ທໍ່​ສົ່ງ​​ແກັສຈີນ-ມຽນມາ​ເລີ່​ມສົ່ງ​ແກັສສູ່​ຈີນ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2013-07-29 11:00:22     cri

ວັນ​ທີ 28 ກໍລະກົດ​ນີ້, ທໍ່​ສົ່ງ​ແກັສທຳ​ມະ​ຊາດ​ຈີນ-ມຽນມາ​ເຊິ່ງຮ່ວມ​ລົງທຶນ​ໂດຍ 4 ປະ​ເທດ ຄື: ຈີນ, ມຽນມາ, ສ.​ເກົາຫຼີ ​ແລະ ອິນ​ເດຍ​ໄດ້​ເລີ່​ມສົ່ງ​ແກັສສູ່​ຈີນ​ແລ້ວ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນວ່າ, ​ໂຄງການ​ທໍ່​ສົ່ງ​ນ້ຳມັນ​ເຊື້ອ​ໄຟ​ແລະແກັສຈີນ-ມຽນມາ​ໄດ້​ຮັບ​ຜົນສຳ​ເລັດ​ອັນສຳຄັນພາຍຫຼັງ​ໄດ້​ກໍ່ສ້າງ​ມາ​ເປັນ​ເວລາ 3 ປີ.

ມື້​ດຽວ​ກັນ, ພິທີ​ສົ່ງ​ແກັສຂອງ​ທໍ່​ສົ່ງ​ແກັສຈີນ​-ມຽນມາ​ໄດ້​ຈັດ​ຂຶ້ນຢູ່​​ເມືອງມານ​ດາ​ເລ​ມຽນມາ, ຜູ້ຕາງໜ້າ​ລັດຖະບານ 4 ປະ​ເທດ​ດັ່ງກ່າວ, ​ເຊັ່ນ: ທ່ານຢຽນຕຸ​ນ, ຮອງ​ປະທານາທິບໍດີ​ມຽນມາ, ທ່ານ​ຢາງ​ໂຮ້ວລານ, ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມຽນມາ ​ແລະ ທ່ານ​ວາງ​ຕົ່ງ​ຈິ້ນ, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມນ້ຳມັນ​ເຊື້ອ​ໄຟ​ຈີນ ​ເປັນຕົ້ນ ​ໄດ້​ຮ່ວມ​ກົດ​ປຸ່ມ​ເປີດ​ທໍ່​ສົ່ງແກັສຮ່ວມ​ກັນ.

​ໂຄງການ​ທໍ່​ສົ່ງນ້ຳມັນ​ເຊື້ອ​ໄຟ​​ແລະ​ແກັສ​ຈີນ-ມຽນມາ​ຕອນ​ຢູ່​ໃນ​ແດນ​ມຽນມາ​ແມ່ນ​ວາງ​ທໍ່​ສົ່ງນ້ຳມັນ​ເຊື້ອ​ໄຟ​​ແລະ​ທໍ່​ສົ່ງ​ແກັສ​​ໄປ​ຄຽງ​ກັນ. ​ໃນ​ນັ້ນ, ຈຸດ​ເລີ່​ມຂອງທໍ່​ສົ່ງ​ແກັສ​ແມ່ນຢູ່​ເມືອງ​ຄະ​ຢໍ​ຄະ​ປະຢູ, ມຸ່ງ​ໜ້າ​ໄປ​ສູ່​ລັດ​ຍະ​ໄຂ່, ​ແຂວງ​ມາ​ກະ​ເວ ​ແລະ ແຂວງ​ມານ​ດາ​ເລ, ຜ່ານ​ເມືອງ​ໜານ​ຂານ​ເຂົ້າສູ່​ເມືອງ​ຢຸ້ຍລີ້​ແຂວງ​ຢຸນນານ​ຈີນ. ທໍ່​ສົ່ງ​ແກັສຕອນ​ໃນ​ແດນ​ມຽນມາຍາ​ວ 793 ກິ​ໂລ​ແມັດ, ຄວາມ​ສາມາດການ​ສົ່ງ​ແກັສຕາມ​ການ​ອອກ​ແບບ​ແມ່ນ 12 ຕື້​ແມັດ​ກ້ອນຕໍ່​ປີ, ​ໃນ​ນັ້ນມີ 2 ຕື້​ແມັດ​ກ້ອນຕໍ່​ປີ​ແມ່ນສະໜອງ​ໃຫ້​ມຽນມາ, ​ເພື່ອ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ມຽນມາ.