ທ່ານ​ກິມ ຈົ​ງ ອຸນຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ​ນັບ​ຂອງ​ທ່ານ​ຫຼີ ຢວນ ຊາວ, ຮອງ​ປະ​ທານ​ປະ​ເທດ​ຈີນ

(GMT+08:00) 2013-07-26 17:18:00     cri

ຕາມ​ຂ່າວCRI: ຕອນ​ແລງ​ວັນ​ທີ29ກໍລະກົດ​ນີ້, ທ່ານ ​ກິມ ຈົງ ອຸນ, ຜູ້ນຳ​ສູງ​ສຸດສ.ປ.ປ​ເກົາຫຼີ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂຳ​ນັບ​ຂອງ​ທ່ານ​ ຫຼີ ຢວນ ຊາວ, ຮອງ​ປະທານ​ປະ​ເທດ​ຈີນ​ທີ່​ໄປ​ຢ້ຽມຢາມ​ສ.ປ.ປ​ເກົາຫຼີ​ແລະ​ເຂົ້າ​ຮ່ວມ​ກິດຈະກຳ​ລະ​ລຶກການ​ຢຸດຕິ​ສົງຄາມ​​ເກົາຫຼີ​ຄົບຮອບ60ປີ. ກ່ອນ​ອື່ນທ່ານ​ຫຼີ ຢວນ ຊາວ ​ໄດ້​ຝາກຄວາມ​ເວົ້າຂອງ​ທ່ານ​ປະທານ​ປະ​ເທດ​ສີ ຈິ້ງ ຜິ​ງ​ໄປ​ຍັງ​ທ່ານ​ກິມ ຈົງ ອຸນ.

ທ່ານ​ຫຼີ ຢວນ ຊາວ​ກ່າວ​ວ່າ, ພວກ​ເຮົາ​ລະ​ລຶກການ​ຢຸດຕິ​ສົງຄາມ​ເກົາຫຼີ​ຄົບຮອບ60ປີ, ​ແມ່ນ​ເພື່ອ​ໄວ້ອາ​ໄລ​ຢ່າງ​ເລິກ​ເຊິ່ງ​ເຖິງ​ດວງ​ວິນ​ຍານ​ຂອງ​ລູກ​ຮັກ​ຫຼານ​ປະ​ເສີດ​ຂອງ​ຈີນ​​ແລະສ.ປ.ປ​ເກົາຫຼີ​ທີ່​ໄດ້​​ເສຍ​ສະ​ຫຼະຢ່າງ​ກ້າຫານ​​​ເພື່ອ​ປ້ອງ​ກັນ​ປະ​ເທດ​ຊາດ. ຈີ​ນຍິນ​ດີ​ຮ່ວມ​ກັນ​ກັບສ.ປ.ປ​ເກົາຫຼີ, ຊຸກຍູ້​ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ໃຫ້ພັດທະນາ​ໄປ​ໜ້າ​ຢ່າງ​ໝັ້ນ​ທ່ຽງ​ແລະ​ຕໍ່​ເນື່ອງ. ພ້ອມ​ກັນ​ນັ້ນ, ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ, ຊຸກຍູ້​ການ​ຟື້ນ​ຟູການ​ເຈລະຈາ6ຝ່າຍ​ຄືນ​ໃໝ່, ພະຍາຍາມ​ຊຸກຍູ້​ຂະ​ບວນການ​ປອດ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ, ບັນລຸສັນຕິ​ພາບ​ຢູ່​ແຫຼມ​ເກົາຫຼີ​ແລະ​ມີ​ຄວາມໝັ້ນຄົງ​ຍາວ​ນານ​ຢູ່ອາຊີ​ຕາ​ເວັນ​ອອກ.


ທ່ານ​ກິມ ຈົງ ອຸນກ່າວ​ວ່າ, ພັກ​​ແລະ​ປະຊາຊົນ​ສ.ປ.ປ​ເກົາຫຼີຈະ​ຈື່​ຈຳຜູ້​ເສຍສະຫຼະຂອງ​ຈີນ​ແລະ​ສ.ປ.ປ​ເກົາຫຼີ​ໃນ​ສົງຄາມ​ໂດຍ​ບໍ່​ມີ​ວັນ​ຈະ​ຫຼົງ​ລືມ. ສ.ປ.ປ​ເກົາຫຼີ​ຕີ​ລາຄາ​ສູງ​ຕໍ່​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່ຈີນ​ຍາດ​ມາ​ໄດ້​​ໃນ​​ພາລະກິດ​ສ້າງສັງຄົມ​ນິຍົມ​, ທະນຸຖະໜອມ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ກັບ​ຈີນ, ຍິນ​ດີ​ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດທະນາກ້າວ​ໄປ​ໜ້າ. ພ້ອມ​ກັນ​ນັ້ນ, ສ.ປ.ປ​ເກົາຫຼີກໍ​ສະໜັບສະໜູນ​ຄວາມພະຍາ​ຍາມ​ຂອງ​ຈີນ​​ໃນ​ການ​​ຟື້ນ​ຟູການ​ເຈລະຈາ6ຝ່າຍ​ຄືນ​ໃໝ່, ຍິນ​ດີ​ພະຍາຍາມ​ຮ່ວມ​ກັນ​ກັບ​ບັນດາ​ຝ່າຍທີ່​ກ່ຽວຂ້ອງ​ເພື່ອປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ.