ນັກຂ່າວຕ່າງປະເທດທີ່ເຂົ້າຮ່ວມກິດຈະກຳ​"ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ໄປ​ເອົາ​ຂ່າວ​ກ່ຽວ​ກັບ​ວັດທະນະທຳ​ທາງພຸດທະ​ສາສະໜາ​ຈີນ2013"ຢ້ຽມຢາມCRI

(GMT+08:00) 2013-07-25 18:55:00     cri
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ24ກໍລະກົດ​ນີ້, ຄະນະ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ກິດຈະກຳ​"ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ໄປ​ເອົາ​ຂ່າວ​ກ່ຽວ​ກັບວັດທະນະທຳ​ທາງ​ພຸດທະ​ສາສະໜາ​ຈີນ​2013"​ທີ່​ປະກອບ​ດ້ວຍ​ນັກຂ່າວ​12ຄົນທີ່​ມາ​ຈາກໜັງສືພິມ​ປະຊາຊົນ​ລາວ,​ ວິທະຍຸ​​ກະຈາຍສຽງແຫ່ງ​ຊາດ​ໄທ, ວິທະຍຸ​ແຫ່ງ​ຊາດ​ກຳປູ​ເຈຍ, ວິ​ທະ​ຍຸ​ມິດຕະພາບ​ຈີນ​-ກຳປູ​ເຈຍ, CRI FM93ທີ່ນະຄອນຫຼວງ​ວຽງ​ຈັນ​ລາວ, ສະຖານີວິທະຍຸ​​ໂທລະພາບ​ແຫ່ງ​ຊາດ​ມຽນມາ​ໄດ້ມາ​ຢ້ຽມຢາມ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI, ທ່ານ​ອ່ານ ສຽວ ຢູ, ຫົວໜ້າ​ສູນ​ກະຈາຍສຽງ​ເຂດ​ອາຊີ​ອາຄະ​ເນ​ຂອງCRI​ໄດ້​ຕ້ອນຮັບຄະນະ​ຜູ້​ແທນ​ນັກ​ຂ່າວທີ່​ມາ​ຢ້ຽມຢາມ​ໃນ​ຄັ້ງ​ນີ້.

ທ່ານ​ອ່ານ ສຽວ ຢູ ​ໄດ້​​ແນະນຳ​ຈຸດປະສົງ​ຂອງ​ການ​ດຳ​ເນີນກິດຈະກຳ​ຄັ້ງ​ນີ້​ຕໍ່ນັກ​ຂ່າວ​ຕ່າງປະ​ເທດ​ທີ່​ໄດ້​ມາ​ຢ້ຽມຢາມCRI. ທ່ານ​ກ່າວ​ວ່າ, ​ເຖິງ​ແມ່ນ​ວ່ານັກ​ຂ່າວ​​ທີ່​ເຂົ້າ​ຮ່ວມກິດຈະກໍາໃນຄັ້ງ​ນີ້​ໃຊ້​ພາສາ​ທີ່​ແຕກ​ຕ່າງ​ກັນກໍ​ຕາມ, ​ແຕ່​ວ່າ​​ວັດທະນະ​ທຳ​ທາງ​ພຸດທະສາ​ສະໜາຂອງ​ຈີນ​ແລະ​ປະ​ເທດ​ພວກ​ທ່ານ​ແມ່ນ​ໄດ້​ມີ​ການ​ເຊື່ອມ​ຕໍ່​ກັນ. ຫວັງ​ວ່າ​ກິດຈະກຳ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ​ທາງ​ພຸດທະ​ສາສະໜາຄື​ແນວ​ນີ້​ຈະສາມາດ​ດຳ​ເນີນ​ຕໍ່​ໄປ​ເປັນ​ໄລຍະ​ຍາວ​ນານ​ໂດຍຜ່ານ​ການ​ຮ່ວມ​ມື​ລະຫວ່າງສື່​ມວນ​ຊົນ​, ​ໃຫ້​ເພື່ອນ​ມິດ​ຂອງ​​ປະ​ເທດ​ອາຊີ​ອາຄະ​ເນມາ​ເຕົ້າ​ໂຮມ​ກັນ​ຢູ່​ຈີນ​ຍ້ອນກິດຈະກຳ​ເກັບ​ຊ່າ​ວັດທະນະທຳ​ທາງພຸດທະ​ສາສະໜາ.

