ການ​ຄ້າ​ສອງ​ຝ່າຍ​ຈີນ-ອາ​ຊຽນຈະ​ບັນລຸ 500 ຕື້​ໂດ​ລາ​ເມື່ອ​ຮອດ​ປີ 2015

(GMT+08:00) 2013-07-23 15:41:02     cri

​ໃນ​ກອງ​ປະຊຸມ​ຖະ​ແຫຼງຂ່າວ​ທີ່​ຫ້ອງ​ວ່າການ​ຄະນະ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກໍລະກົດ​ນີ້, ທ່ານ​ນາງກາວ​ຢ້ຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ຈີນ​ແລະ​ອາ​ຊຽນ​ໄດ້ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເປັນ​ເວລາ 10 ປີ​ມາ​ນີ້, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າລະຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ, ຕາມ​ທ່າ​ອ່ຽງການ​ພັດທະນາ​ໃນ​ປັດຈຸບັນ​ແລ້ວ, ​ເມື່ອ​ຮອດ​ປີ 2015, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຈະ​ບັນລຸ​ເຖິງ 500 ຕື້​ໂດ​ລາ​ສະຫະລັດ.

ຕາມ​ຕົວ​ເລກ​ຂໍ້​ມູນ​ສະຖິຕິ​ຂອງ​ຝ່າຍ​ຈີນ, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ລະຫວ່າງ​ຈີນ-ອາ​ຊຽນ ​ໄດ້​ເພີ່ມ​ຈາກ 54 ຕື້ 767 ລ້ານ​ໂດ​ລາ​ໃນ​ປີ 2002 ຂຶ້ນ​ເປັນ 400 ຕື້ 100 ລ້ານ​ໂດ​ລາ​ໃນ​ປີ 2012, ສະ​ເລ່ຍ​ແລ້ວ ​ໄດ້​ເພີ່ມ​ຂຶ້ນ 22% ຕໍ່​ປີ. ​ໃນ 6 ​ເດືອນ​ຕົ້ນປີ​ນີ້, ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ບັນລຸ 210 ຕື້ 560 ລ້ານ​ໂດ​ລາ, ​ເພີ່ມ​ຂຶ້ນ 12,2% ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ປັດຈຸບັນ, ຈີນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ, ຂະນະ​ທີ່ອາຊຽນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ສາມ​ຂອງ​ຈີນ.

ຕົວ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ, ​ໃນ​ໄລຍະ​ດົນ​ນານ​ມາ​ນີ້, ຈີນ​​ໄດ້ຂາດ​ດຸນ​ການຄ້າ​ກັບ​ອາ​ຊຽນມາ​ໂດຍ​ຕະຫຼອດ, ​ແຕ່​ສະພາບ​ດັ່ງກ່າວ​ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ໃນ​ປີ 2012, ​ໂດຍ​ຈີນ​ໄດ້​ປຽບ​ດຸນ​ການ​ຄ້າ​ກັບ​ອາ​ຊຽນ 8 ຕື້ 500 ລ້ານ​ໂດ​ລາ. ທ່ານນາງ​ກາວ​ຢ້ຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ຈີນ​ຈະ​ໃຊ້​ມາດ​ຕະການ​ຕ່າງໆ, ​ເປັນຕົ້ນ​ແມ່ນ​ເພີ່ມ​ຄວາມ​ສະດວກ​ໃນ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ, ​ເພື່ອ​ເປີດ​ກວ້າງ​ການ​ນຳ​ເຂົ້າຈາກ​ປະ​ເທດ​ອາ​ຊຽນ.

ນັບ​ມາ​ຮອດ​ທ້າຍ​ເດືອນ​ມິຖຸນາ​ປີ​ນີ້, ນັບ​ລວມ​ແລ້ວ, ຈີນ​ລົງທຶນ​ໂດຍ​ກົງ​ຕໍ່​ປະ​ເທດ​ອາ​ຊຽນບັນລຸ​ເກືອບ 30 ຕື້​ໂດ​ລາ, ກວມ​ການ​ລົງທຶນ​ໂດຍ​ກົງ​ຕໍ່​ພາຍ​ນອກຂອງ​ຈີນປະມານ 5,1%. ອາ​ຊຽນ​ໄດ້​ກາຍ​ເປັນ​ອົງ​ກອນ​ເສດຖະກິດ​ອັນ​ດັບ​ 4 ທີ່​ຈີນ​ໄປ​ລົງທຶນ​ໂດຍ​ກົງຫຼາຍກວ່າ​ໝູ່. ​ໃນ​ໄລຍະ​ດຽວ​ກັນ, ນັບ​ລວມ​ແລ້ວ, ອາ​ຊຽນ​ໄດ້​ລົງທຶນ​ຢູ່​ຈີນຫຼາຍກວ່າ 80 ​ຕື້​ໂດ​ລາ, ກວມ​ທຶນ​ຕ່າງປະ​ເທດ​ຢູ່​ຈີນ 6,6%, ​​ເຊິ່ງໄດ້ກາຍ​ເປັນ​ແຫຼ່ງທຶນ​ພາຍ​ນອກໃຫຍ່​ອັນ​ດັບ 3 ຂອງ​ຈີນ.

​ໃນ​ເວລາ​ຕອບຄຳ​ຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ບັນຫາ​ທີ່​ວ່າ: ຄວາມ​ຂັດ​ແຍ່ງ​ລະຫວ່າງ​ຈີນ-ຟິລິບ​ປິນ​ໃນ​ບັນຫາ​ທະ​ເລ​ຈີນ​ໃຕ້​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນຫຼືບໍ່? ທ່ານ​ນາງ ກາວ​ຢ້ຽນ ກ່າວ​ວ່າ: ຟິລິບ​ປິນຈະ​ເປັນ​ປະ​ເທດກຽດຕິຍົດ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 10, ຕໍ່​ເລື່ອງ​ນີ້, ຝ່າຍ​ຟິລິບ​ປິນ ​ໄດ້​ໃຫ້​ຄວາມ​ຢືນຢັນ​ແລ້ວ, ພວກ​ຂ້າພະ​ເຈົ້າຫວັງ​ວ່າ ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຈະ​ສ້າງ​ບັນຍາກາດ​ອັນ​ດີງາມ​ໂດຍ​ປິ່ນ​ອ້ອມສະພາບລວມຂອງການຮ່ວມມືລະຫວ່າງຈີນ-ອາຊຽນ. ທ່ານນາງ ກາວຢ້ຽນ ກ່າວຕື່ມວ່າ: ລັດຖະບານ​ຈີນ​ໄດ້​ສະໜັບສະໜູນ​ແລະ​​ໃຫ້​ຄວາມ​ສຳຄັນຕໍ່​ວຽກ​ງານ​ການ​ເຈລະຈາ​ເຂດ​ການຄ້າ​ເສລີ​ຮົງ​ກົງ-ອາ​ຊຽນ ​ໂດຍຕະຫຼອດ, ປັດຈຸບັນ ການ​ເຈລະຈາ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຫຼາຍ​ແລ້ວ.