ກິດຈະກຳ​ຄູ​ສອນ​ພາສາ​ຈີນ​ຜູ້​ອາວຸ​ໂສ​ຂອງ​ລາ​ວ​ໄປ​ທັດສະນະ​ສຶກສາ​ຢູ່​ຈີນ 2013 ​ໄດ້​ສຳ​ເລັດ​ລົງ​ຢູ່​ແຂວງ​ຢຸນນານ

(GMT+08:00) 2013-07-24 18:50:37     cri

ກິດຈະກຳ​ຄູ​ສອນ​ພາສາ​ຈີນ​ຜູ້​ອາວຸ​ໂສ​ຂອງ​ລາ​ວ​ໄປ​ທັດສະນະ​ສຶກສາ​ຢູ່​ຈີນ 2013 ​ເຊິ່ງ​ແມ່ນ​ສະມາຄົມ​ແລກປ່ຽນ​ກັບ​ພາຍ​ນອກ​ແຂວງ​ຢຸນນານ​ເປັນ​ເຈົ້າພາບ, ສູນ​ສຶກສາ​ວັດທະນະທຳ​​ແລກປ່ຽນ​ກັບພາຍ​ນອກ​ແຂວງ​ຢຸນນານ ​ເປັນ​ຜູ້​ຮັບຜິດຊອບ​ຈັດ​ຂຶ້ນນັ້ນ ​ໄດ້​ສຳ​ເລັດ​ລົງ​ແລ້ວ​ໃນ​ຫວ່າງ​ບໍ່​ດົນ​ນີ້, ​ເຊິ່ງ​ມີ​ຫົວໜ້າອຳນວຍການ​ໂຮງຮຽນ ​ແລະ ຄູສອນ​ພາສາ​ຈີນ​ຜູ້​ອາວຸ​ໂສ​ທີ່​ມາ​ຈາກ​ລາວ 11 ທ່ານ​ໄດ້​ເຂົ້າຮ່ວມ​ກິດຈະກຳ​​ໃນ​ຄັ້ງນີ້.

ຫົວໜ້າອຳນວຍການ​ໂຮງຮຽນ ​ແລະ ຄູສອນ​ພາສາ​ຈີນ​ຜູ້​ອາວຸ​ໂສ 11 ທ່ານດັ່ງກ່າວ​ແມ່ນ​ມາ​ຈາກ​ໂຮງຮຽນ​ຫຼຽວ​ໂຕນະຄອນຫຼວງວຽງ​ຈັນ, ​ໂຮງຮຽນ​ຈົງ​ເຕັກ​​ແຂວງສະຫວັນ​ນະ​ເຂດ ​ແລະ ​ໂຮງຮຽນຫຼຽວ​ເປ​ແຂວງອຸດົມໄຊ. ​ໃນ​ໄລຍະ​ຈັດ​ກິດຈະກຳ​ເທື່ອ​ນີ້, ຄະນະ​ຜູ້​ແທນ​ໄດ້​ໄປ​ທັດສະນະ​ສຶກສາ​ຢູ່​ຫ້ອງການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ແຂວງ​ຢຸນນານ ​ແລະ ວິທະຍາໄລວັດທະນະທຳຈີນຢຸນນານ ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ​ສຳ​ມະນາ​ວຽກ​ງານ​ການ​ສຶກສາ​ວັດທະນະທຳ ​ເພື່ອ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ສຶກສາ​ວັດທະນະທຳ​ຈີນ​ຂອງລາວ, ລູກຫຼານຂອງ​ຊາວ​ລາວ​ເຊື້ອສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວທີ່ມາ​ຮຽນ​ຕໍ່​ຢູ່​ຈີນ, ການ​ຮ່ວມ​ມື​ດ້ານວຽກ​ງານ​ການ​ສິດສອນ ​ແລະ​ອື່ນໆ. ພາຍຫຼັງ​ໄດ້​ສຳ​ເລັດ​ການ​ທັດສະນະ​ສຶກສາ​ຢູ່​ແຂວງຢຸນນານ​ແລ້ວ, ຄະນະ​ຜູ້​ແທນ​ກໍ​ໄດ້​ໄປ​ທັດສະນະ​ສຶກສາ​ດ້ານ​ວັດທະນະທຳ​ຢູ່​ນະຄອນ​ສາງ​ຊ່າ, ນະຄອນ​​ຊາວ​ຊ່ານ, ນະຄອນ​ເຢ້ຢາງ ​ແຂວງ​ຫູ​ໜານ ​ແລະ ນະຄອນ​ອູ​ຮ້ານ​ແຂວງ​ຫູ​ເປີ​ຍ, ​​ເພື່ອ​ຮຽນ​ຮູ້ຮີດຄອງ​ປະ​ເພນີ​ແລະ​ວັດທະນະທຳ​ຊົນ​ເຜົ່າຂອງ​ທ້ອງ​ຖິ່ນ​ດັ່ງກ່າວ​ຢ່າງ​ເລິກ​ເຊິ່ງ.

ຮອງ​ຫົວໜ້າ​ອຳນວຍ​ການ​ໂຮງຮຽນ​ຈົງ​ເຕັກ ​​ໄດ້​ມາ​ທັດສະນະ​ສຶກສາ​ຢູ່​ຈີນ​ເປັນຄັ້ງທຳ​ອິດ, ນາງ​ກ່າວ​ວ່າ: ກິດຈະກຳ​ເທື່ອ​ນີ້​ເຮັດ​ໃຫ້​ນາງ​ເອງ​ມີ​ຄວາມ​ຮັບຮູ້ຕໍ່​ປະ​ເທດ​ບັນພະ​ຊົນຂອງ​ຕົນ​ເລິກ​ເຊິ່ງຍິ່ງ​ຂຶ້ນ. ນາງ​ຍັງ​ກ່າວ​ຕື່ມ​ວ່າ: ​ເມື່ອ​ກັບຄືນ​ເມືອ​ຮອດ​ປະ​ເທດ​ລາວ​ແລ້ວ​ຈະ​ພະຍາຍາມ​ເຮັດ​ວຽກ​ງານ​ດ້ານ​ການ​ສຶກສາ​ວັດທະນະທຳ​ຈີນ​ໃຫ້​ດີກ​ວ່າ​ເກົ່າ, ​ໃຫ້​ລູກຫຼານຂອງ​ຊາວ​ລາວ​ເຊື້ອສາຍ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ມີ​ໂອກາດໄປ​ຮຽນ​ຕໍ່​ຢູ່​ຈີນ​ທີ່​ເປັນປະ​ເທດ​ບັນພະ​ຊົນນັ້ນ ຫຼາຍກວ່າ​ເກົ່າ​, ​ເພື່ອ​ເປັນ​ການຮັດ​ແໜ້ນ​ໄມ​ຕິ​ຈິດ​ມິດຕະພາບ​ລະຫວ່າງ​ຈີນ-ລາວ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.