ທ່ານ ຄຳ​ໝັ້ນ ​ແສງສະ​ນັ່ນ, ນັກ​ຂ່າວ​ທີ່​ມາ​ຈາກ​CRI FM93ທີ່ນະຄອນຫຼວງ​ວຽງ​ຈັນ​ຂອງລາວ​ກ່າວ​ວ່າ, ການ​ເຂົ້າ​ຮ່ວມ​ກິດຈະກຳ​ຄັ້ງ​ນີ້​ໄດ້​ເຮັດ​ໃຫ້​ທ່ານຮັບ​ຮູ້​ເຖິງ​ສະພາບ​ການຝຶກ​ສະມາທິ​ວິປັດ​ສະນາ​ກຳມະ​ຖານ​ຂອງ​ພະ​ສົງ​ຈີນ​. ທ່າ​ນກ່າວ​ວ່າ​ບໍ່​ວ່າ​ຢູ່​ຈີນ​ຫຼື​ວ່າ​ຢູ່​ລາວ, ພຸດທະ​ສາສະໜາ​ກໍ​ສົ່ງ​ເສີມ​ການ​ສ້າງ​ບຸນ​ກຸສົນເຊັ່ນ​ດຽວ​ກັນ. ທ່ານ​ໄດ້​ຍ້ອງຍໍ​ວັດວາອາ​ຮາມ​ຈີນ​ທີ່​ໄດ້​ທຳ​​ການ​ໂຄສະນາ​ເຜີຍ​ແຜ່​ພະ​ທຳ​ຄ່າ​ສອນ​ຂອງ​ພະ​ພຸດທະ​ເຈົ້າ, ຫຼັງ​ຈາກ​ກັບ​ຄືນ​ລາວ​​ແລ້ວຈະ​ຈັດ​ເອົາ​ສິ່ງ​ທີ່​​ໄດ້​ຮູ້​ໄດ້​ເຫັນ​ເຂົ້າ​ໃນ​ລາຍການ​ເພື່ອ​ຈະ​ໄດ້​ເລົ່າ​ໃຫ້​ທ່ານ​ຜູ້​ຟັງ​ໄດ້​ຟັງ. ນອກ​ນີ້, ນັກ​ຂ່າວທ່ານ​ອື່ນໆ​ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່CRI​ທີ່​ໄດ້​ຈັດກິດຈະກຳ​ຄັ້ງ​ນີ້ຂຶ້ນ.

ກິດຈະກຳ​ "ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ໄປ​ເອົາ​ຂ່າວ​ກ່ຽວ​ກັບ​ວັດທະນະທຳ​ທາງພຸດທະ​ສາສະໜາ​ຈີນ 2013​"ແມ່ນ​CRI​ເປັນຜູ້ຈັດຕັ້ງ, ໄດ້ເຊື້ອເຊີນນັກຂ່າວຂອງ4ປະເທດອາຊຽນ, ຄື: ລາວ, ໄທ, ກຳປູເຈຍ,​ແລະມຽນມາຮ່ວມກັບນັກຂ່າວCRI​ໄປສຳພາດຂ່າວ​ຢູ່​ນະຄອນຫຼວງປັກ​ກິ່ງ​ແລະ​ແຂວງ​ຫູ​ໜານ​ຈີນ​ແຕ່​ວັນ​ທີ20ຫາ​ວັນ​ທີ28ກໍ​ລະ​ກົດ​ນີ້, ​ໂດຍຖື​ວັດທະນະທຳ​ທາງ​ພຸດທະ​ສາສະໜາ​ເປັນ​ຕົ້ນຕໍ.