ອ​າ​ເມ​ລິ​ກາ​​ແລະ​ຫວຽດນາມ​ປະກາດ​ສ້າ​ງສາຍພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ

(GMT+08:00) 2013-07-26 16:41:22     cri

ຕາມ​ຂ່າວCRI: ວັນ​ທີ25ກໍ​ລະ​ກົດ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ​​ແລະທ່ານ​​​ເຈືອງ ​ເຕີນ ຊາງ, ປະທານ​ປະ​ເທດ​ຫວຽດນາມ​ໄດ້​ປະກາດ​ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ​ວ່າ​ຈະ​ສ້າງ"ສາຍພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ"ລະຫວ່າງ​ສອງ​ປະ​ເທດ, ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ, ວິທະຍາສາດເຕັກ​ໂນ​ໂລ​ຊີ​, ວຽກ​ງານ​ປ້ອງ​ກັນ​, ຄວາມ​ປອດ​ໄພ​ແລະ​ຂົງ​ເຂດ​ອື່ນໆລະຫວ່າງ​ສອງ​ປະ​ເທດ.

ຜູ້ນຳ​ສອງ​ທ່ານ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ຫຼັງ​ຈາກ​ການ​ພົບ​ປະທີ່​ມີ​ຂຶ້ນຢູ່​ທຳນຽບຂາວ​​ອາ​ເມ​ລິ​ກາ​ໃນ​ມື້​ດຽວ​ກັນ​, ​ໂດຍກ່າວ​ເນັ້ນ​ວ່າ​ສອງ​ຝ່າຍຈະ​ພະຍາຍາມ​ສ້າງ"​ໄລຍະ​ໃໝ່"ດ້ານ​ສາຍ​ພົວພັນລະ ຫວ່າງ​ສອງ​ປະ​ເທດບົນ​ພື້ນຖານ​ທີ່​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ​ແລະສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ, ສ່ວນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານຈະກຳນົດ​ກົນ​ໄກ​ການ​ຮ່ວມ​ມື​ລະຫວ່າງສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ, ​ເຊັ່ນ: ​ການ​ເມືອງ, ການ​ຕ່າງປະ​ເທດ, ການ​ຄ້າ, ​ເສດຖະກິດ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ, ການ​ເຝິກອົບ​ຮົມ, ສິ່ງ​ແວດ​ລ້ອມ, ສາທາລະນະ​ສຸກ, ບັນຫາ​ທີ່ຕົກ​ຄ້າງ​ມາ​ແຕ່​ສະ​ໄໝສົງຄາມ, ວຽກ​ງານ​ປ້ອງ​ກັນ, ຄວາມ​ປອດ​ໄພ, ສິດ​ທິມະນຸດ, ວັດທະນະທຳ, ກິລາ, ການ​ທ່ອງ​ທ່ຽວ​ແລະ​ອື່ນໆ.


ທ່ານ​ເຈືອງ ​ເຕີນ ຊາງແມ່ນ​ປະມຸກ​ລັດ​ຫວຽດນາມຜູ້​ທີ​ສອງທີ່​ເດີນທາງ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຫຼັງ​ຈາກການ​ການ​ພົວພັນລະຫວ່າງສອງ​ປະ​ເທດ​ໄດ້​ຄືນ​ສູ່​ສະພາບປົກກະຕິ​​ເມື່ອ​ປີ1995​ເປັນ​ຕົ້ນ​ມາ. ທ່ານ​ບາຣັກ ​ໂອ​ບາ​ມາ​ກ່າວ​ຕໍ່​ສື່​ມວນ​ຊົນ​ຫຼັງ​ຈາກ​ການ​ພົບ​ປະ​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​"​ໄດ້​ຮັບ​ການ​ພັດທະນາ​ແລະ​ມີການ​ປັ​ບ
ປຸງຢ່າງ​ບໍ່​ຢຸດ​ຢັ້ງ", ​ໝາຍ​ຄວາມ​ວ່າການ​ພົວພັນ​ລະຫວ່າງ​​ອາ​ເມ​ລິ​ກາ-ຫວຽດນາມ​ໄດ້ພັດທະນາ​ໃຫ້​​ສຸກ​ງອມຂຶ້ນ​ແລະ​ເຂົ້າ​ສູ່​ໄລຍະ​​ໃໝ່.

ທ່ານ​ບາຣັກ​ ​ໂອ​ບາ​ມາ​​ໄດ້ໃຫ້​ຄວາມກົດ​ດັນຕໍ່​ຫວຽດນາມໃນ​ບັນຫາ​ສິດທິມະນຸດ, ທ່ານ​ເຈືອງ​ ​ເຕີນ ຊາງ​ກ່າວ​ວ່າ ລະຫວ່າງ​ສອງ​ປະ​ເທດ​ຍັງ​ມີ​ຢູ່ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ.

ທ່ານ​ເຈຶອງ ​ເຕີນ ຊາງແມ່ນ​ຜູ້​ນຳ​ຂອງ​ປະ​ເທດ​ອາ​ຊຽນຜູ້​ທີ4ທີ່​ທ່ານ​ບາຣັກ ​ໂອ​ບາ​ມາ​ໄດ້​ພົບ​ປະຢູ່​ທຳນຽບຂາວ​​ອາ​ເມ​ລິ​ກາ​ໃນ​ປີ​ນີ້, ​ເຊິ່ງກ່ອນໜ້າ​ນີ້, ທ່ານ​ບາຣັກ ​ໂອ​ບາ​ມາ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ຂອງ​ບຣຸ​ໄນ, ສິງກະ​ໂປ​ແລະ​ມຽນມາ​ແລ້ວ. ​ໃນ​ຍຸດ​ທະ​ສາດ​ການ​ສ້າງຄວາມສົມ​ດຸນ​​ຄືນ​ໃໝ່​ຢູ່​ເຂດ​ອາຊີ​ປາຊີ​ຟິກຂອງ​ລັດຖະບານ​ບາຣັກ ​ໂອ​ບາ​ມາ, ການ​ປັບປຸງ​ແລະ​ຍົກ​ສູງ​ການ​ພົວພັນ​ທີ່ເປັນພັນ​ທະ​ມິດ​ກັນໃນ​ພາກ​ພື້ນ​ນີ້ຂອງອາເມລິກາ​ຖືກຖື​ເປັນ​ເສົາ​ຄ້ຳ​ໜຶ່ງ.