ທ່ານນາຍົກລັດຖະມົນຕີ ​ແລະ ທ່ານ​ລັດຖະມົນຕີ​​​ການ​ຕ່າງປະ​ເທດ​ ສປປ ລາວ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈມາ​ຍັງທ່ານ​ນາຍົກລັດຖະມົນຕີ ​ແລະ ທ່ານ​ລັດຖະມົນຕີ​​​ການ​ຕ່າງປະ​ເທດ ສປ ຈີນ ​ໃນ​ເຫດການ​ແຜນ​ດິນ​ໄຫວ​ແຂວງ​ການ​ຊູ​

(GMT+08:00) 2013-07-24 19:14:17     cri

ຕອນ​ເຊົ້າວັນ​ທີ 22 ກໍລະກົດ​ນີ້, ຢູ່​ນະຄອນ​ຕິ້ງ​ຊີ ​ແຂວງ​ການ​ຊູ, ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ ​ໄດ້​ເກີດ​ແຜ່ນດິນ​ໄຫວ​ທີ່​ມີ​ແຮງ​ສັ່ນ​ສະ​ເທືອ​ນ 6,6 ລິກ​ເຕີ, ​ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​ຢ່າງຫຼວງຫຼາຍ.

ວັນ​ທີ 23 ກໍລະກົດ​ນີ້, ທ່ານ​ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີລາວ ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ມາ​ຍັງ​ທ່ານ​ລີ​ເຄິສຽງ, ນາຍົກລັດຖະມົນຕີຈີນ, ​​ເຊິ່ງ​ໃນ​ໂລ​ທະ​ເລກ​ໄດ້​ຂຽນ​ວ່າ:

​ໃນ​ນາມ​ຕາງໜ້າ​ລັດຖະບານ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ, ຂ້າພະ​ເຈົ້າ ຂໍ​ສະ​ແດງ​ຄວາມ​ເສົ້າສະຫຼົດ​ໃຈ​ມາ​ຍັງ​ລັດຖະບານ ​ແລະ ປະຊາຊົນ​ຈີນ ​ໂດຍ​ສະ​ເພາະ​ຕໍ່​ຄອບຄົວ​ຂອງ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ເຫດການ​ແຜ່ນດິນ​ໄຫວ ທີ່​ເກີດ​ຂຶ້ນຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງສາທາລະນະ​ລັດ​ປະຊາຊົນ​ຈີນ(​ແຂວງ​ການ​ຊູ) ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 22 ກໍລະກົດ 2013, ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊີວິດ ​ແລະ ຊັບ​ສິນ​ຂອງ​ປະຊາຊົນ​ທີ່ຢູ່​ອາ​ໄສ​ໃນ​ເຂດ​ດັ່ງກ່າວ​ຢ່າງຫຼວງຫຼາຍ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ ພາຍ​ໃຕ້​ການ​ຊີ້​ນຳ ນຳພາ ​ແລະ ​ເອົາ​ໃຈ​ໃສ່​ຢ່າງ​ໃກ້ຊິດ​ຂອງ​ບັນດາ​ສະຫາຍ​ການ​ນຳ​ສູນ​ກາງ ກໍ​ຄື​ທ້ອງ​ຖິ່ນ ຂອງສາທາລະນະ​ລັດ​ປະຊາຊົນ​ຈີນ, ​ເຫດການ​ໄພພິບັດ​ທາງ​ທຳ​ມະ​ຊາດ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ແກ້​ໄຂ ​ເພື່ອ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກັບ​ເຂົ້າສູ່​ສະພາບ​ປົກກະຕິ​ໂດຍ​ໄວ.

ມື້​ດຽວ​ກັນ, ທ່ານ​ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ ກໍ​ໄດ້​ສົ່ງ​ໂທລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ມາ​ຍັງ​ທ່ານ​ຫວາງ​ອີ້, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ​ເຊິ່ງ​ໃນ​ໂລ​ທະ​ເລກ​ໄດ້​ຂຽນ​ວ່າ:

ຂ້າພະ​ເຈົ້າ​ໄດ້​ຮັບ​ຊາບ​ຂ່າວ​ວ່າ, ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 22 ກໍລະກົດ 2013 ​ໄດ້​ເກີດ​ເຫດການ​ແຜ່ນດິນ​ໄຫວ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ສາທາລະນະ​ລັດ​ປະຊາຊົນ​ຈີນ(​ແຂວງ​ການ​ຊູ) ອັນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ​ທີ່ອາ​ໄສ​ຢູ່​ເຂດ​ດັ່ງກ່າວ​ຢ່າງຫຼວງຫຼາຍ.

​ໃນ​ທ່າມກາງ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ນີ້, ຂ້າພະ​ເຈົ້າ​ໃນ​ນາມ​ສ່ວນ​ຕົວ​ແລະ​ຕາງໜ້າ​ພະນັກງານ​ກະຊວງ​ການ​ຕ່າງປະ​ເທດ​ແຫ່ງ ສປປ ລາວ, ຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ສຸດຊຶ້ງມາ​ຍັງ​ລັດຖະບານ​ແລະ​ປະຊາຊົນ​ຈີນ, ​ໂດຍ​ສະ​ເພາະ​ຕໍ່​ຄອບຄົວ​ຂອງ​ຜູ້​ທີ່​ໄດ້​ຮັບ​ເຄາະ​ຮ້າຍ, ​ແລະ​ຂໍ​ແບ່ງ​ເບົາ​ຄວາມທຸກ​ໂສກ​ດັ່ງກ່າວ ນຳ​ບັນດາ​ຄອບຄົວ​ຜູ້​ທີ່​ໄດ້​ຮັບເຄາະ​ຮ້າຍຈາກ​ເຫດການ​ໄພພິບັດ​ທາງ​ທຳ​ມະ​ຊາດ​ໃນ​ຄັ້ງນີ້​ດ້ວຍ.

ຂ້າພະ​ເຈົ້າ​ເຊື່ອ​ໝັ້ນວ່າ, ພາຍ​ໃຕ້​ການ​ຊີ້​ນຳ ນຳພາ ​ແລະ ​ເອົາ​ໃຈ​ໃສ່​ຢ່າງ​ໃກ້ຊິດ​ຂອງ​ບັນດາ​ສະຫາຍ​ການ​ນຳ​ຂອງ ສປ ຈີນ, ​ເຫດການ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໃກ້​ກັບ​ເຂົ້າສູ່​ສະພາບ​ປົກກະຕິ​ໂດຍ​ໄວ.