ສະພາ​​ແຫ່ງ​ຊາດກຳປູ​ເຈຍ​ປະຕິ​ເສດ​ຟື້ນ​ຟູ​ຖານະສະມາຊິກ​ສະພາຂອງທ່ານ​ສຳ​ລັງສີ

(GMT+08:00) 2013-07-26 15:45:45     cri

ວັນ​ທີ 25 ກໍລະກົດ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ໄດ້​ອອກປະກາດ​ແຈ້ງ​ການ, ​ໂດຍ​ໄດ້​ປະຕິ​ເສດຖານະສະມາຊິກ​ສະພາ​ແຫ່ງ​ຊາດ​ສະ​ໄໝ​ທີ 4 ຂອງທ່ານ​ສຳ​ລັງສີ​. ນີ້​ແມ່ນ​ການ​ປະຕິ​ເສດ​ຄຳ​ຮ້ອງເປັນຄັ້ງທີ 2 ທ່ານ​ສຳ​ລັງສີ ພາຍຫຼັງທ່ານ​ກັບ​ຄືນ​ປະ​ເທດ​ໃນ​ວັນ​ທີ 19 ກໍ​ລະ​ກົດ​ນີ້​ເພື່ອ​ສະ​ແຫວ​ງ ຫາການ​ເຂົ້າຮ່ວມ​ການ​ເມືອງ.

ກຳປູ​ເຈຍ​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ສະ​ໄໝ​ທີ 5 ​ໃນວັນ​ທີ 28 ກໍລະກົດ​ນີ້. ກ່ອນ​ໜ້າ​ນີ້ ຄື​ ໃນວັນ​ທີ 12, ສຳ​ເດັດ​​ໂນ​ໂຣດົມ ສີ​ຫາ​ໂມ​ນີ, ມະຫາ​ກະສັດ​ກຳປູ​ເຈຍ ​ໄດ້​ຊົງ​ປະກາດ​ຄຳ​ສັ່ງອະ​ໄພ​ໂທດ​ໃຫ້​ແກ່​ທ່ານ​ສຳ​ລັງສີ. ທ່ານ​ສຳ​ລັງສີ​ກໍ​ໄດ້​ສິ້ນ​ສຸດ​ຊີວິດທີ່​ລີ້​ໄພ​ຢູ່​ຕ່າງປະ​ເທດ​ແລະ​ກັບ​ຄືນມາກຳປູ​ເຈຍ​ໃນ​ວັນ​ທີ 19 ກໍລະກົດ​ນີ້ ​ເພື່ອ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງທົ່ວ​ໄປ​ຂອງ​ພັກ​ກູ້​ຊາດ​ກຳປູ​ເຈຍ ຫຼື CNRP, ​ແລະ​ໄດ້​ຮ້ອງ​ຂໍ​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ກຳປູ​ເຈຍ​ພາຍຫຼັງກັບ​ຄືນ​ຮອດ​ປະ​ເທດ. ວັນ​ທີ 22 ກໍລະກົດ​ນີ້, ​ຄະນະ​ກຳ​ມະການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ກຳ​ປູ​ເຈຍ ​ໄດ້​ປະຕິ​ເສດ​ຄຳ​ຮ້ອງ​ຂໍ​ດັ່ງກ່າວ ​ໂດຍ​ອ້າງ​ວ່າ​ເວລາ​ສະ​ເໜີ​ຊື່​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ໄດ້​ກາຍ​ກຳນົດ​ແລ້ວ.