ການ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ຜະລິດ​ຕະພັນ​ແສງຕາ​ເວັນ​ລະຫວ່າງ​ຈີນ​ກັບ​ສະຫະພາບ​ເອີ​ລົບ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ແຜນການ​ແກ້​ໄຂ​

(GMT+08:00) 2013-07-28 15:16:42     cri

ຕາມ​ຂ່າວ CRI:ວັນ​ທີ 27 ກໍລະກົດ​ນີ້,ທ່ານ​ຄາ​ເລ ​ເດີ ກຸດ, ກຳມະການ​ການ​ຄ້າ​ຂອງ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ປະກາດ​ວ່າ, ​ເມື່ອ​ຜ່ານ​ການ​ເຈລະຈາ, ສະຫະພາບ​ເອີ​ລົບ​ກັບ​ຈີນ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ແຜນການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ແຜ່ນ​ຖ່ານ​ພະລັງງານແສງຕາ​ເວັນ​ຢ່າງ​ມີ​ມິດຕະພາບ​ແລ້ວ, ສາມາດ​ສ້າງ​ຄວາມ​ດຸນ​ດຽງ​ກັນ​ໃຫ້​ຕະຫລາດ​ດ້ວຍ​ລາຄາ​ທີ່​ມີ​ຄວາມ​ຍືນ​ຍານ​ໄດ້.

​ເມື່ອ​ໄດ້​ເຈລະຈາ​ຢ່າງ​ເຄັ່ງ​ຕຶງ​ເປັນ​ເວລາ​ຫລາຍ​ອາທິດ, ສະຫະພາບ​ເອີ​ລົບ​ກັບ​ຈີນ​ໄດ້​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ລາຄາ​ຕ່ຳ​ສຸດ​ຂອງ​ແຜ່ນ​ຖ່ານພະລັງງານ​ແສງຕາ​ເວັນ​ທີ່​ຈີນ​ສົ່ງ​ອອກ​​ໄປ​ຂາຍ​ຢູ່​ສະຫະພາບ​ເອີ​ລົບ, ທ່ານ​ກຸດ​ກ່າວ​ວ່າ, ​ເຊື່ອ​ວ່າ​ລາຄາ​ໃຫມ່​ນີ້​ສາມາດ​ເຮັດ​ໃຫ້​ຕະຫລາດ​ຜະລິດ​ຕະພັນ​ແສງຕາ​ເວັນ​ຂອງ​ເອີ​ລົບ​ມີ​ຄວາມ​ຫມັ້ນທ່ຽງ,​ແລະ​ກ່າວ​ວ່າ​ຈະ​​ແຜນການ​ນີ້​ຈະ​ສະ​ເຫ​ນີ​ໃຫ້​ຄະນະ​ກຳມາ​ທິການ​ສະຫະພາບ​​ເອີ​ລົບ​ພິຈາລະນາ​ອະນຸມັດ,ຮອດ​ເວລາ​ນັ້ນ​ຈະ​ປະກາດ​ຜົນ​ຂອງ​ການ​ເຈລະຈາ​ຢ່າງ​ລະອຽດ.

ສະຫະພາບ​ເອີ​ລົບ​ມີ​ແຜນຈະ​ເກັບ​ເອົາ​ພາສີ​ສູງ​ຕໍ່​ຜະລິດ​ຕະພັນ​ພະລັງງານ​ແສງຕາ​ເວັນ​ຂອງ​ຈີນ​ເລີ່​ມ​ແຕ່​ວັນ​ທີ 6 ສິງຫາ​ຫນ້າ​ເປັນ​ຕົ້ນ​ໄປ, ​ແຕ່ພັດເປັນ​ຫ່ວງ​ວ່າ​ຈະ​ເສຍ​ທຸລະ​ກິດ​ຈາກ​ຈີນ ອົງ​ກອນ​ເສດຖະກິດ​ໃຫຍ່​ທີ​ 2 ຂອງ​ໂລກ​,​ແລະ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ​ສ່ວນ​ຫລາຍ​ທີ່​ມີ​ເຢຍລະ​ມັນ​ເປັນຜູ່​ສຳຄັນ​ນັ້ນ​ກໍ່​ຄັດຄ້ານ​ເຮັດ​ແນວ​ນີ້​ຄື​ກັນ. ​ເມື່ອ​ສອງ​ຝ່າຍ​ໄດ້​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ລາຄາ​ແລ້ວ​ກໍ່​ສາມາດ​ຫລີກ​ເວັ້ນບໍ່​ໃຫ້​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ການ​ຄ້າ​ເທື່ອ​ນີ້​ຮຸນ​ແຮງ​ຂຶ້ນ, ​ແຕ່​ກໍ່​ຍັງ​ມີ​ວິ​ສາ​ຫະກິດ​ຜະລິດ​ຜະລິດ​ຕະພັນ​ພະລັງງານ​ແສງຕາ​ເວັນ​ເອີ​ລົບ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ,​ແລະ​ຕິຕຽນ​ວ່າ​ຄະນະ​ກຳມາ​ທິການ​ສະຫະພາບ​ເອີ​ລົບ​ບໍ່​ໄດ້​ປົກ​ປ້ອງ​ອຸດສາຫະກຳ​ຂອງ​ເອີ​ລົບ​ຢ່າງ​ພຽງພໍ​.