນ, ສຳ​ມະ​ນາກ​ອນທຸກ​ຖ້ວນ​ໜ້າ​ໄດ້ສຳ​ເລັດ​ການ​ຮຽນຮູ້​ເນື້ອ​ໃນ​ຝຶກ​ອົບຮົມ​ທຸກ​ລາຍການ​ຢ່າງ​ຈົບງາມ, ​ແລະ​ບັນລຸ​ເປົ້າໝາຍ​ທີ່​ກຳນົດໄວ້​ລ່ວງ​ໜ້າ.

ຂ່າວ​ແຈ້ງວ່າ, ​ໃນ​ຊຸດ​ອົບຮົມ​​ທຳ​ອິດນີ້ມີ​ສຳ​ມະ​ນາກ​ອນລວມ 14 ຄົນ​ເຂົ້າຮ່ວມ​ການ​ອົບຮົມ, ​ໃນ​ນັ້ນມີ​ສຳ​ມະ​ນາກ​ອນ 7 ຄົນ​ມາ​ຈາກປະ​ເທດ​ອາ​ຊຽນ, ​ເຊັ່ນ: ​ລາວ, ​ໄທ, ມຽນມາ ​ແລະ ມະ​ເລ​ເຊຍ. ຫົວ​ຂໍ້​ການ​ຝຶກ​ອົບຮົມ​ເທື່ອ​ນີ້​ຕົ້ນຕໍ​ແມ່ນ​ການຄົ້ນຫາ​ບໍ່​ແຮ່ທໍລະນີ​ສາດ, ​ໃນ​ການ​ຝຶກ​ອົບຮົມ​ໄດ້​ປະສານ​ສົມທົບ​ກັນລະຫວ່າງການ​ສອນດ້ານ​ທິດ​ສະ​ດີ​ກັບ​ການ​ລົງ​ປະຕິບັດ​ຕົວ​ຈິງ​ຢູ່​ບໍ່​ແຮ່​, ​ແລະມີ​ລັກສະນະ​ຈຸດ​ສຸມທີ່​ສຸດ.

​ໃນ​ພິທີ​ປິດການ​ອົບຮົມຄັ້ງນີ້, ​ສຳ​ມະ​ນາກ​ອນຈາກ​ປະ​ເທດ​ອາຊຽນ ກ່າວ​ວ່າ: ການ​ເຂົ້າຮ່ວມ​ຊຸດ​ອົບຮົມ​ເທື່ອ​ນີ້ ​ເວົ້າ​ສຳລັບການ​ດຳ​ເນີນງານ​ແລະ​ການ​ຮ່ຳຮຽນຂອງ​ຕົນ​ແລ້ວແມ່ນ​ປະສົບ​ປະການ​ອັນ​ລ້ຳ​ຄ່າ​, ບໍ່​ພຽງ​ແຕ່​ຈະ​ນຳ​ເອົາ​ຄວາມ​ຮູ້​ແລະ​ເຕັກ​ໂນ​ໂລ​ຊີ​ທີ່​ຮຽນ​ໄດ້​ຢູ່​ຈີນ​ເທື່ອ​ນີ້​ກັບ​ຄືນ​​ໄປ​ນຳ​ໃຊ້​ຢູ່ປະ​ເທດ​ຕົນ​ເທົ່າ​ນັ້ນ, ​ແຕ່​ຍັງ​ຈະ​ນຳ​ເອົາ​ຄວາມ​ຮັກ​ແພງ​ແລະ​ໄມຕີ​ຈິດ​ມິດຕະພາບ​ອັນ​ເລິກ​ເຊິ່ງຈາກ​ປະຊາຊົນ​ຈີນ​ທີ່​ມີ​ຕໍ່​ປະຊາຊົນ​ປະ​ເທດ​ອາ​ຊຽນນັ້ນ​ກັບ​ຄືນ​ປະ​ເທດ​ຕົນ​ອີກ​ດ້ວຍ.